ທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ກຸຍບາ (ພາບ: TTXVN ) |
ວັນທີ 30 ຕຸລາ, ກຳມະທິການການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ ທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ກຸຍບາ ຈະນຳໜ້າຄະນະຜູ້ແທນ ສະພາແຫ່ງຊາດ ກຸຍບາ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ໃນລະຫວ່າງວັນທີ 2 – 3 ພະຈິກ. ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ.

