ການຊ້ອມໃຫຍ່ລະດັບຊາດພິທີສວນສະໜາມ, ເດີນຂະບວນ ກະກຽມໃຫ້ແກ່ພິທີສະເຫຼີມສະຫຼອງວັນທີ 30 ເມສາ
Việt Đức-Hà Khánh/VOV -  
(VOVWORLD) - ຕອນເຊົ້າວັນທີ 27 ເມສາ, ການຊ້ອມໃຫຍ່ລະດັບຊາດພິທີສວນສະໜາມ, ເດີນຂະບວນ ກະກຽມໃຫ້ແກ່ພິທີສະເຫຼີມສະຫຼອງວັນທີ 30 ເມສາ
 |
| ພິທີມີການເຂົ້າຮ່ວມຂອງບັນດາກຳມະການກົມການເມືອງ: ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຊີ້ນຳສູນກາງພິທີສະເຫຼີມສະຫຼອງບັນດາວັນບຸນໃຫຍ່ ແລະ ເຫດການປະຫວັດສາດສຳຄັນຂອງ ຫວຽດນາມ; ທ່ານ ຫງວຽນຈ້ອງເງັ້ຍ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກ; ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ… ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການສູນກາງ. |
 |
| ພາຍຫຼັງການສະແດງສິລະປະ, ບັນດາຜູ້ແທນ, ແຂກຖືກເຊີນ, ກ້ອນກຳລັງສວນສະໜາມເດີນຂະບວນ ປະຕິບັດພິທີເຄົາລົບທຸງ. ໃນຈຸດເວລາດຽວກັນ, ບັນດາກຳລັງປືນໃຫຍ່ຢູ່ທ່າເຮືອ ແບັກດັ່ງ ໄດ້ຍິງປືນໃຫຍ່ 21 ລູກພ້ອມກັບເປີດເພງຊາດ. |
 |
| ຕໍໍ່ຈາກນັ້ນ, ພາຍຫຼັງການນຳສະເໜີຄຳເຫັນຂອງການນຳພັກ, ລັດ, ຕາງໜ້ານັກຮົບເກົ່າ, ຕາງໜ້າໄວໜຸ່ມ ຫວຽດນາມ ແມ່ນການຊ້ອມໃຫຍ່ລະດັບຊາດພິທີສວນສະໜາມ, ເດີນຂະບວນຂອງບັນດາກ້ອນກຳລັງ. |
 |
| ການຊ້ອມໃຫຍ່ການສວນສະໜາມ, ເດີນຂະບວນໂດຍມີການເຂົ້າຮ່ວມຂອງ 23 ກ້ອນກຳລັງທະຫານ ແລະ ທະຫານປະຊາຊົນປ້ອງກັນຕົວ; 13 ກ້ອນກຳລັງຕຳຫຼວດ; 12 ກ້ອນກຳລັງສວນສະໜາມມະຫາຊົນ; 4 ກ້ອນກຳລັງພິທີກຳ ແລະ 3 ກ້ອນກຳລັງກອງທັບບັນດາປະເທດ. |
 |
| ກອງດຸລິຍາງກອງທັບ |
 |
| ນອກຈາກບັນດາກ້ອນກຳລັງສວນສະໜາມ, ເດີນຂະບວນ, ການຊ້ອມໃຫຍ່ຍັງມີການເຂົ້າຮ່ວມ ແລະ ສົມທົບຂອງກອງເຮືອບິນເຮລີກອບເຕີ, ເຮືອບິນສູ້ຮົບ. ບັນດາເຮືອບິນໄດ້ເລີ່ມບິນອອກຈາກສະໜາມບິນ ບຽນຮວ່າ, ໄປນະຄອນ ໂຮ່ຈີມິນ. |
 |
| ຝູງບິນເຮລີກອບເຕີປະຕິບັດໜ້າທີ່ບິນປ່ອຍທຸງພັກ, ທຸງຊາດ. |
 |
| ບັນດາເຮືອບິນສູ້ຮົບປະຕິບັດການສະແດງເຕັກນິກຕີລັງກາທາງອາກາດ, ພົ່ນອາຍຮ້ອນຄວັນສີຕ່າງໆ. |
 |
| ການຊ້ອມໃຫຍ່ລະດັບຊາດແມ່ນບາດກ້າວກະກຽມສຸດທ້າຍໃຫ້ແກ່ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ. |
Việt Đức-Hà Khánh/VOV