ວັນບຸນຄຼິດສະມາດ ຮ່າໂນ້ຍ ສວຍງາມຍິບຍັບ
Le Chi -  
(VOVWORLD) - ໃນຊຸມມື້ນີ້, ບັນຍາກາດວັນບຸນຄຼິດສະມາດໄດ້ປົກຄຸມໃນທົ່ວ ຮ່າໂນ້ຍ. ບໍ່ພຽງແຕ່ແມ່ນວັນບຸນສາສະໜາເທົ່ານັ້ນ, ວັນບຸນຄຼິດສະມາດຢູ່ນະຄອນຫຼວງ ຮ່າໂນ້ຍ ໄດ້ກາຍເປັນເຂດວັດທະນະທຳທີ່ເປັນເອກະລັກສະເພາະອີກດ້ວຍ.
 |
| ເຂດອ້ອມໜອງ ໂຮ່ເກືອມ ຍາມສາຍັນ, ແສງດອກໄຟປະດັບປະດາໃຫ້ແກ່ວັນບຸນຄຼິດສະມາດຄ່ອຍໆຍິບຍັບ, ສ້າງເປັນບັນຍາກາດທີ່ເປັນເອກະລັກສະເພາະຂອງວັນບຸນຍາມທ້າຍປີ. |
 |
| ຮ່າໂນ້ຍ ຍາມທ້າຍປີຍິບຍັບຍິ່ງກວ່າເວລາໃດໝົດ. |
 |
| ໂດຍແມ່ນເຂດຂາຍເຄື່ອງຮັບໃຊ້ວັນບຸນຕ່າງໆໃຫຍ່ທີ່ສຸດ, ເຂດຖະໜົນ ຮ່າງມ້າ ໃນຊຸມມື້ທ້າຍເດືອນທັນວາ ສວຍງາມດ້ວຍບັນດາແສງດອກໄຟ ແລະ ສີແດງ - ສີຂາວ ເປັນເອກະລັກສະເພາະຂອງວັນບຸນຄຼິດສະມາດ. |
 |
| ຢູ່ແຫ່ງນີ້ໄດ້ຂາຍສິນຄ້າຫຼາຍປະເພດທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ຕອບສະໜອງຄວາມຕ້ອງການໃນການຊື້ເຄື່ອງຂອງປະຊາຊົນໃນໂອກາດວັນບຸນ, ບຸນເຕັດຍາມທ້າຍປີ. |
 |
| ແຂກທ່ອງທ່ຽວຕ່າງປະເທດຢ້ຽມຢາມເຂດຖະໜົນເກົ່າ ຮ່າໂນ້ຍ ໃນຊຸມມື້ວັນບຸນ… |
 |
| ໂບດໃຫຍ່ ຮ່າໂນ້ຍ ໄດ້ຮັບການປະດັບປະດາຢ່າງງາມຕາເພື່ອຕ້ອນຮັບວັນບຸນຄຼິດສະມາດ |
 |
| ໂບດ ຮ່າມລອງ. |
 |
| ບັນຍາກາດກ່ອນຈະຮອດວັນບຸນຄຼິດສະມາດ ຢູ່ແຫ່ງນີ້ໄດ້ສ້າງຄວາມສະງົບສຸກ, ສະຫນິດຕິດພັນ. |
Le Chi