ທ່ານປະທານາທິບໍດີ ຝລັ່ງ Emmanuel Macron (ພາບ:TTXVN)

ຕາມແຈ້ງການຂອງທຳນຽບປະທານາທິບໍດີ ຝລັ່ງ, ຕອນບ່າຍວັນທີ 11 ມີນາ, ຢູ່ ປາຣີ, ຝລັ່ງ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ປະຊຸມກັບທ່ານເສນາທິການໃຫຍ່ກອງທັບ ມາຈາກ 30 ປະເທດສະມາຊິກສະຫະພາບເອີຣົບ (EU) ແລະ ອົງການສົນທິສັນຍາອັດລັງຕິກເໜືອ (NATO), ພ້ອມກັບ ອັງກິດ, ຕວັກກີ ແລະ ບາງປະເທດອື່ນ ເຊັ່ນ ອົດສະຕາລີ, ນິວຊີແລນ ແລະ ຍີ່ປຸ່ນ. ກອງປະຊຸມດັ່ງກ່າວຖືກຈັດຂຶ້ນເພື່ອແນໃສ່ກຳນົດບັນດາມາດຕະການຮັບປະກັນຄວາມໝັ້ນຄົງທີ່ສາມາດສະໜອງໃຫ້ແກ່ ຢູແກຼນ ໃນກໍລະນີຄຳສັ່ງຢຸດຍິງຖືກລົງນາມ, ພ້ອມທັງແນໃສ່ຄົ້ນຄວ້າໂຄງປະກອບປ້ອງກັນລວມໃຫ້ແກ່ ເອີຣົບ.

ໃນກອງປະຊຸມ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ຢັ້ງຢືນວ່າ ໃນສະພາບການປັດຈຸບັນ ຕ້ອງມີການດັດປັບຢ່າງຕໍ່ເນື່ອງເພື່ອກຳນົດບັນດາມາດຕະການຮັບປະກັນຄວາມໝັ້ນຄົງທີ່ໜ້າໄວ້ເນື້ອເຊື່ອໃຫ້ແກ່ພື້ນຖານສັນຕິພາບທີ່ຍືນຍົງ ແລະ ຍາວນານຢູ່ ຢູແກຼນ. ທ່ານກໍເນັ້ນໜັກວ່າ ນີິ້ແມ່ນຈຸດເວລາທີ່ ເອີຣົບ ຕ້ອງແບ່ງປັນຄວາມຮັບຜິດຊອບ, “ມານະພະຍາຍາມຈົນສຸດຄວາມສາມາດເພື່ອ ຢູແກຼນ ແລະ ເພື່ອຕົນເອງ”, ພ້ອມທັງຮຽກຮ້ອງບັນດາປະເທດສະເໜີບັນດາມາດຕະການຮັບປະກັນຄວາມໝັ້ນຄົງ ເຊິ່ງຕົນເອງສາມາດປະກອບສ່ວນ.