ການເດີນທາງ 100 ປີຂອງສື່ມວນຊົນ ຫວຽດນາມ: ຄວາມຊົງຈຳທີ່ມີຊີວິດຊີວາຢູ່ຫໍພິພິທະພັນສື່ມວນຊົນ ຫວຽດນາມ
VOV5/Lệ Chi -  
(VOVWORLD) - ວັນທີ 21 ມິຖຸນາ 1925, ໜັງສືພິມ “ແທັງນຽນ” (ຊາວໜຸ່ມ) ໂດຍ ທ່ານຜູ້ນຳ ຫງວຽນອາຍກວັກ ສ້າງຕັ້ງຂຶ້ນ, ໄດ້ສ້າງຂີດໝາຍເປັນພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ. 1 ສະຕະວັດໄດ້ຜ່ານພົ້ນໄປ, ການເດີນທາງນັ້ນໄດ້ພັນລະນາຫວນຄືນຢ່າງມີຊີວິດຊີວາໃນການດຳລົງຊີວິດທີ່ທັນສະໄໝຢູ່ຫໍພິພິທະພັນສື່ມວນຊົນ ຫວຽດນາມ - ແຫ່ງເກັບຮັກສາຄວາມຊົງຈຳກ່ຽວກັບບັນດານັກຂ່າວທຸ່ມໃຈເພື່ອຊາດ, ເພື່ອຄວາມເປັນຈິງ
 |
| ຫໍພິພິທະພັນສື່ມວນຊົນ ຫວຽດນາມ ຕັ້ງຢູ່ໃນຕຶກອາຄານສຳນັກງານສະມາຄົມນັກຂ່າວ ຫວຽດນາມ, ຢູ່ຖະໜົນ ເຢືອງດິ່ງເງະ (ເມືອງ ເກົ່າໄຢ, ຮ່າໂນ້ຍ) - ແຫ່ງເຕົ້າໂຮມຄວາມຊົງຈຳອາຊີບນັກຂ່າວໃນຕະຫຼວດໄລຍະ 100 ປີ. |
 |
| ຄຳບອກເຕືອນຂອງປະທານ ໂຮ່ຈີມິນ ກັບບັນດາຜູ້ເຮັດຂ່າວ ຫວຽດນາມ ໄດ້ຕັ້ງຢູ່ບ່ອນທີ່ສະຫງ່າໃນຫໍພິພິຕະພັນ. |
 |
| “ບິກ ແຊນ” (ບິກດອກບົວ) ມີຄວາມໝາຍເລິກເຊິ່ງ: ຄວາມແຫຼມຄົມຂອງຫົວບິກ (ຜູ້ຂຽນ), ດອກບົວເປັນສັນຍາລັກໃຫ້ຄວາມບໍລິສຸດ. ນີ້ໄດ້ຮັບຖືວ່າແມ່ນສານທີ່ນັກຂ່າວ ຫວຽດນາມ ລຸ້ນຕ່າງໆຍາມໃດກໍ່ມຸ່ງໄປເຖິງ. |
 |
| ຮູບກີບດອກບົວທີ່ມາປະຕິດປະຕໍ່ເປັນຊື່ຂອງໜັງສືພິມ ແລະ ບັນດາອົງການສື່ມວນຊົນ. |
 |
| ເຂດວາງສະແດງໄດ້ແບ່ງຕາມແຕ່ລະໄລຍະປະຫວັດສາດ. |
 |
| ຊັ້ນໜຶ່ງວາງສະແດງວັດຖຸພັນສື່ມວນຊົນ ໃນບັນດາໄລຍະປະຫວັດສາດແຕ່ປີ 1865 – 1975 |
 |
| “ແທັງນຽນ” (ຊາວໜຸ່ມ) – ໜັງສືພິມປະຕິວັດສະບັບທຳອິດຂອງ ຫວຽດນາມ - ພິມຈຳໜ່າຍໃນເດືອນ ຕຸລາ 1926. |
 |
| ແຂກເຂົ້າມາຊົມຫໍພິພິທະພັນ. |
 |
| ປະຈຸບັນ, ຫໍພິພິທະພັນມີເອກະສານ, ວັດຖຸພັນກວ່າ 20.000 ຢ່າງ. ໃນຈຳນວນນັ້ນ, ມີວັດຖຸພັນດີເດັ່ນປະມານ 700 ຢ່າງໄດ້ນຳມາວາງສະແດງ. |
 |
| ໜຶ່ງໃນບັນດາວັດຖຸພັນພົ້ນເດັ່ນຢູ່ທີ່ນີ້ແມ່ນລຳໂພງມີຄວາມແຮງ 500 ວັດ, ໄດ້ຕັ້ງຢູ່ແຄມຝັ່່ງທາງທິດເໜືອຂອງແມ່ນ້ຳ ເບັນຫາຍ (ແຂວງ ກວາງຈີ້ ທາງພາກກາງ ຫວຽດນາມ), ແຫ່ງອອກ ອາກາດບັນດາລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ, ຊ່ວຍເຊື່ອມຕໍ່ຂໍ້ມູນຂ່າວສານ ແລະ ເຊື່ອມຕໍ່ນ້ຳໃຈສາມັກຄີຂອງພໍ່ແມ່ປະຊາຊົນຢູ່ລະຫວ່າງ 2 ຝັ່ງແມ່ນ້ຳເຂດແດນ ເໜືອ - ໃຕ້ ໃນໄລຍະຕໍ່ສູ້ກັບ ອາເມລິກາ ກູ້ຊາດ. |
 |
| ເຄື່ອງສົ່ງ - ຮັບສັນຍານຂອງສຳນັກຂ່າວສານ ຢາຍຟ໊ອງ (ປົດປ່ອຍ). |
 |
| ບັນດາວັດຖຸພັນຕິດພັນກັບການດຳລົງຊີວິດຂອງນັກຂ່າວໃນໄລຍະສົງຄາມ. |
 |
| ຊັ້ນ 2 ແມ່ນເຂດວາງສະແດງການປ່ຽນແປງໃໝ່, ການພັດທະນາ ແລະ ເຊື່ອມໂຍງຂອງສື່ມວນຊົນປະຕິວັດ ຫວຽດນາມ. |
 |
| ນັບແຕ່ບັນດາໃບຂ່າວທີ່ປະຖົມປະຖານໃນຕົ້ນສະຕະວັດທີ 20 ຕະຫຼອດຮອດບັນດາເຄື່ອງອຸປະກອນດີຈີຕອນທັນສະໄໝ, ຫໍພິພິທະພັນໄດ້ແນະນຳໃຫ້ຜູ້ເຂົ້າຊົມຜ່ານວິວັດການເດີນທາງພັດທະນາຢ່າງບໍ່ຢຸດຢັ້ງຂອງສື່ມວນຊົນປະຕິວັດ. |
VOV5/Lệ Chi