(ພິທີໄຂງານວາງສະແດງ) |
ຕອນຄ່ຳວັນທີ 01 ພະຈິກ, ຢູ່ແຂວງ ດັກລັກ, ກົມວິຈິດສິນ, ຖ່າຍຮູບ ແລະ ວາງສະແດງ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ), ໄດ້ໄຂງານວາງສະແດງສີສັນບັນດາເຜົ່າ ຫວຽດນາມ.
ໂດຍຈັດຂຶ້ນແຕ່ວັນທີ 01 – 10 ພະຈິກ, ຢູ່ຫໍພິພິຕະພັນ ດັກລັກ, ງານວາງສະແດງໄດ້ແນະນຳພາບຖ່າຍ 200 ແຜ່ນຂອງນັກຖ່າຍຮູບ 87 ຄົນ, ທີ່ໄດ້ຂັດເລືອກຈາກພາບຖ່າຍນັບພັນແຜ່ນຂອງບັນດານັກຖ່າຍຮູບໃນທົ່ວປະເທດ. ຊຸດພາບຖ່າຍໄດ້ສະແດງໃຫ້ເຫັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະ, ດີເດັ່ນຂອງ 54 ຊົນເຜົ່າ ຫວຽດນາມ. ທ່ານ ຕ້າກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າປາດຖະໜາຢາກສືບຕໍ່ເສີມຂະຫຍາຍບັນດາຄວາມໝາຍຂອງງານວາງສະແດງນີ້ຢ່າງເລິກເຊິ່ງ, ກວ້າງຂວາງກວ່າເຖິງພໍ່ແມ່ປະຊາຊົນ ແລະ ແຂກທ່ອງທ່ຽວມາຢ້ຽມຢາມແຂວງ ດັກລັກ. ນີ້ກໍ່ແມ່ນຈຸດທີ່ເປັນເອກະລັກສະເພາະ, ອຸດົມສົມບຸນຕື່ມອີກເຂົ້າໃນບັນດາສີສັນທີ່ສວຍງາມຂອງ ດັກລັກ, ເພື່ອໃຫ້ພວກເຮົາມີຄວາມເຂົ້າໃຈກ່ຽວກັບບັນດາຈຸດຄວາມງາມທາງດ້ານວັດທະນະທຳຂອງແຕ່ລະເຂດພາກ, ໃນນັ້ນ, ມີຫຼາຍຊົນເຜົ່າພວມດຳລົງຊີວິດຢູ່ແຂວງ ດັກລັກ”.

