(ສື່ມວນຊົນ UAE ໄດ້ຊີ້ແຈ້ງເລື່ອງ ຫວຽດນາມ ແລະ UAE ລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ຫວຽດນາມ - UAE (CEPA) |
ສື່ມວນຊົນເຂດອ່າວໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄປຍັງບັນດາປະເທດ ສະຫະລັດອາຣັບເອັມມີເຣດ (UAE), ອາຣັບບີ ຊະອຸດີ ແລະ ກາຕາ, ດ້ວຍບັນດາໝາກຜົນພົ້ນເດັ່ນທີ່ບັນລຸໄດ້ໃນການຢ້ຽມຢາມ.
ສື່ມວນຊົນ UAE ໄດ້ຊີ້ແຈ້ງເລື່ອງ ຫວຽດນາມ ແລະ UAE ເຫັນດີຍົກລະດັບການພົວພັນ 2 ຝ່າຍຂຶ້ນເປັນຄູ່ຮ່ວມມືຮອບດ້ານ, ລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ຫວຽດນາມ - UAE (CEPA), ກໍຄືຂໍ້ຕົກລົງ, ບົດບັນທຶກຊ່ວຍຈຳຫຼາຍສະບັບລະຫວ່າງ 2 ປະເທດໃນບັນດາຂົງເຂດສຳຄັນ, ລວມມີ: ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ ແລະ ຄົ້ນຄວ້າ.
ທີ່ ອາຣັບບີ ຊະອຸດີ, ສື່ມວນຊົນປະເທດນີ້ໄດ້ໃຫ້ຂ່າວການເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກັບທ່ານອົງມົງກຸດລາຊະກຸມມານ, ທັງເປັນນາຍົກລັດຖະມົນຕີລາຊະອານາຈັກ ຊະອຸດີ ອາຣາເບຍ Arabia Mohammed Bin Salman, 2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ລວມມີ ນະວັດຕະກຳ, ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ການສຶກສາ, ທ່ອງທ່ຽວ, ແຮງງານ…
ຢູ່ ກາຕາ, ສື່ມວນຊົນໄດ້ລົງຂ່າວກ່ຽວກັບບັນດາການພົບປະສົນທະນາ, ເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກັບບັນດາການນຳ ກາຕາ, 2 ຝ່າຍໄດ້ເຫັນດີຕ້ອງນຳການພົວພັນ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່ໂດຍໄວ.

