“ຄວາມຊົງຈຳວັນທ້ອນໂຮມປະເທດຊາດເປັນເອກະພາບ” - ຫວນຄືນໄລຍະປະຫວັດສາດ

(VOVWORLD) - ງານວາງສະແດງ “ຄວາມຊົງຈຳວັນທ້ອນໂຮມປະເທດຊາດເປັນເອກະພາບ” ຢູ່ຫໍພິພິທະພັນ ຮ່າໂນ້ຍ ບໍ່ພຽງແຕ່ເປັນເຫດການຫວນຄືນປະຫວັດສາດເທົ່ານັ້ນ ຫາກຍັງແມ່ນຄວາມເອກອ້າງທະນົງໃຈກ່ຽວກັບກຳລັງແຮງ, ຄວາມອົງອາດກ້າຫານຂອງຊາດ ຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດ.
 “ຄວາມຊົງຈຳວັນທ້ອນໂຮມປະເທດຊາດເປັນເອກະພາບ” - ຫວນຄືນໄລຍະປະຫວັດສາດ - ảnh 1
ໃນບັນຍາກາດປິຕິຊົມຊື່ນທົ່ວປະເທດມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, ຫໍພິພິທະພັນ ຮ່າໂນ້ຍ ໄດ້ຈັດງານວາງສະແດງ ດ້ວຍຫົວຂໍ້ “ຄວາມຊົງຈຳວັນທ້ອນໂຮມປະເທດຊາດເປັນເອກະພາບ”, ພາຜູ້ເຂົ້າຊົມຫວນຄືນຊຸມວັນເດືອນປີປະຫວັດສາດທີ່ດຸເດືອດ ແລະ ອົງອາດກ້າຫານ.
 “ຄວາມຊົງຈຳວັນທ້ອນໂຮມປະເທດຊາດເປັນເອກະພາບ” - ຫວນຄືນໄລຍະປະຫວັດສາດ - ảnh 2
 “ຄວາມຊົງຈຳວັນທ້ອນໂຮມປະເທດຊາດເປັນເອກະພາບ” - ຫວນຄືນໄລຍະປະຫວັດສາດ - ảnh 3
ງານວາງສະແດງໄດ້ແນະນຳພາບຖ່າຍ, ເອກະສານ ແລະ ບັນດາວັດຖຸພັນຈາກສະໄໝສົງຄາມ, ຊ່ວຍໃຫ້ມະຫາຊົນ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບການເສຍສະຫຼະ, ການສູນເສຍ, ນ້ຳໃຈອົງອາດກ້າແກ່ນ ແລະ ບໍ່ຍອມຈຳນົນຂອງຊາດ ຫວຽດນາມ ເພື່ອມີສັນຕິພາບໃນວັນນີ້.
 “ຄວາມຊົງຈຳວັນທ້ອນໂຮມປະເທດຊາດເປັນເອກະພາບ” - ຫວນຄືນໄລຍະປະຫວັດສາດ - ảnh 4
ຊຸດເຄື່ອງແບບຂອງນັກບິນ ອາເມລິກາ ທີ່ຖືກຈັບຕົວ.
 “ຄວາມຊົງຈຳວັນທ້ອນໂຮມປະເທດຊາດເປັນເອກະພາບ” - ຫວນຄືນໄລຍະປະຫວັດສາດ - ảnh 5
ຮ່ອງຮອຍຄວັນໄຟຍັງປະໄວ້ໃນຊາກໂລຫະເຂົ້າໝ້ຽງຂອງຍານພາຫະນະທີ່ນຳໃຊ້ໃນປາງສົງຄາມ, ອັນໄດ້ລະນຶກເຖິງບັນດາບັ້ນຕໍ່ສູ້ທາງອາກາດຢ່າງດຸເດືອດ.
 “ຄວາມຊົງຈຳວັນທ້ອນໂຮມປະເທດຊາດເປັນເອກະພາບ” - ຫວນຄືນໄລຍະປະຫວັດສາດ - ảnh 6
ບີດົງນ້ຳ, ອຸປະກອນການແພດ, ແຖວໜັງສືບັນທຶກປະຈຳວັນ, ຈົດໝາຍຂຽນດ້ວຍມື... ໂດຍບັນດານັກຮົບເກົ່າ ມອບໃຫ້ຫໍພິພິທະພັນ. ແຕ່ລະວັດຖຸພັນແມ່ນໜຶ່ງເລື່ອງລາວ, ໜຶ່ງຄວາມຊົງຈຳ ທີ່ໄດ້ຮັບການເກັບຮັກສາດ້ວຍຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ແລະ ຄວາມເອກອ້າງທະນົງໃຈ.
 “ຄວາມຊົງຈຳວັນທ້ອນໂຮມປະເທດຊາດເປັນເອກະພາບ” - ຫວນຄືນໄລຍະປະຫວັດສາດ - ảnh 7

 “ຄວາມຊົງຈຳວັນທ້ອນໂຮມປະເທດຊາດເປັນເອກະພາບ” - ຫວນຄືນໄລຍະປະຫວັດສາດ - ảnh 8
ປືນປ້ອງກັນທາງອາກາດ ໂດຍກອງຊາວໜຸ່ມເຍົາວະຊົນຍິງປ້ອງກັນຕົວ ເວິນໂດນ (ຮາຍບ່າຈຶງ, ຮ່າໂນ້ຍ) ໄດ້ນໍາໃຊ້ເພື່ອຍິງເຮືອບິນ ອາເມລິກາ F-111 ຕົກເມື່ອເດືອນ ທັນວາ 1972.
 “ຄວາມຊົງຈຳວັນທ້ອນໂຮມປະເທດຊາດເປັນເອກະພາບ” - ຫວນຄືນໄລຍະປະຫວັດສາດ - ảnh 9
ແກເຕືອນໄພ ເມື່ອມີເຮືອບິນ ອາເມລິກາ ຖີ້ມລະເບີດ.
 “ຄວາມຊົງຈຳວັນທ້ອນໂຮມປະເທດຊາດເປັນເອກະພາບ” - ຫວນຄືນໄລຍະປະຫວັດສາດ - ảnh 10

 “ຄວາມຊົງຈຳວັນທ້ອນໂຮມປະເທດຊາດເປັນເອກະພາບ” - ຫວນຄືນໄລຍະປະຫວັດສາດ - ảnh 11
 “ຄວາມຊົງຈຳວັນທ້ອນໂຮມປະເທດຊາດເປັນເອກະພາບ” - ຫວນຄືນໄລຍະປະຫວັດສາດ - ảnh 12
ມີບັນດາຮອຍຍິ້ມເຈືອຈານໄປກັບນ້ຳຕາໃນວັນມະຫາໄຊຊະນະ
 “ຄວາມຊົງຈຳວັນທ້ອນໂຮມປະເທດຊາດເປັນເອກະພາບ” - ຫວນຄືນໄລຍະປະຫວັດສາດ - ảnh 13
ໃນຊຸມມື້ນີ້, ປະຊາຊົນ, ນັກຮຽນ, ນັກສຶກສາຈຳນວນຫຼາຍ ໄດ້ເຂົ້າມາຢ້ຽມຊົມງານວາງສະແດງ
 “ຄວາມຊົງຈຳວັນທ້ອນໂຮມປະເທດຊາດເປັນເອກະພາບ” - ຫວນຄືນໄລຍະປະຫວັດສາດ - ảnh 14

 “ຄວາມຊົງຈຳວັນທ້ອນໂຮມປະເທດຊາດເປັນເອກະພາບ” - ຫວນຄືນໄລຍະປະຫວັດສາດ - ảnh 15
 “ຄວາມຊົງຈຳວັນທ້ອນໂຮມປະເທດຊາດເປັນເອກະພາບ” - ຫວນຄືນໄລຍະປະຫວັດສາດ - ảnh 16
“ຄວາມຊົງຈຳໃນວັນທ້ອນໂຮມປະເທດຊາດເປັນເອກະພາບ” ບໍ່ພຽງແຕ່ແມ່ນງານວາງສະແດງເທົ່ານັ້ນ, ຫາກຍັງເປັນວິວັດທະນາການຫວນຄືນ ແລະ ແຜ່ກະຈາຍຄຸນຄ່າແຫ່ງສັນຕິພາບ, ເອກະລາດ ແລະ ນ້ຳໃຈຮັກຊາດ. ນີ້ແມ່ນເຫດການໜຶ່ງທີ່ບໍ່ຄວນພາດໃນໂອກາດວັນບຸນ 30 ເມສາ – 1 ພຶດສະພາ ປີນີ້ຢູ່ນະຄອນຫຼວງ ຮ່າໂນ້ຍ. 
ງານວາງສະແດງ “ຄວາມຊົງຈຳວັນທ້ອນໂຮມປະເທດຊາດເປັນເອກະພາບ” ຈະເປີດປະຕູຕ້ອນຮັບແຂກເຂົ້າມາຢ້ຽມຊົມຮອດວັນທີ 4 ພຶດສະພາ 2025 ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ