ທ່ານປະທານປະເທດ ເລືອງເກືອງ (ພາບ: VOV) |
ມະຫາກະສັດແຫ່ງບຣູໄນ Darussalam Haji Hassanal Bolkiah ໄດ້ຕີລາຄາສູງການພົວພັນທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ການຮ່ວມມືທີ່ມີຄວາມໄຫວພິບ ລະຫວ່າງສອງປະເທດໃນບັນດາຂົງເຂດຕ່າງຝ່າຍຕ່າງມີຜົນປະໂຫຍດ, ທ່ານສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງສອງປະເທດ.
ທ່ານປະທານາທາບໍດີ ສ. ຟີລິບປິນ Ferdinand Romualdez Marcos Jr ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານປະທານປະເທດ ເລືອງເກືອງ, ການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ຟີລິບປິນ ໃນອາຊຽນ ຈະນັບມື້ນັບໄດ້ຮັບການປັບປຸງ.
ມະຫາກະສັດ ວາຊິຣາລົງກອນ ໄທ ແລະ ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ໄດ້ສະແດງຄວາມປາດຖະໜາຢາກສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນກັບ ທ່ານປະທານປະເທດ ຫວຽດນາມ ເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ຫຼາຍກ່ວາອີກເພື່ອຜົນປະໂຫຍດຂອງສອງປະເທດໃນໄລຍະຈະມາເຖິງ.
ສ່ວນທ່ານ Filipe Jacinto Nyusi ປະທານາທິບໍດີ ສ.ໂມຊຳບິກ ກໍ່ໄດ້ສົ່ງຈົດໝາຍອວຍພອນໄປຍັງທ່ານປະທານປະເທດ ເລືອງເກືອງເຊັ່ນດຽວກັນ.

