ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ຕ້ອນຮັບທ່ານນາງ ເຈິ່ນທິເລິມ, ທີ່ປຶກສາບໍລິສັດ Shangri – La Healthcare Invesment (ພາບ: VOV)

ໃນຕ້ອນຮັບທ່ານນາງ ເຈິ່ນທິເລິມ, ທີ່ປຶກສາບໍລິສັດ Shangri – La Healthcare Invesment, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ Shangri – La Healthcare Invesment ຍູ້ໄວຄວາມຄືບໜ້າບັນດາໂຄງການທີ່ພວມປະຕິບັດ, ສືບຕໍ່ລົງທຶນ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ມີເຕັກໂນໂລຢີສູງ, ເປັນມິດກັບສິ່ງແວດລ້ອມ. ຫວຽດນາມ ຈະສືບຕໍ່ອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນ, ພ້ອມທັງສະເໜີໃຫ້ບັນດາອົງການເຈົ້າໜ້າທີ່, ອຳນາດການປົກຄອງທ້ອງຖິ່ນຮ່ວມເດີນທາງກັບນັກລົງທຶນເພື່ອຊຸກຍູ້ການຜັນຂະຫຍາຍໂຄງການ.

ທ່ານ Lim Boon Heng, ປະທານກຸ່ມບໍລິສັດ Temasek ແລະ ທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: VOV)

ໃນການຕ້ອນຮັບທ່ານ Lim Boon Heng, ປະທານກຸ່ມບໍລິສັດ Temasek, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ຫວຽດນາມ ໄດ້ປະກາດບັນດາເປົ້າໝາຍພັດທະນາເສດຖະກິດ, ຮຽກຮ້ອງມີເຕັກໂນໂລຢີໃໝ່, ຊັບພະຍາກອນມະນຸດທີ່ມີຄຸນນະພາບ ແລະ ແຫຼ່ງກຳລັງຈາກຕ່າງປະເທດ, ໃນນັ້ນ ມີບັນດາກອງທຶນລົງທຶນ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຮັບປະກັນສະພາບແວດລ້ອມລົງທຶນທີ່ສະດວກໃຫ້ແກ່ບັນດານັກລົງທຶນ, ໃນນັ້ນ ມີບັນດານັກລົງທຶນ ສິງກະໂປ. ການນຳກຸ່ມບໍລິສັດກໍສະແດງຄວາມສົນໃຈເຖິງຂົງເຂດຫັນເປັນດີຈີຕອນສີຂຽວ, ພະລັງງານທົດແທນ ແລະ ປາດຖະໜາມີໂອກາດເຂົ້າຮ່ວມລະບົບນິເວດດັ່ງກ່າວ.

ໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ກໍໄດ້ໃຫ້ການຕ້ອນຮັບປະທານສະພາບໍລິຫານ SembCorp; ຜູ້ອຳນວຍການຝ່າຍບໍລິຫານກຸ່ມອະສັງຫາລິມະຊັບ Keppel; ປະທານອົງການການເງິນ CMIA Capital Partners.

ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຂົ້າຮ່ວມພິທີເປີດສະຫຼອງສາຍການບິນໂດຍກົງ ສິງກະໂປ - ຝຸກວັກ (ກຽນຢາງ) ຂອງບໍລິສັດການບິນ Vietjet ແລະ ລົງນາມໃນຂໍ້ຕົກລົງຊ່ວຍເຫຼືອຊື້ເຄື່ອງບິນມີມູນຄ່າ 300 ລ້ານ USD ລະຫວ່າງ Vietjet ແລະ Carlyle Aviation Partners.