(ພາບປະກອບ: ຫໍສະພາແຫ່ງຊາດ ອາເມລິກາ)

ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຮຽກຮ້ອງບັນດາສະມາຊິກລັດຖະສະພາສັງກັດພັກສາທາລະນະສາມັກຄີ ແລະ ສະໜັບສະໜູນຮ່າງກົດໝາຍດັ່ງກ່າວ. ບັນດາສະມາຊິກລັດຖະສະພາສັງກັດພັກສາທາລະນະນິຍົມຮັກສາເດີມເຄີຍຄັດຄ້ານບັນດາຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດຊົ່ວຄາວຕາມ ແລະ ນີ້ແມ່ນຄັ້ງທຳອິດທີ່ມີຫຼາຍທ່ານປ່ອນບັດສະໜັບສະໜູນຮ່າງກົດໝາຍດັ່ງກ່າວ ນັບແຕ່ເມື່ອພັກສາທາລະນະຍາດໄດ້ບ່ອນນັ່ງຈຳນວນຫຼາຍໃນສະພາຕ່ຳ ນັບແຕ່ເດືອນ ມັງກອນ ປີ 2023.

ຮ່າງກົດໝາຍສະບັບນີ້ ຕ້ອງໄດ້ຮັບການຮັບຮອງເອົາຈາກສະພາສູງ ແລະ ທ່ານປະທານາທິບໍດີ Donald Trump ລົງລາຍເຊັນໃຫ້ເປັນກົດໝາຍ ກ່ອນວັນທີ 14 ມີນາ ເພື່ອຫຼີກລ້ຽງກໍລະນີລັດຖະບານຕ້ອງປິດປະຕູ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ