ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພົບປະກັບຄະນະຜູ້ແທນນັກທຸລະກິດດີເດັ່ນຂອງ ສະຫະພັນການຄ້າ ແລະ ວິສາຫະກິດ ຫວຽດນາມ (ພາບ: VOV)

ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ ເພື່ອປະຕິບັດເປົ້າໝາຍນຳ ຫວຽດນາມ ກາຍເປັນປະເທດພັດທະນາມີລາຍຮັບສູງໃນວິໄສທັດ 20 ປີຂ້າງໜ້າ ແລະ ສ້າງພື້ນຖານເສດຖະກິດເຕີບໂຕສີຂຽວ, ກວມລວມ ແລະ ຍືນຍົງ, ເລື່ອງສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ຊຸກຍູ້ວິສາຫະກິດພັດທະນາແມ່ນໜ້າທີ່ຈຸດສຸມສຳຄັນ ແຖວໜ້າຂອງທຸກຂັ້ນ, ທຸກຂະແໜງການ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ປາດຖະໜາວ່າ:

“ຂ້າພະເຈົ້າມີຄວາມປາດຖະໜາ ແລະ ສະເໜີໃຫ້ຖັນແຖວນັກທຸລະກິດ ຫວຽດນາມ ເສີມຂະຫຍາຍນ້ຳໃຈຮັກຊາດ, ຍົກສູງຄຸນສົມບັດຈັນຍາບັນດຳເນີນທຸລະກິດ, ມີຄວາມໄຝ່ຝັນ ແລະ ຄວາມຕັ້ງຫວັງພັດທະນາ, ກາຍເປັນແບບຢ່າງຂອງນ້ຳໃຈວິສາຫະກິດ, ການດຳເນີນທຸລະກິດທີ່ຊື່ກົງບໍລິສຸດ, ມີວັດທະນະທຳມະນຸດ ແລະ ມີຄວາມຮັບຜິດຊອບ. ບັນດານັກທຸລະກິດຕ້ອງເສີມຂະຫຍາຍນ້ຳໃຈການປ່ຽນແປງໃໝ່, ປະດິດຄິດສ້າງ, ຍົກສູງການຄຸ້ມຄອງບໍລິຫານວິສາຫະກິດ ແລະ ໝູນໃຊ້ເຕັກໂນໂລຢີ, ປະຕິບັດນະໂຍບາຍແຮງງານໃຫ້ມີຄວາມສະເໝີພາບ, ຖືການສ້າງເຄື່ອງໝາຍການຄ້າເປັນສຳຄັນ. ຂ້າພະເຈົ້າກໍປາດຖະໜາວ່າ ບັນດາອົງການລັດ ຈະຕັ້ງໜ້າໂອ້ລົມສົນທະນາກັບວິສາຫະກິດ, ກັບນັກທຸລະກິດເພື່ອໃຫ້ມີຄວາມເຂົ້າໃຈ ແລະ ແບ່ງປັນເຊິ່ງກັນ ແລະ ກັນ”.

ຫວຽດເກືອງ