ທີ່ກອງປະຊຸມຂັ້ນລັດຖະມົນຕີວິສາມັນຄັ້ງທີ 46
(ພາບ: Kuwaittimes)

ທີ່ກອງປະຊຸມຂັ້ນລັດຖະມົນຕີວິສາມັນຄັ້ງທີ 46 ຈັດຂຶ້ນໃນວັນທີ 26 ທັນວາ ຜ່ານມາ, ຢູ່ ຄູເວດ, ສະພາຮ່ວມມືເຂດອ່າວ (GCC) ໄດ້ອອກຖະແຫຼງການຮ່ວມກ່ຽວກັບສະພາບການຢູ່ ຊີຣີ, ລີບັງ ແລະ ເຂດ ກາຊາ.

ກ່ຽວກັບສະພາບການຢູ່ ຊີຣີ, GCC ຮຽກຮ້ອງໃຫ້ຍົກເລີກບັນດາຄຳສັ່ງລົງໂທດສຳລັບປະເທດນີ້, ພ້ອມທັງ, ຮຽກຮ້ອງໃຫ້ບັນດາປະເທດ ແລະ ອົງການຈັດຕັ້ງສາກົນໜູນຊ່ວຍປະຊາຊົນ ຊີຣີ. GCC ກໍ່ສະແດງການສະໜັບສະໜູນຕໍ່ບັນດາຄວາມມານະພະຍາຍາມທີ່ບັນລຸໄດ້ໃນວິວັດການຫັນປ່ຽນດ້ານການເມືອງຢ່າງຮອບດ້ານ, ຕອບສະໜອງຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ຊີຣີ; ກ່າວປະນາມບັນດາການບຸກໂຈມຕີຢ່າງຕໍ່ເນື່ອງຂອງ ອິດສະຣາແອັນ ເຂົ້າໃສ່ຜືນແຜ່ນດິນຂອງ ຊີຣີ.

ກ່ຽວກັບສະພາບການຢູ່ ລີບັງ, GCC ຮຽກຮ້ອງການປະຕິຮູບການເມືອງ ແລະ ເສດຖະກິດຢ່າງຮອບດ້ານ ເພື່ອຊ່ວຍໃຫ້ປະເທດຊາດຜ່ານຜ່າບັນດາວິກິດການໃນປະຈຸບັນ. ສຳລັບການປະທະກັນຢູ່ເຂດ ກາຊາ, ຖະແຫຼງການລວມຮຽກຮ້ອງໃຫ້ມີຄຳສັ່ງຢຸດຍິງໃນທັນທີ, ຮອບດ້ານ ແລະ ຍາວນານ, ຍົກເລີກການປິດລ້ອມເຂດ ກາຊາ, ສະໜອງການອຸປະຖຳມະນຸດສະທຳ ແລະ ອຸປະກອນການແພດ ເພື່ອຕອບສະໜອງບັນດາຄວາມຕ້ອງການພື້ນຖານຂອງປະຊາຊົນ.