ຄວາມງາມແບບຮົກເຮື້ອ ແລະ ເລື່ອງລາວຂອງ ມຸຍວີຣົ່ງ ຢູ່ ບິ່ງດິ້ງ
Nguyễn Gia/VTCnews -  
(VOVWORLD) - ມຸຍວີຣົ່ງ - ແມ່ນໜຶ່ງໃນບັນດາທິວທັດທຳມະຊາດທີ່ຮັກສາຄວາມງາມແບບຮົກເຮື້ອຂອງແຂວງ ບິ່ງດິ້ງ, ໂດຍເບິ່ງຈາກມູມສູງ, ແຫ່ງນີ້ຄືດັ່ງໂຕມັງກອນໃຫຍ່ພວມບືນຕົວອອກສູ່ທະເລ.
 |
| ໂດຍຫ່າງຈາກໃຈກາງນະຄອນ ກຸຍເຍິນ ປະມານ 70 ກມ, ມຸຍວີຣົ່ງ - ແກ້ງຫີນ ຂຶ້ນກັບໝູ່ບ້ານຊາວປະມົງ ເຕີນຟຸ້ງ, ຕາແສງ ມີ້ຖໍ້, ເມືອງ ຝູມີ້, ແຂວງ ບິ່ງດິ້ງ, ແມ່ນທິວທັດທຳມະຊາດທີ່ຍັງຮັກສາຈຸດຮົກເຮື້ອທຳມະຊາດໄວ້ເໝືອນເດີມ. |
 |
| ມຸຍວີຣົ່ງ ດ້ວຍບັນດາຊັ້ນຫີນຊັບຊ້ອນກັນໂດຍທຳມະຊາດ ໄດ້ສ້າງເປັນຈຸດທີ່ເປັນເອກະລັກສະເພາະ. |
 |
| ພິເສດ ແຫຼມຫີນທີ່ພົ້ນຊີ້ອອກສູ່ທະເລ ໄດ້ສ້າງເປັນຄວາມປະທັບໃຈທາງສາຍຕາທີ່ເຂັ້ມແຂງທີ່ສຸດ. |
 |
| ມຸຍວີຣົ່ງ, ບໍ່ພຽງແຕ່ແມ່ນຊື່ເອີ້ນທີ່ເລີ່ມມາຈາກຮູບຊົງທີ່ເປັນເອກະລັກສະເພາະຂອງແຫຼມຫີນເທົ່ານັ້ນ, ຫາກຍັງຊ້ອນແຝງເລື່ອງລາວທີ່ດຶງດູດໃຈ ທີ່ປະຊາຊົນ ບິ່ງດິ້ງ ໄດ້ເລົ່າຕໍ່ກັນຜ່ານຫຼາຍລຸ້ນຄົນ |
 |
| ມຸຍວີຣົ່ງ ແມ່ນການປະສານສົມທົບລະຫວ່າງຄວາມງາມທີ່ໃຫຍ່ໂຕມະໂຫຖານຂອງພູຫີນ ແລະ ຄວາມອ່ອນໂຍນ, ກວ້າງໃຫຍ່ໄພສານຂອງທະເລ. |
 |
| ພ້ອມກັບຄວາມງາມທຳມະຊາດນັ້ນ, ມຸຍວີຣົ່ງ ຍັງດຶງດູດແຂກທ່ອງທ່ຽວດ້ວຍຄວາມລຽບງ່າຍ ແລະ ຮັກແພງແຂກຄົນຂອງໝູ່ບ້ານຊາວປະມົງ ເຕີນຟຸ້ງ ອີກດ້ວຍ. |
 |
| ປະຈຸບັນ, ມຸຍວີຣົ່ງ ພວມຄ່ອຍໆກາຍເປັນຈຸດໜຶ່ງໃນແຜນທີ່ທ່ອງທ່ຽວຂອງແຂວງ ບິ່ງດິ້ງ. |
Nguyễn Gia/VTCnews