ຊຸດເສື້ອຍາວຂອງເພດຊາຍ - ເພີ່ມຄວາມງາມທີ່ເປັນມູນເຊື້ອເນື່ອງໃນໂອກາດງານບຸນ, ບຸນເຕັດ

(VOVWORLD) - ໃນຊຸມມື້ບຸນເຕັດ, ເມື່ອໄດ້ເຫັນບັນດາຊຸດເສື້ອຍາວຂອງເພດຊາຍຢູ່ຖະໜົນສາຍຕ່າງໆ, ຢູ່ສາລາບ້ານ ແລະ ຢູ່ເຂດບ້ານນາ… ນັ້ນ, ເບິ່ງຄືວ່າບຸນເຕັດຈະຄົບຖ້ວນ, ອົບອຸ່ນ ແລະ ອຸດົມສົມບູນກວ່າ.

ຊຸດເສື້ອຍາວແມ່ນເຄື່ອງນຸ່ງປະຈຳຊາດ, ແມ່ນຄວາມເອກອ້າງທະນົງໃຈຂອງຊາວຫວຽດນາມ. ໃນຊຸມປີຜ່ານມາ, ແມ່ຍິງຈະເຊີດຊູ ແລະ ນຸ່ງຊຸດເສື້ອຍາວຫຼາຍກວ່າ ແລະ ຮູບພາບຊຸດເສື້ອຍາວຂອງເພດຊາຍນັ້ນ ສ່ວນຫຼາຍແມ່ນໄດ້ເຫັນພຽງແຕ່ຢູ່ຟິມຮູບເງົາ ແລະ ບັນດາລາຍການສະແດງສິລະປະເທົ່ານັ້ນ… ໃນ 2 – 3 ປີມານີ້, ນັບແຕ່ເມື່ອສະໂມສອນເສື້ອຍາວປະຈຳຊາດຂອງເພດຊາຍ ຂອງກຸ່ມ ດິ່ງລ່າງຫວຽດ ໄດ້ຮັບການສ້າງຕັ້ງຂຶ້ນ ເຊິ່ງໄດ້ເຕົ້າໂຮມບັນດາຜູ້ນິຍົມຊົມຊອບ ແລະ ນຸ່ງຊຸດເສື້ອຍາວປະຈຳຊາດ. ບັນດາສະມາຊິກໃນສະໂມສອນດັ່ງກ່າວນັ້ນ ແມ່ນບັນດາຜູ້ທີ່ຕັ້ງໜ້າໂຄສະນາໃຫ້ແກ່ເຄື່ອງໝາຍຂອງຊາດ, ວັດທະນະທຳໃນການນຸ່ງຖື ແລະ ຂົນຂວາຍໃຫ້ປະຊາຊົນມີຄວາມໝັ້ນໃຈເມື່ອນຸ່ງຊຸດເສື້ອຍາວຂອງເພດຊາຍໃນໂອກາດງານບຸນ, ບຸນເຕັດ.

ຊຸດເສື້ອຍາວຂອງເພດຊາຍ - ເພີ່ມຄວາມງາມທີ່ເປັນມູນເຊື້ອເນື່ອງໃນໂອກາດງານບຸນ, ບຸນເຕັດ - ảnh 1
ຊຸດເສື້ອຍາວຂອງເພດຊາຍມີເອກະລັກສະເພາະເຊິ່ງໄດ້ແບ່ງອອກເປັນ 3 ຊະນິດຄື: ເສື້ອຍາວປ່ຽງດຽວ, ເສື້ອຍາວສັບໃນ ແລະ ເສື້ອຍາວຄູ່.
ຊຸດເສື້ອຍາວຂອງເພດຊາຍ - ເພີ່ມຄວາມງາມທີ່ເປັນມູນເຊື້ອເນື່ອງໃນໂອກາດງານບຸນ, ບຸນເຕັດ - ảnh 2
ບັນດາເອກອັກຄະລັດຖະທູດຫວຽດນາມ ແລະ ບັນດາຜູ້ເຮັດວຽກໃນຂະແໜງການຕ່າງປະເທດຫວຽດນາມ ໄດ້ນຸ່ງຊຸດເສື້ອຍາວຢູ່ບັນດາການເຄື່ອນໄຫວຂອງສະຖານທູດນັບມື້ນັບຫຼາຍກວ່າເປັນຕົ້ນແມ່ນທ່ານ ເຈິ່ນງອັກອານ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳລາຊາອານາຈັກອັງກິດ, ທ່ານ ຟ້າມແຊັງເຈົາ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳ ອິນເດຍ, ທັງຢູ່ ເນປານ ແລະ ບູຕານ; ທ່ານ ໂງເຮື໊ອງນາມ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳອົດສະຕາລີ. ໃນນັ້ນ, ທ່ານເອກອັກຄະລັດຖະທູດ ຟ້າມແຊັງເຈົາ ແມ່ນໜຶ່ງໃນບັນດາຜູ້ມີຄວາມຕັ້ງໜ້າທີ່ສຸດ.
ຊຸດເສື້ອຍາວຂອງເພດຊາຍ - ເພີ່ມຄວາມງາມທີ່ເປັນມູນເຊື້ອເນື່ອງໃນໂອກາດງານບຸນ, ບຸນເຕັດ - ảnh 3
ນອກຈາກການຟື້ນຟູການນຸ່ງຊຸດເສື້ອຍາວຂອງເພດຊາຍໃນໂອກາດງານບຸນ, ບຸນເຕັດແລ້ວ, ບັນດາສະມາຊິກໃນສະໂມສອນເສື້ອຍາວປະຈຳຊາດຂອງເພດຊາຍກໍ່ແມ່ນບັນດາຜູ້ທີ່ຕັ້ງໜ້າໂຄສະນາວັດທະນະທຳຫວຽດນາມ ແລະ ບັນດາພິທີກຳ, ຮີດຄອງປະເພນີທີ່ເປັນມູນເຊື້ອເຂັ້ມຂຸ້ນໄປດ້ວຍສີສັນຊາດ, ດຶງດູດເອົາຜູ້ເຂົ້າຮ່ວມ, ສະໜັບສະໜູນທັງຢູ່ພາຍໃນ ແລະ ຕ່າງປະເທດໄດ້ຫຼາຍກວ່າ.
ຊຸດເສື້ອຍາວຂອງເພດຊາຍ - ເພີ່ມຄວາມງາມທີ່ເປັນມູນເຊື້ອເນື່ອງໃນໂອກາດງານບຸນ, ບຸນເຕັດ - ảnh 4
ບັນດາພາບຖ່າຍຊຸດເສື້ອຍາວຂອງເພດຊາຍ ໂດຍບັນດາສະມາຊິກໃນສະໂມສອນຊຸດເສື້ອຍາວປະຈຳຊາດຂອງເພດຊາຍ ທີ່ກຸ່ມນີ້ໄດ້ນຸ່ງໃນໂອກາດງານບຸນ, ບຸນເຕັດ:
ຊຸດເສື້ອຍາວຂອງເພດຊາຍ - ເພີ່ມຄວາມງາມທີ່ເປັນມູນເຊື້ອເນື່ອງໃນໂອກາດງານບຸນ, ບຸນເຕັດ - ảnh 5
ຊຸດເສື້ອຍາວຂອງເພດຊາຍ - ເພີ່ມຄວາມງາມທີ່ເປັນມູນເຊື້ອເນື່ອງໃນໂອກາດງານບຸນ, ບຸນເຕັດ - ảnh 6
ຊຸດເສື້ອຍາວຂອງເພດຊາຍ - ເພີ່ມຄວາມງາມທີ່ເປັນມູນເຊື້ອເນື່ອງໃນໂອກາດງານບຸນ, ບຸນເຕັດ - ảnh 7
ນັ່ງເຝົ້າໝໍ້ຕົ້ມເຂົ້າຕົ້ມ.
ຊຸດເສື້ອຍາວຂອງເພດຊາຍ - ເພີ່ມຄວາມງາມທີ່ເປັນມູນເຊື້ອເນື່ອງໃນໂອກາດງານບຸນ, ບຸນເຕັດ - ảnh 8
ຊອກຮູ້ກ່ຽວກັບພາບແຕ້ມບຸນເຕັດ
ຊຸດເສື້ອຍາວຂອງເພດຊາຍ - ເພີ່ມຄວາມງາມທີ່ເປັນມູນເຊື້ອເນື່ອງໃນໂອກາດງານບຸນ, ບຸນເຕັດ - ảnh 9
ຊຸດເສື້ອຍາວຂອງເພດຊາຍ - ເພີ່ມຄວາມງາມທີ່ເປັນມູນເຊື້ອເນື່ອງໃນໂອກາດງານບຸນ, ບຸນເຕັດ - ảnh 10
ຊຸດເສື້ອຍາວຂອງເພດຊາຍ - ເພີ່ມຄວາມງາມທີ່ເປັນມູນເຊື້ອເນື່ອງໃນໂອກາດງານບຸນ, ບຸນເຕັດ - ảnh 11
ຊຸດເສື້ອຍາວຂອງເພດຊາຍ - ເພີ່ມຄວາມງາມທີ່ເປັນມູນເຊື້ອເນື່ອງໃນໂອກາດງານບຸນ, ບຸນເຕັດ - ảnh 12
ພໍ່ແມ່ເດັກນ້ອຍໄດ້ສົ່ງເສີມໃຫ້ລູກຂອງຕົນນຸ່ງຊຸດເສື້ອຍາວປະຈຳຊາດ ນັບມື້ນັບຫຼາຍກວ່າ.
ຊຸດເສື້ອຍາວຂອງເພດຊາຍ - ເພີ່ມຄວາມງາມທີ່ເປັນມູນເຊື້ອເນື່ອງໃນໂອກາດງານບຸນ, ບຸນເຕັດ - ảnh 13

ຕອບກັບ

ຂ່າວ/ບົດ​ອື່ນ