ບັນຍາກາດບຸນເຕັດຄຶກຄື້ນມ່ວນຊື່ນໃນທົ່ວຫວຽດນາມ
(VOVWORLD) - ໃນຊຸມວັນໃກ້ຈະຮອດບຸນປີໃໝ່ປະຈຳຊາດ (ບຸນເຕັດ) ປີມະເມຍ 2026, ທົ່ວປະເທດ ຫວຽດນາມ ຄືໄດ້ປົກຄຸມໄປດ້ວຍສີສັນທີ່ຟົດຟື້ນຂອງລະດູບານໃໝ່. ຈາກເຂດຕົວເມືອງໄປຮອດເຂດຊົນນະບົດ, ລະດູບານໃໝ່ໄດ້ໄປຍັງທຸກແຫ່ງຫົນ ແລະ ປະກົດໃນໃບໜ້າທີ່ໃສແຈ້ງເຕັມໄປດ້ວຍຄວາມຫວັງ.
 |
| ພາບ: VOV |
 |
| ນະຄອນຫຼວງ ຮ່າໂນ້ຍ ສີສັນຟົດຟື້ນໄປດ້ວຍທຸງປະດັບ, ປົກຄຸມໄປດ້ວຍໃບໜ້າທີ່ສະຫງ່າຜ່າເຜີຍ, ກຽມພ້ອມຕ້ອນຮັບກາລະໂອກາດໃໝ່ຂອງປີມະເມຍ (ພາບ: VOV) |
 |
| ຮູບປັ້ນໂຕມ້າມົງຄຸນຢູ່ຫໍວັດທະນະທຳຊາວໜຸ່ມ (ນະຄອນໂຮ່ຈີມິນ) - ສັນຍາລັກໃຫ້ແກ່ກຳລັງແຮງ ແລະ ຄວາມບຸກທະລຸ. (ພາບ: VOV) |
 |
| ໃນຊຸມວັນໃກ້ຈະຮອດບຸນເຕັດປີມະເມຍ 2026, ບັນດາໝູ່ບ້ານດອກໄມ້ໃນທົ່ວທຸກແຂວງ, ນະຄອນ ປະກົດຂຶ້ນເໝືອນດັ່ງພາບແຕ້ມທີ່ຫຼາກຫຼາຍສີສັນ (ພາບ: VOV) |
 |
| ຮູບປັ້ນໂຕມ້າມົງຄຸນຢູ່ຫໍວັດທະນະທຳຊາວໜຸ່ມ (ນະຄອນໂຮ່ຈີມິນ) - ສັນຍາລັກໃຫ້ແກ່ກຳລັງແຮງ ແລະ ຄວາມບຸກທະລຸ. |
 |
| ຊາວກະສິກອນຂະຫຍັນພຽນບົວລະບັດແຕ່ລະກິ່ງຫງ່າດອກໄມ້ ດ້ວຍຄວາມຫວັງລະດູການຜະລິດຈະໄດ້ຮັບຜົນດີ. (ພາບ: VOV) |
 |
| ປະຊາຊົນໄປແວ່ຢາມຕະຫຼາດດອກໄມ້ລະດູບານໃໝ່ໃນຊຸມວັນໃກ້ຈະຮອດບຸນເຕັດຢ່າງຄັບຄາໜາແໜ້ນ. (ພາບ: VOV) |
 |
| ລົດບັນດາຖ້ຽວບັນຈຸໄປດ້ວຍສີສັນລະດູບານໃໝ່, ນຳເອົາກິ່ນອາຍສີສັນບຸນເຕັດໄປຍັງແຕ່ລະແຈມູມຂອງຖະໜົນຫົນທາງ. (ພາບ: VOV) |
 |
| ຈາກດິນຕໍ່ແຜ່ນຈົນຮອດເຂດໝູ່ເກາະທີ່ຫ່າງໄກ, ບັນດານັກຮົບໜຸ່ມໄດເອົາລະດູບານໃໝ່ ແລະ ນ້ຳໃຈຄວາມຮັກແພງໃນບັນຍາກາດຟົດຟື້ນມ່ວນຊື່ນໃນຊຸມວັນທ້າຍປີໄປນຳ. |
 |
| ບັນດາຂອງຂວັນທີ່ເຂັ້ມຂຸ້ນໄປດ້ວຍນ້ຳໃຈຄວາມຮັກແພງຂອງເຂດດິນຕໍ່ແຜ່ນໄດ້ມອບໃຫ້ເຖິງມືທະຫານ ແລະ ປະຊາຊົນເຂດພິເສດ ແບັກລອງຫວີ ແລະ ກາດຫາຍ (ນະຄອນ ຫ໋າຍຝ່ອງ). |
 |
| ຫ້ອງຕ້ອນຮັບລະດູບານໃໝ່ຂອງພະນັກງານ, ນັກຮົບປ້ອມ radar 495 ຢູ່ໝູ່ເກາະ ກາດ ເຕັມໄປດ້ວຍບັນຍາກາດບຸນເຕັດ. |
 |
| ໃນໂອກາດນີ້ ໄດ້ດຳເນີນຫຼາຍກິດຈະກຳທຳການກຸສົນ ໂດຍນຳບຸນເຕັດທີ່ພຽບພ້ອມຄົບຖ້ວນມາໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ຢູ່ເຂດຊາຍແດນ. (ພາບ: VOV) |
 |
| ລາຍການ “ລະດູບານໃໝ່ເຂດຊາຍແດນ - ນຳຄວາມອຸ່ນໃຈມາໃຫ້ພໍ່ແມ່ປະຊາຊົນໃນບ້ານ” ຢູ່ຕາແສງເຂດພູສູງຊາຍແດນ, ເຊີນເລິມ, ແຂວງ ເງະອານ. (ພາບ: VOV) |
 |
| ບຸນເຕັດໃກ້ຈະວຽນມາຮອດແລ້ວ, ບໍ່ພຽງແຕ່ໃນສີສັນຂອງດອກຄາຍ, ດອກເໝີຍ ຫຼື ບັນດາຂອງຂວັນລະດູບານໃໝ່ທີ່ມີຄວາມໝາຍເທົ່ານັ້ນ ຫາກຍັງແມ່ນການພ້ອມຈິດພ້ອມໃຈ, ການແບ່ງປັນຂອງຫົວໃຈຫວຽດນາມ ນັບລ້ານດວງ. ບໍ່ວ່າຈະຢູ່ບ່ອນໃດ, ເຖິງວ່າຈະຢູ່ເທິງຈອມພູສູງ ຫຼື ຢູ່ກາງທະເລກຕາມ, ແຕ່ຈິດໃຈສາມັກຄີ ແລະ ຄວາມເຊື່ອໝັ້ນໃນປີໃໝ່ຈະມີຄວາມບຸກທະລຸນັ້ນ ຍາມໃດກໍ່ຍັງມີຢູ່. ລະດູບານໃໝ່ປີປະເມຍພວມມາເຄາະປະຕູເຮືອນແຕ່ລະຫຼັງ, ນຳມາເຊິ່ງຄວາມຫວັງກ່ຽວກັບວິວັດການເດີນທາງໃໝ່ທີ່ມີຄວາມສະຫງົບສຸກ ແລະ ຈະເລີນຮຸ່ງເຮືອງໃຫ້ແກ່ປະເທດຊາດ. (ພາບ: VOV) |