ໃນຊຸມວັນຜ່ານມາ, ຫຼາຍໝູ່ຄະນະ, ສ່ວນບຸກຄົນ, ວິສາຫະກິດ, ຜູ້ໃຈບຸນໃຈກຸສົນ ໄດ້ຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານໃນວຽກງານການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ບັນດາອົງການ, ສ່ວນບຸກຄົນ ແລະ ວິສາຫະກິດ ແຂວງ ກວ໋າງນາມ ປະກອບເງິນຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 (ພາບ:TTXVN) |
ທ່ານນາງ ເຈືອງທິງອັກແອັງ, ຮອງປະທານ ຄະນະກຳມະການ ສູງກາງແນວໂຮມປະເທດຊາດຫວຽດນາມ ໃຫ້ຮູ້ວ່າ:
“ສຳລັບແຫຼ່ງກຳລັງທີ່ຂົນຂວາຍມາໄດ້ຈາກສູນກາງ, ພວກຂ້າພະເຈົ້າ ຈະສົມທົບກັບຄະນະຊີ້ນຳແຫ່ງຊາດກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ເພື່ອຮັບປະກັນວຽກງານຄຸ້ມຄອງ, ນຳໃຊ້ແຫຼ່ງເງິນຊ່ວຍເຫຼືອຈາກບັນດາວິສາຫະກິດ, ຜູ້ໃຈບຸນໃຈກຸສົນ, ຮັບປະກັນນຳໃຊ້ຖືກເປົ້າໝາຍ, ຖືກຈຸດປະສົງ ແລະ ມີປະສິດທິຜົນ”.
ໄລ່ຮອດເວລາ 12 ໂມງ ຂອງວັນທີ 9 ມິຖຸນາ, ກອງທຶນວັກຊິນກັນພະຍາດໂຄວິດ - 19 ໄດ້ຮັບເງິນຈຳນວນ 56,2 ຕື້ດົ່ງຈາກສູນຂໍ້ຄວາມ 1408 ແລະ ເກືອບ 4,2 ພັນຕື້ດົ່ງທີ່ໄດ້ຝາກມາຍັງກອງທຶນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
