ຫວ່າງແລ້ວນີ້ ມີນັກສຶກສາຕ່າງປະເທດຄື: ນັກສຶກສາ ກູບາ, ອາເມລິກາ, ຈີນ … ໄດ້ເຂົ້າຮ່ວມລາຍການ “ບຸນເຕັດຫວຽດນາມປີ 2019” ໂດຍ ສະໂມສອນສາລາບ້ານຫວຽດນາມ ແລະ ຄະນະຄຸ້ມຄອງຄຸ້ມຖະຫນົນເກົ່າ ຮ່າໂນ້ຍ ຈັດຕັ້ງ

ໃນລາຍການນີ້ ບັນດານັກສຶກສາຕ່າງປະເທດ ໄດ້ໄປຢ້ຽມຢາມ ແລະ ເຂົ້າຮ່ວມບັນຍາກາດບຸນເຕັດຢູ່ຖະຫນົນ ຟຸ່ງຮືງ, ຢ້ຽມຊົມຕະຫລາດດອກໄມ້ໃນບຸນເຕັດ ແລະ ປູຊະນີຍະສະຖານປະຫວັດສາດຫລາຍແຫ່ງຢູ່ຄຸ້ມຖະຫນົນເກົ່າ ຮ່າໂນ້ຍ

ລາຍການ ບຸນເຕັດຫວຽດນາມປີ 2019 ໄດ້ເຮັດໃຫ້ພວກເພື່ອນມີຄວາມປະທັບໃຈ ແລະ ເຂົ້າໃຈວັດທະນະທຳຕ້ອນຮັບບຸນເຕັດຂອງຊາວຫວຽດນາມ ກວ່າອີກ

ນັກສຶກສາຕ່າງປະເທດໄດ້ຊົມບັນດາຮູບການສິລະປະທີ່ເປັນເອກະລັກສະເພາະຂອງຫວຽດນາມຄື: ຂັບເຈົາວັນ, ຂັບເສີມ, ອ່ານກາບກອນ

ນັກສຶກສາ ລັດເຊຍ ຊົມພາບພື້ນເມືອງຂອງຫວຽດນາມ

ເມື່ອຢ້ຽມຊົມຕະຫລາດດອກໄມ້ໃນຍາມບຸນເຕັດ, ພວກເພື່ອນນັກສຶກສາຕ່າງປະເທດຮູ້ສຶກແປກປະຫລາດເມື່ອຖະຫນົນ ຮ່າງເລືອກ ໄດ້ກາຍເປັນຖະຫນົນດອກໄມ້ທີ່ຫນ້າປະທັບໃຈດ້ວຍສີສັນຫລາກຫລາຍຂອງດອກໄມ້ນາໆຊະນິດ

ເມື່ອຊົມຕະຫລາດດອກໄມ້ ແລະ ໄດ້ຮັບຟັງເລື່ອງປະດັບປະດາດອກໄມ້ໃນຍາມບຸນເຕັດຂອງຊາວຫວຽດນາມ, ມີນັກສຶກສາຫລາຍຄົນໄດ້ເລືອກຊື້ງ່າດອກຄາຍສວຍງາມ

ບໍ່ພຽງແຕ່ໄປຊົມຕະຫລາດບຸນເຕັດເທົ່ານັ້ນ ຫາກພວກເພື່ອນຍັງໄດ້ໄປຢ້ຽມຢາມປູຊະນີຍະສະຖານປະຫວັດສາດຫລາຍແຫ່ງຢູ່ຄຸ້ມຖະຫນົນເກົ່າອີກດ້ວຍ

ຢູ່ ສູນພົວພັນແລກປ່ຽນວັດທະນະທຳຄຸ້ມຖະຫນົນເກົ່າ ຮ່າໂນ້ຍ, ເຮືອນເລກທີ 50 ຖະຫນົນ ດ່າວຢູຍຕື, ພວກເພື່ອນຍັງໄດ້ຊອກຮູ້ບັນດາເອກະສານ, ວັດຖຸພັນກ່ຽວຂ້ອງເຖິງປະຫວັດແຫ່ງການພັດທະນາ ແລະ ວັດທະນະທຳຂອງນະຄອນຫລວງ ຮ່າໂນ້ຍ.

ບັນດານັກສຶກສາຕ່າງປະເທດ ພວມຮັບຟັງການແນະນຳກ່ຽວກັບມູນເຊື້ອ ແລະ ວິທີຫໍ່ເຂົ້າຕົ້ມໃນມື້ບຸນເຕັດຂອງຊາວຫວຽດນາມ.

ບັນດານັກສຶກສາຕ່າງປະເທດ ຮູ້ສຶກຈັບອົກຈັບໃຈຕໍ່ປະເພນີການຂຽນຕົວຫນັງສື
ການໄປທັດສະນະສຶກສາໃນຍາມບຸນເຕັດ ບໍ່ພຽງແຕ່ຊ່ວຍພວກເພື່ອນມີປະສົບການ ແລະ ເຂົ້າໃຈແຈ້ງກ່ຽວກັບບຸນເຕັດຢູ່ຫວຽດນາມ ຫາກຍັງນຳມາເຊິ່ງຄວາມປະທັບໃຈ, ບັນດາອະນຸສອນທີ່ຍາກຫລົງລືມໄດ້ກ່ຽວກັບບັນຍາກາດຕ້ອນຮັບບຸນເຕັດຂອງຊາວຫວຽດນາມ.