ບັນດາບັ້ນບຸກໂຈມຕີທາງອາກາດນີ້ ເລັ່ງໃສ່ບັນດາຮາກຖານການທະຫານຂອງ ຮູທີ ຢູ່ເຂດ al-Nahdayn ແລະ al-Hafa ຢູ່ທາງທິດໃຕ້ ແລະ ທາງທິດຕາເວັນອອກນະຄອນຫຼວງ ຊານາ. ເຖິງຢ່າງໃດກໍຕາມ, ຂ່າວດັ່ງກ່າວກໍໄດ້ເຜີຍໃຫ້ຮູ້ລາຍລະອຽດ. ໃນຂະນະນັ້ນ, ຕາມປະຊາຊົນເຂດດັ່ງກ່າວແລ້ວ, ມີເຫດລະເບີດໃຫຍ່ເກີດຂຶ້ນເປັນຫຼາຍຄັ້ງ ໄດ້ເຮັດໃຫ້ທົ່ວນະຄອນຖືກສັ່ນສະເທືອນ. ບັນດາເປົ້າໝາຍຖືກບຸກໂຈມຕີລ້ວນແຕ່ນອນໃນເຂດຄ້ອຍ ແລະ ມີສາງບັນຈຸອາວຸດ. ປັດຈຸບັນ, ປະຫານປະສົມ ອາເມລິກາ - ອັງກິດ ຍັງບໍ່ທັນໄດ້ສະແດງທັດສະນະຕໍ່ບັ້ນບຸກໂຈມຕີດັ່ງກ່າວ.