(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ Amin Al-Nasser, ປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດນ້ຳມັນອາຍແກັດ ອາຣັບບີຊະອຸດີ) |
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂໍ້ລິເລີ່ມການລົງທຶນອະນາຄົດຄັ້ງທີ 8 (FII8), ຢ້ຽມຢາມ, ເຮັດວຽກຢູ່ ອາຣັບບີຊະອຸດີ, ຕອນບ່າຍວັນທີ 29 ຕຸລາ, ຢູ່ນະຄອນຫຼວງ Riyadh, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Amin Al-Nasser, ປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດນ້ຳມັນອາຍແກັດ ອາຣັບບີຊະອຸດີ (Saudi Aramco).
ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ (PVN) ສືບຕໍ່ແລກປ່ຽນເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມຢ່າງສູງ, ມີບັນດາໂຄງການຮ່ວມມືລະອຽດ. ໃນນັ້ນ, ທ່ານນາຍົກລັດຖະມົນຕີ ສົ່ງເສີມໃຫ້ Saudi Aramco ຮ່ວມມືລົງທຶນຢູ່ ຫວຽດນາມ, ທັງການກັ່ນນ້ຳມັນ ແລະ ຜະລິດນ້ຳມັນ, ສາງ ແລະ ແຈກຢາຍ ບໍ່ພຽງແຕ່ໃຫ້ແກ່ ຫວຽດນາມ ເທົ່ານັ້ນ, ຫາກນັບທັງພາກພື້ນ ແລະ ໃນໂລກອີກດ້ວຍ. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ Aramco ເຂົ້າຮ່ວມການລົງທຶນຢູ່ ຫວຽດນາມ ໃນຂົງເຂດນ້ຳມັນອາຍແກັດ, ພິເສດແມ່ນບັນດາໂຄງການກັ່ນນ້ຳມັນໃຫຍ່ຂອງ ຫວຽດນາມ, ພັດທະນາການຮ່ວມມືດ້ານການຄ້າ ໃນຂົງເຂດຜະລິດຕະພັນນ້ຳມັນ, ອາຍແກັດ, ເຄມີນ້ຳມັນອາຍແກັດ, ຄື: ນຳມັນດິບ, LNG, ຝຸ່ນເຄມີ…
ພາຍຫຼັງພິທີຕ້ອນຮັບ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, PVN ແລະ Saudi Aramco ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືໃນຂົງເຂດການຄ້ານ້ຳມັນອາຍແກັດ.

