ທ່ານປະທານາທາບໍດີ Joe Biden ໄດ້ແຈ້ງໃຫ້ຊາບກ່ຽວກັບການຕັດສິນໃຈເພີ່ມທະວີການໜູນຊ່ວຍດ້ານຄວາມໝັ້ນຄົງໃຫ້ແກ່ Kiev, ໃນຂະນະທີ່ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ນຳສະເໜີແຜນການມຸ່ງໄປເຖິງການຢຸດຕິການປະທະກັນໃນປັດຈຸບັນ ລະຫວ່າງ ຢູແກຼນ ແລະ ລັດເຊຍ. ສອງຝ່າຍກໍ່ໄດ້ປຶກສາຫາລື ບັນດາແງ່ມູມດ້ານ ການຕ່າງປະເທດ, ເສດຖະກິດ ແລະ ການທະຫານໃນແຜນການຂອງທ່ານປະທານາທິບໍດີ Zelensky, ມອບໃຫ້ບັນດາເຈົ້າໜ້າທີ່ສືບຕໍ່ແລກປ່ຽນກ່ຽວກັບບັນດາບາດກ້າວຕໍ່ໄປ.
ຄາດວ່າໃນວັນທີ 12 ຕຸລາຈະມາເຖິງ, ທ່ານປະທານາທິບໍດີ Joe Biden ຈະເປັນປະທານການພົບປະສຸດຍອດກຸ່ມພົບປະຢູແກຼນ ຢູ່ເຢຍລະມັນ, ຕາມນັ້ນແລ້ວ, ສອງຝ່າຍຈະສືບຕໍ່ແລກປ່ຽນບັນດາຄວາມຄືບໜ້າ ໃນການປຶກສາຫາລື ແລະ ສົມທົບກັບບັນດາຄູ່ຮ່ວມມືກ່ຽວກັບການໜູນຊ່ວຍເພີ່ມເຕີມໃຫ້ແກ່ ຢູແກຼນ.
