ບັນຍາກາດບຸນເຕັດຄຶກຄື້ນມ່ວນຊື່ນໃນທົ່ວຫວຽດນາມ

(VOVWORLD) -  ໃນຊຸມວັນໃກ້ຈະຮອດບຸນປີໃໝ່ປະຈຳຊາດ (ບຸນເຕັດ) ປີມະເມຍ 2026, ທົ່ວປະເທດ ຫວຽດນາມ ຄືໄດ້ປົກຄຸມໄປດ້ວຍສີສັນທີ່ຟົດຟື້ນຂອງລະດູບານໃໝ່. ຈາກເຂດຕົວເມືອງໄປຮອດເຂດຊົນນະບົດ, ລະດູບານໃໝ່ໄດ້ໄປຍັງທຸກແຫ່ງຫົນ ແລະ ປະກົດໃນໃບໜ້າທີ່ໃສແຈ້ງເຕັມໄປດ້ວຍຄວາມຫວັງ.
ບັນຍາກາດບຸນເຕັດຄຶກຄື້ນມ່ວນຊື່ນໃນທົ່ວຫວຽດນາມ - ảnh 1
ພາບ: VOV
ບັນຍາກາດບຸນເຕັດຄຶກຄື້ນມ່ວນຊື່ນໃນທົ່ວຫວຽດນາມ - ảnh 2
ນະຄອນຫຼວງ ຮ່າໂນ້ຍ ສີສັນຟົດຟື້ນໄປດ້ວຍທຸງປະດັບ, ປົກຄຸມໄປດ້ວຍໃບໜ້າທີ່ສະຫງ່າຜ່າເຜີຍ, ກຽມພ້ອມຕ້ອນຮັບກາລະໂອກາດໃໝ່ຂອງປີມະເມຍ (ພາບ: VOV)
ບັນຍາກາດບຸນເຕັດຄຶກຄື້ນມ່ວນຊື່ນໃນທົ່ວຫວຽດນາມ - ảnh 3
ຮູບປັ້ນໂຕມ້າມົງຄຸນຢູ່ຫໍວັດທະນະທຳຊາວໜຸ່ມ (ນະຄອນໂຮ່ຈີມິນ) - ສັນຍາລັກໃຫ້ແກ່ກຳລັງແຮງ ແລະ ຄວາມບຸກທະລຸ. (ພາບ: VOV)
ບັນຍາກາດບຸນເຕັດຄຶກຄື້ນມ່ວນຊື່ນໃນທົ່ວຫວຽດນາມ - ảnh 4
ໃນຊຸມວັນໃກ້ຈະຮອດບຸນເຕັດປີມະເມຍ 2026, ບັນດາໝູ່ບ້ານດອກໄມ້ໃນທົ່ວທຸກແຂວງ, ນະຄອນ ປະກົດຂຶ້ນເໝືອນດັ່ງພາບແຕ້ມທີ່ຫຼາກຫຼາຍສີສັນ (ພາບ: VOV)
ບັນຍາກາດບຸນເຕັດຄຶກຄື້ນມ່ວນຊື່ນໃນທົ່ວຫວຽດນາມ - ảnh 5
ຮູບປັ້ນໂຕມ້າມົງຄຸນຢູ່ຫໍວັດທະນະທຳຊາວໜຸ່ມ (ນະຄອນໂຮ່ຈີມິນ) - ສັນຍາລັກໃຫ້ແກ່ກຳລັງແຮງ ແລະ ຄວາມບຸກທະລຸ.
ບັນຍາກາດບຸນເຕັດຄຶກຄື້ນມ່ວນຊື່ນໃນທົ່ວຫວຽດນາມ - ảnh 6
ຊາວກະສິກອນຂະຫຍັນພຽນບົວລະບັດແຕ່ລະກິ່ງຫງ່າດອກໄມ້ ດ້ວຍຄວາມຫວັງລະດູການຜະລິດຈະໄດ້ຮັບຜົນດີ. (ພາບ: VOV)
ບັນຍາກາດບຸນເຕັດຄຶກຄື້ນມ່ວນຊື່ນໃນທົ່ວຫວຽດນາມ - ảnh 7
ປະຊາຊົນໄປແວ່ຢາມຕະຫຼາດດອກໄມ້ລະດູບານໃໝ່ໃນຊຸມວັນໃກ້ຈະຮອດບຸນເຕັດຢ່າງຄັບຄາໜາແໜ້ນ. (ພາບ: VOV)
ບັນຍາກາດບຸນເຕັດຄຶກຄື້ນມ່ວນຊື່ນໃນທົ່ວຫວຽດນາມ - ảnh 8
ລົດບັນດາຖ້ຽວບັນຈຸໄປດ້ວຍສີສັນລະດູບານໃໝ່, ນຳເອົາກິ່ນອາຍສີສັນບຸນເຕັດໄປຍັງແຕ່ລະແຈມູມຂອງຖະໜົນຫົນທາງ. (ພາບ: VOV)
ບັນຍາກາດບຸນເຕັດຄຶກຄື້ນມ່ວນຊື່ນໃນທົ່ວຫວຽດນາມ - ảnh 9
ຈາກດິນຕໍ່ແຜ່ນຈົນຮອດເຂດໝູ່ເກາະທີ່ຫ່າງໄກ, ບັນດານັກຮົບໜຸ່ມໄດເອົາລະດູບານໃໝ່ ແລະ ນ້ຳໃຈຄວາມຮັກແພງໃນບັນຍາກາດຟົດຟື້ນມ່ວນຊື່ນໃນຊຸມວັນທ້າຍປີໄປນຳ.
ບັນຍາກາດບຸນເຕັດຄຶກຄື້ນມ່ວນຊື່ນໃນທົ່ວຫວຽດນາມ - ảnh 10
ບັນດາຂອງຂວັນທີ່ເຂັ້ມຂຸ້ນໄປດ້ວຍນ້ຳໃຈຄວາມຮັກແພງຂອງເຂດດິນຕໍ່ແຜ່ນໄດ້ມອບໃຫ້ເຖິງມືທະຫານ ແລະ ປະຊາຊົນເຂດພິເສດ ແບັກລອງຫວີ ແລະ ກາດຫາຍ (ນະຄອນ ຫ໋າຍຝ່ອງ).
ບັນຍາກາດບຸນເຕັດຄຶກຄື້ນມ່ວນຊື່ນໃນທົ່ວຫວຽດນາມ - ảnh 11
ຫ້ອງຕ້ອນຮັບລະດູບານໃໝ່ຂອງພະນັກງານ, ນັກຮົບປ້ອມ radar 495 ຢູ່ໝູ່ເກາະ ກາດ ເຕັມໄປດ້ວຍບັນຍາກາດບຸນເຕັດ.
ບັນຍາກາດບຸນເຕັດຄຶກຄື້ນມ່ວນຊື່ນໃນທົ່ວຫວຽດນາມ - ảnh 12
ໃນໂອກາດນີ້ ໄດ້ດຳເນີນຫຼາຍກິດຈະກຳທຳການກຸສົນ ໂດຍນຳບຸນເຕັດທີ່ພຽບພ້ອມຄົບຖ້ວນມາໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ຢູ່ເຂດຊາຍແດນ.  (ພາບ: VOV)
ບັນຍາກາດບຸນເຕັດຄຶກຄື້ນມ່ວນຊື່ນໃນທົ່ວຫວຽດນາມ - ảnh 13
ລາຍການ “ລະດູບານໃໝ່ເຂດຊາຍແດນ - ນຳຄວາມອຸ່ນໃຈມາໃຫ້ພໍ່ແມ່ປະຊາຊົນໃນບ້ານ” ຢູ່ຕາແສງເຂດພູສູງຊາຍແດນ, ເຊີນເລິມ, ແຂວງ ເງະອານ.  (ພາບ: VOV)
ບັນຍາກາດບຸນເຕັດຄຶກຄື້ນມ່ວນຊື່ນໃນທົ່ວຫວຽດນາມ - ảnh 14
ບຸນເຕັດໃກ້ຈະວຽນມາຮອດແລ້ວ, ບໍ່ພຽງແຕ່ໃນສີສັນຂອງດອກຄາຍ, ດອກເໝີຍ ຫຼື ບັນດາຂອງຂວັນລະດູບານໃໝ່ທີ່ມີຄວາມໝາຍເທົ່ານັ້ນ ຫາກຍັງແມ່ນການພ້ອມຈິດພ້ອມໃຈ, ການແບ່ງປັນຂອງຫົວໃຈຫວຽດນາມ ນັບລ້ານດວງ. ບໍ່ວ່າຈະຢູ່ບ່ອນໃດ, ເຖິງວ່າຈະຢູ່ເທິງຈອມພູສູງ ຫຼື ຢູ່ກາງທະເລກຕາມ, ແຕ່ຈິດໃຈສາມັກຄີ ແລະ ຄວາມເຊື່ອໝັ້ນໃນປີໃໝ່ຈະມີຄວາມບຸກທະລຸນັ້ນ ຍາມໃດກໍ່ຍັງມີຢູ່. ລະດູບານໃໝ່ປີປະເມຍພວມມາເຄາະປະຕູເຮືອນແຕ່ລະຫຼັງ, ນຳມາເຊິ່ງຄວາມຫວັງກ່ຽວກັບວິວັດການເດີນທາງໃໝ່ທີ່ມີຄວາມສະຫງົບສຸກ ແລະ ຈະເລີນຮຸ່ງເຮືອງໃຫ້ແກ່ປະເທດຊາດ.  (ພາບ: VOV)

ຕອບກັບ

ຂ່າວ/ບົດ​ອື່ນ