ທັດສະນີຍະພາບນະຄອນຫຼວງຮ່າໂນ້ຍສວຍງາມ ໃນຊຸມວັນປະຕິບັດການແຍກຫ່າງໃນສັງຄົມ
(VOVWORLD) -ໃນຊຸມວັນທີ່ປະຊາຊົນປະຕິບັດຄຳສັ່ງຂອງ ນາຍົກລັດຖະມົນຕີວ່າດ້ວຍການແຍກຫ່າງໃນສັງຄົມ, ຖະໜົນສາຍຕ່າງໆໃນຮ່າໂນ້ຍມີຄວາມງຽບສະງັດ, ເປົ່າປ່ຽວ, ແຕ່ກໍ່ມີຄວາມງາມເປັນເອກະລັກສະເພາະ.
![ທັດສະນີຍະພາບນະຄອນຫຼວງຮ່າໂນ້ຍສວຍງາມ ໃນຊຸມວັນປະຕິບັດການແຍກຫ່າງໃນສັງຄົມ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2020_04_10/media/vov5hanoicovid7ciyn_veis.jpg) |
ຖະໜົນຟານດິ່ງຟຸ່ງ ເຕັມໄປດ້ວຍໃບໄມ້ຫຼົ່ນ, ຕາມປົກກະຕິຢູ່ຖະໜົນສາຍນີ້ກໍ່ມີນັກຖ່າຍຮູບຫຼາຍຄົນມາເຄື່ອນໄຫວແຕ່ປັດຈຸບັນພັດເປົ່າປ່ຽວ, ງຽບສະງັດ |
![ທັດສະນີຍະພາບນະຄອນຫຼວງຮ່າໂນ້ຍສວຍງາມ ໃນຊຸມວັນປະຕິບັດການແຍກຫ່າງໃນສັງຄົມ - ảnh 3](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2020_04_10/media/3_lygd.jpg) |
ຖະໜົນອຽນຟຸ້ກໍ່ເຫັນລົດບໍ່ເທົາໃດຄັນແລ່ນຜ່ານ, ທຸກຄົນຕ່າງກໍ່ໃຊ້ຜ້າອັດປາກ |
![ທັດສະນີຍະພາບນະຄອນຫຼວງຮ່າໂນ້ຍສວຍງາມ ໃນຊຸມວັນປະຕິບັດການແຍກຫ່າງໃນສັງຄົມ - ảnh 4](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2020_04_10/media/4_ntqc.jpg) |
ຫໍນ້ຳໃນຖະໜົນຮ່າງເດົ້າເພີ່ມຄວາມງາມໃນລະດູໃບໄມ້ປ່ຽນສີ |
![ທັດສະນີຍະພາບນະຄອນຫຼວງຮ່າໂນ້ຍສວຍງາມ ໃນຊຸມວັນປະຕິບັດການແຍກຫ່າງໃນສັງຄົມ - ảnh 5](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2020_04_10/media/5_rsov.jpg) |
ທາງແຄມໜອງໂຮ່ໄຕໃນຍາມຕອນບ່າຍມີແສງແດດ, ທ້ອງຟ້າແຈ່ມໃສ ແຕ່ກໍ່ບໍ່ເຫັນຄົນໄປມາ |
![ທັດສະນີຍະພາບນະຄອນຫຼວງຮ່າໂນ້ຍສວຍງາມ ໃນຊຸມວັນປະຕິບັດການແຍກຫ່າງໃນສັງຄົມ - ảnh 7](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2020_04_10/media/7_yqcg.jpg) |
ຖະໜົນ ຍາເທີ ຊຶ່ງແມ່ນຖະໜົນມີໂບດໃຫຍ່ ແລະ ມີຮ້ານ ກາເຟ ຫຼາຍຮ້ານ, ຕາມປົກກະຕິກໍ່ມີແຂກທ່ອງທ່ຽວມານັ່ງດື່ມກາເຟຢ່າງຫຼວງຫຼາຍແຕ່ໃນຊຸມວັນນີ້ກໍ່ເປົ່າປ່ຽວ, ທຸກໆຮ້ານກໍ່ປິດປະຕູ |
![ທັດສະນີຍະພາບນະຄອນຫຼວງຮ່າໂນ້ຍສວຍງາມ ໃນຊຸມວັນປະຕິບັດການແຍກຫ່າງໃນສັງຄົມ - ảnh 9](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2020_04_10/media/9_lyhn.jpg) |
3 ແຍກ ຕະຮຽນ - ເລືອງງອກກວຽນ ກ່ອນທີ່ຈະເກີດໂລກລະບາດ Covid – 19 ນີ້ແມ່ນໜຶ່ງໃນບັນດາສະຖານທີ່ມີຮ້ານກິນດື່ມຫຼາຍຮ້ານແລະມີແຂກຄົນມາເຕົ້າໂຮມຢ່າງໜ້າແໜ້ນທີ່ສຸດຢູ່ຮ່າໂນ້ຍ |
![ທັດສະນີຍະພາບນະຄອນຫຼວງຮ່າໂນ້ຍສວຍງາມ ໃນຊຸມວັນປະຕິບັດການແຍກຫ່າງໃນສັງຄົມ - ảnh 10](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2020_04_10/media/10_krmt.jpg) |
4 ແຍກ ເກືອນາມ - ເລຢວນ ເຊິ່ງແມ່ນໜຶ່ງໃນຈຳນວນທາງ 4 ແຍກທີ່ໜ້າແໜ້ນທີ່ສຸດຢູ່ຮ່າໂນ້ຍ |
![ທັດສະນີຍະພາບນະຄອນຫຼວງຮ່າໂນ້ຍສວຍງາມ ໃນຊຸມວັນປະຕິບັດການແຍກຫ່າງໃນສັງຄົມ - ảnh 11](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2020_04_10/media/11_pwss.jpg) |
ຖະໜົນຮ່າງດ່າວ ຮ້ານຂາຍເຄື່ອງທຸກໆຮ້ານລ້ວນແຕ່ປິດປະຕູ ນັບແຕ່ເມື່ອເກີດໂລກລະບາດ Covid – 19 ຖະໜົນຍ່າງ (ຕະຫຼາດກາງຄືນ)ໃນທ້າຍສັບປະດາຢູ່ແຫ່ງນີ້ໄດ້ຢຸດເຄື່ອນໄຫວຊົ່ວຄາວເພື່ອຫຼີກລ້ຽງການເຕົ້າໂຮມຫຼາຍຄົນ |