ການຍິງທົດລອງລູກສອນໄຟຂ້າມທະວີບ Hwasong-18 ຂອງ ສປປ.ເກົາຫຼີ (ພາບ: KCNA ) |
ວັນທີ 31 ຕຸລາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດບັນດາປະເທດ ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ ໄດ້ມີການເຈລະຈາທາງໂທລະສັບ, ຜ່ານນັ້ນກໍ່ກ່າວປະນາມຢ່າງແຮງເລື່ອງ ສປປ.ເກົາຫຼີ ທົດລອງລູກສອນໄຟນຳວິຖີຂ້າມທະວີບ. ຖະແຫຼງການຮ່ວມ ຂອງລັດຖະມົນຕີການຕ່າງປະເທດສາມປະເທດຖືວ່າ ການກະທຳຂອງ ສປປ.ເກົາຫຼີ ໄດ້ລະເມີດ ມະຕິຫຼາຍສະບັບຂອງສະພາຄວາມໝັ້ນຄົງສປຊ ແລະ ຮຽກຮ້ອງໃຫ້ປະເທດນີ້ຢຸດຕິການກະທຳເກາະຜິດ ແລະ ກໍ່ຄວາມຂາດສະຖຽນລະພາບຜ່ານນັ້ນ ກໍ່ໄພນາບຂູ່ເຖິງສັນຕິພາບ ແລະ ຄວາມໝັ້ນຄົງຢູ່ແຫຼມເກົາຫຼີ ແລະ ບັນດາພາກພື້ນໃນທົ່ວໂລກຢ່າງທັນທີ.
ອາເມລິກາ ແລະ ຍີ່ປຸ່ນ ກໍ່ຢ້ຳຄືນການສະໜັບສະໜູສຳລັບຕໍ່ແຫຼມເກົາຫຼີທີ່ ເປັນເອກະພາບ, ເສີລີພາບ ແລະ ສັນຕິພາບ. ຖະແຫຼງການຮ່ວມຮຽກຮ້ອງໃຫ້ ສປປ.ເກົາຫຼີກັບຄືນສູ່ໂຕະເຈລະຈາໃນທັນທີ ແລະ ເນັ້ນໜັກວ່າ ການເຈລະຈາແມ່ນວິທີໜຶ່ງດຽວເພື່ອບັນລຸໄດ້ສັນຕິພາບຍາວນານຢູ່ແຫຼມເກົາຫຼີ. ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ກໍ່ຕຳໜິຕິຕຽນເລື່ອງ ສປປ.ເກົາຫຼີ ຈັດສົ່ງນັກຮົບໄປຍັງລັດເຊຍ. ໃນຖະແຫຼງການຮ່ວມ, ອາເມລິກາ ກໍ່ຢັ້ງຢືນຄືນຄຳໝັ້ນສັນຍາປົກປ້ອງ ສ.ເກົາຫຼີ ແລະ ຍີ່ປຸ່ນ ດ້ວຍທຸກກຳລັງຄວາມສາມາດທີ່ປະເທດນີ້ມີ ລວມມີການນຳໃຊ້ ນິວເຄຼຍ. ສາມປະເທດກໍ່ເນັ້ນໜັກວ່າຈະສືບຕໍ່ປັບປຸງການຮ່ວມມືຄວາມໝັ້ນຄົງສາມຝ່າຍເພື່ອນາບຂູ່ ແລະ ຮັບມືກັບບັນດາການນາບຂູ່ທາງນິວເຄຼຍ ແລະ ລູກສອນໄຟນຳວິຖີຂອງ ສປປ.ເກົາຫຼີຢ່າງມີປະສິດທິຜົນ.

