ກ່ອນການເຈລະຈາຄັ້ປະຫວັດສາດທີ່ຈັດຂຶ້ໃນວັນທີ 11 ເມສາ ຢູ່ ປາກິດສະຖານ ລະຫວ່າງ ອາເມລິກາ ແລະ ອີຣານ, ວົງການເຈົ້າໜ້າທີ່ ອີຣານ ສືບຕໍ່ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອມີ ລີບັງ ໃນຄຳສັ່ງຢຸດຍິງໃນເວລາ 2 ອາທິດລະຫວ່າງ ອາເມລິກາ ແລະ ອີຣານ.

ຄຳຮຽກຮ້ອງດັ່ງກ່າວເຊິ່ງທ່ານ Baqer Qalibaf, ປະທານສະພາແຫ່ງຊາດ, ຫົວໜ້າຄະນະເຈລະຈາ ອີຣານ ຍົກອອກມາໃນຕອນຄ່ຳວັນທີ 10 ເມສາ, ລົງໃນສື່ສັງຄົມ X, ກ່ອນບັນດາການໂອ້ລົມເຈລະຈາ ອາເມລິກາ - ອີຣານ ທີ່ໄດ້ຈັດຂຶ້ຢູ່ Islamabad, ປາກິສະຖານ. ທ່ານຊີ້ແຈ້ງວ່າ 2 ໃນຈຳນວນບັນດາມາດຕະການທີ່ໄດ້ເຫັນດີເປັນເອກພາບໃນຄຳສັ່ງຢຸດຍິງໃນເວລາ 2 ອາທິດ ແຕ່ຍັງບໍ່ທັນປະຕິບັດໃນພື້ນທີ່ຕົວຈິງແມ່ນຢຸດຕິການສູ້ຮົບຢູ່ ລີບັງ ແລະ ຍົກເລີກຄຳສັ່ງອາຍັດຊັບສິນຂອງ ອີຣານ. ທ່ານເນັ້ນໜັກວ່າ ເວລາໃກ້ຈະໝົດແລ້ວ ແລະ ບັນດາການໂອ້ລົມເຈລະຈາຈະເລີ່ມດຳເນີນກໍ່ຕໍ່ເມື່ອ ອາເມລິກາ ຍອມຮັບບັນດາເງື່ອນໄຂຕັດສິນຊີ້ຂາດຂອງ ອີຣານ ເທົ່ານັ້ນ.