ຮັບຊົມ ຕົ້ນໝວກຈີນ (Firmiana simplex) ບານສະພັ່ງ ອວດອ້າງສີສັນໃນເຂດປູສະນີຍະສະຖານ ກຸງເກົ່າ ເຫ້ວ

(VOVWORLD) -     ນັບແຕ່ກາງເດືອນເມສາ, ຕົ້ນໝວກຈີນ (Firmiana simplex) ໃນບໍລິເວນເຂດປູສະນີຍະສະຖານກຸງເກົ່າ ເຫ້ວ ເລີ່ມບານສະພັງສີເຈີດຈ້າ. ມາຢ້ຽມຢາມເຫ້ວ ໃນຊ່ວງເວລານີ້, ແຂກທ່ອງທ່ຽວຈະຮູ້ສຶກປະທັບໃຈເມື່ອຮັບຊົມຄວາມງາມຂອງດອກໄມ້ທີ່ໄດ້ຮັບການຂະໜາມນາມວ່າ ດອກໄມ້ແຫ່ງລາດຊະວັງ.

ຮັບຊົມ ຕົ້ນໝວກຈີນ (Firmiana simplex) ບານສະພັ່ງ ອວດອ້າງສີສັນໃນເຂດປູສະນີຍະສະຖານ ກຸງເກົ່າ ເຫ້ວ - ảnh 1
ເມື່ອເດືອນເມສາ ວຽນມາ, ຕົ້ນໝວກຈີນ (Firmiana simplex) ຢູ່ເຫ້ວພັດເລີ່ມບານສະພັ່ງສ້າງເປັນທິວທັດບັນຍາກາດທີ່ສະຫງົບສຸກ, ເປັນໜ້າຈັບໃຈ ແລະ ເພີ່ມສີສັນຄວາມງາມໃຫ້ແກ່ດິນແດນກາບກອນ.
ຮັບຊົມ ຕົ້ນໝວກຈີນ (Firmiana simplex) ບານສະພັ່ງ ອວດອ້າງສີສັນໃນເຂດປູສະນີຍະສະຖານ ກຸງເກົ່າ ເຫ້ວ - ảnh 2
ຕົ້ນໝວກຈີນ (Firmiana simplex) ໄດ້ຮັບການສະໜາມນາມວ່າແມ່ນດອກໄມ້ລາດຊາວັງ ຕິດພັນກັບ ພາບພົດຂອງວົງຕະກຸນ ຫງວຽນ ຢູ່ ເຫ້ວ
ຮັບຊົມ ຕົ້ນໝວກຈີນ (Firmiana simplex) ບານສະພັ່ງ ອວດອ້າງສີສັນໃນເຂດປູສະນີຍະສະຖານ ກຸງເກົ່າ ເຫ້ວ - ảnh 3
ຕົ້ນໝວກຈີນ (Firmiana simplex) ໄດ້ຮັບການປຽບທຽບກັບດອກໄມ້ໃນພະລາດຊາວັງ ໂດຍແມ່ນໜຶ່ງໃນ ດອກໄມ້ 9 ຊະນິດເຊິ່ງເຈົ້າຊີວິດ ມິງມ້າງ ເລືອກໃຫ້ແກະສະລັກໃສ່ໂຖໃຫຍ່ເກົ້າໜ່ວຍໃນສະໄໝສັກດິນາ ຄືສັນຍາລັກຂອງສິດອຳນາດຂອງເຈົ້າຊີວິດ.
ຮັບຊົມ ຕົ້ນໝວກຈີນ (Firmiana simplex) ບານສະພັ່ງ ອວດອ້າງສີສັນໃນເຂດປູສະນີຍະສະຖານ ກຸງເກົ່າ ເຫ້ວ - ảnh 4
ຕົ້ນໝວກຈີນ (Firmiana simplex) ຈະບານສະພັ່ງເມື່ອທ້າຍເດືອນມີນາ, ຕົ້ນເດືອນເມສາ ສ້າງເປັນພາບທີ່ສວຍງາມດັ່ງໃນຝັນ, ສະຫງົບສຸກ.
ຮັບຊົມ ຕົ້ນໝວກຈີນ (Firmiana simplex) ບານສະພັ່ງ ອວດອ້າງສີສັນໃນເຂດປູສະນີຍະສະຖານ ກຸງເກົ່າ ເຫ້ວ - ảnh 5
ປັດຈຸບັນ, ຕົ້ນໝວກຈີນ (Firmiana simplex) ໄດ້ປູກຢູ່ຫຼາຍບ່ອນຢູ່ ເຫ້ວ
ຮັບຊົມ ຕົ້ນໝວກຈີນ (Firmiana simplex) ບານສະພັ່ງ ອວດອ້າງສີສັນໃນເຂດປູສະນີຍະສະຖານ ກຸງເກົ່າ ເຫ້ວ - ảnh 6
ຕົ້ນໝວກຈີນ (Firmiana simplex) ບານສະພັ່ງຢູ່ສວນສາທາລະນະຕົ້ນໄມ້ຂຽວ
ຮັບຊົມ ຕົ້ນໝວກຈີນ (Firmiana simplex) ບານສະພັ່ງ ອວດອ້າງສີສັນໃນເຂດປູສະນີຍະສະຖານ ກຸງເກົ່າ ເຫ້ວ - ảnh 7
ມູມມອງຕົ້ນໝວກຈີນ (Firmiana simplex) ຢູ່ຝັ່ງທາງທິດໃຕ້ຂອງນະຄອນ, ຍິ່ງສະແດງໃຫ້ເຫັນການປະສົມປະສານລະຫວ່າງອະດີດຕະການ ແລະ ປັດຈຸບັນຂອງກຸງເກົ່າ ເຫ້ວ ຢ່າງຈະແຈ້ງ.
ຮັບຊົມ ຕົ້ນໝວກຈີນ (Firmiana simplex) ບານສະພັ່ງ ອວດອ້າງສີສັນໃນເຂດປູສະນີຍະສະຖານ ກຸງເກົ່າ ເຫ້ວ - ảnh 8
ກິ່ງດອກໄມ້ຂອງຕົ້ນໝວກຈີນ (Firmiana simplex)
ຮັບຊົມ ຕົ້ນໝວກຈີນ (Firmiana simplex) ບານສະພັ່ງ ອວດອ້າງສີສັນໃນເຂດປູສະນີຍະສະຖານ ກຸງເກົ່າ ເຫ້ວ - ảnh 9
ຫຼາຍປີມານີ້, ຕົ້ນໝວກຈີນ (Firmiana simplex) ຢູ່ດ້ານຫຼັງ ວັງ ທ້າຍຮ່ວາ ໄດ້ກາຍເປັນສະຖານທີ່ຖ່າຍຮູບທີ່ດຶງດູດແຂກທ່ອງທ່ຽວເມື່ອມາລາດຊະວັງ ເຫ້ວ
ຮັບຊົມ ຕົ້ນໝວກຈີນ (Firmiana simplex) ບານສະພັ່ງ ອວດອ້າງສີສັນໃນເຂດປູສະນີຍະສະຖານ ກຸງເກົ່າ ເຫ້ວ - ảnh 10
ພວກເພື່ອນໜຸ່ມ ດ້ວຍຊຸດອາພອນ ຫວຽດ ເດີມ ໄດ້ບັນທຶກຄວາມງາມກັບຕົ້ນໝວກຈີນ (Firmiana simplex) ຢູ່ໃນລາດຊະວັງ ເຫ້ວ.
ຮັບຊົມ ຕົ້ນໝວກຈີນ (Firmiana simplex) ບານສະພັ່ງ ອວດອ້າງສີສັນໃນເຂດປູສະນີຍະສະຖານ ກຸງເກົ່າ ເຫ້ວ - ảnh 11
ຕົ້ນໝວກຈີນ (Firmiana simplex) ບານສະພັ່ງສວຍງາມທີ່ສຸດຍາມທ້າຍເດືອນເມສາ ແລະ ຕົ້ນເດືອນພຶດສະພາ ເມື່ອໃບໄມ້ຫຼົ່ນໝົດ.
ຮັບຊົມ ຕົ້ນໝວກຈີນ (Firmiana simplex) ບານສະພັ່ງ ອວດອ້າງສີສັນໃນເຂດປູສະນີຍະສະຖານ ກຸງເກົ່າ ເຫ້ວ - ảnh 12
ດອກໄມ້ຕົ້ນໝວກຈີນ (Firmiana simplex) ໄດ້ເພີ່ມຄວາມງາມໃຫ້ແກ່ສະຖາປັດຕະຍາກຳພິເສດ ແລະ ລະອຽດຍອດຍິ່ງ ຢູ່ເຂດປູສະນີຍະສະຖານຕ່າງໆຢູ່ເຫ້ວ.
ຮັບຊົມ ຕົ້ນໝວກຈີນ (Firmiana simplex) ບານສະພັ່ງ ອວດອ້າງສີສັນໃນເຂດປູສະນີຍະສະຖານ ກຸງເກົ່າ ເຫ້ວ - ảnh 13
ມາກຸງເກົ່າ ເຫ້ວ ໃນໂອກາດນີ້, ແຂກທ່ອງທ່ຽວຈົ່ງຢ່າພາດໂອກາດໄປຊົມຄວາມງາມຂອງພົມດອກຕົ້ນໝວກຈີນ ທີ່ສວຍງາມຢູ່ທີ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ