ດອກເຂັມປ່າ ບານສະພັ່ງ - “ທິດາ” ຂອງເຂດພູຜາປ່າໄມ້ ຢາລາຍ ໄດ້ປຸກລຸກ
(VOVWORLD) - ມີຕົ້ນດອກເຂັມປ່າ ນັບຮ້ອຍຕົ້ນຢູ່ລຽບຕາມຫ້ວຍນ້ຳ ຕາມາ (ຕາແສງ ວິງທິ້ງ, ແຂວງ ຢາລາຍ) ບານສະພັ່ງແຕ່ໄວ, ສ້າງເປັນແຜ່ນພາບທຳມະຊາດທີ່ສວຍສົດງົດງາມ, ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ.
ວີດີໂອ: ລະດູດອກເຂັມປ່າບານສະພັ່ງຢູ່ ຢາລາຍ.
|
 |
| ເດືອນມີນາ, ເຂດຫ້ວຍ ຕາມາ (ຕາແສງວິງທິ້ງ, ແຂວງ ຢາລາຍ) ໄດ້ຄຸມເສື້ອໃໝ່ ທີ່ມີສີສົ້ມແດງຂອງດອກເຂັມປ່າ. |
 |
| ປີນີ້, ດອກເຂັມປ່າ ຢູ່ຫ້ວຍ ຕາມາ ບານສະພັ່ງໄວກວ່າປົກກະຕິ, ຢູ່ລຽບຕາມຮ່ອງຄົດລ້ຽວທີ່ນິ້ມນວນຂອງຫ້ວຍ ຄືດັ່ງທຳມະຊາດໄດ້ຕ່ຳເປັນແຜ່ນພາບໜຶ່ງຂອງເຂດພູຜາປ່າໄມ້ຢ່າງຄ່ອງແຄ້ວ. |
 |
| ດອກເຂັມປ່າ ຢູ່ ຢາລາຍ ຍັງໄດ້ເອີ້ນວ່າດອກເຂັມນ້ຳ. |
 |
| ດອກເຂັມປ່າຢູ່ທີນີ້ບໍ່ຕ່ຳນ້ອຍຄືກັນກັບດອກເຂັມທຳມະດາ, ມັນແມ່ນຕົ້ນໄມ້ເກົ່າແກ່, ລຳຕົ້ນໃຫຍ່, ຮົ່ມໄມ້ກວ້າງຍື່ນອອກຮອດກາງຫ້ວຍນ້ຳ. |
 |
| ມາເຖິງຫ້ວຍ ຕາມາ ຍາມຮຸ່ງເຊົ້າ, ເມື່ອບັນດາແສງແດດສາຍສ່ອງຜ່ານຫວ່າງໃບໄມ້, ສາດເຂົ້າໃສ່ພົ້ວດອກໄມ້ສີສົ້ມແດງ ສ້າງເປັນພາບທິວທັດທຳມະຊາດທີ່ສວຍງາມດັ່ງໃນຝັນ. |
 |
| ພົ້ວດອກເຂັມປ່າຢູ່ ວິງທິ້ງ ອອກດອກເປັນຈຳນວນຫຼາຍ, ສະຫຼັບສັບຊ້ອນເຂົ້າກັນກາຍເປັນຜືນສີທີ່ກວ້າງໃຫຍ່, ປົກຄຸມແຕ່ກົກຈົນຮອດປາຍໄມ້, ມີສີສັນທີ່ຫຼາກຫຼາຍ. |
 |
| ໃນເມື່ອກ່ອນ, ຫ້ວຍ ຕາມາ ແມ່ນສະຖານທີ່ມີຄົນໄປບໍ່ຫຼາຍ, ມີພຽງແຕ່ຊາວທ້ອງຖິ່ນທີ່ຮູ້ຈັກເຖິງ ແຕ່ຍ້ອນກຳລັງແຜ່ກະຈາຍ ດັ່ງນັ້ນ ຄວາມງາມຂອງດອກເຂັມປ່າ ໄດ້ກາຍເປັນປະກົດການໂດຍໄວ. |
 |
| ແຂກທ່ອງທ່ຽວມາ ຫ້ວຍ ຕາມາ ບໍ່ພຽງແຕ່ເພື່ອຖ່າຍຮູບ "check-in" ກັບຕົ້ນດອກເຂັມປ່າເກົ່າແກ່ເທົ່ານັ້ນ ຫາກຍັງເພື່ອຄົ້ນຫາທຳມະຊາດແບບດັ້ງເດີມ. |
 |
| ດອກເຂັມປ່າມີລັກສະນະແມ່ນບານສະພັ່ງເປັນຈຳນວນຫຼາຍ ແຕ່ກໍ່ຮ່ວງໂຮຍໄວ, ເພາະສະນັ້ນ ມີແຂກທ່ອງທ່ຽວຫຼາຍຄົນບໍ່ຫວາດຫວັ່ນຕໍ່ເສັ້ນທາງທີ່ຍາວໄກ, ໄດ້ຍາດແຍ່ງເວລາເພື່ອໄປຫາຫ້ວຍ ຕາມາ ພາຍຫຼັງທີ່ໄດ້ຮັບຂ່າວຄາວວ່າດອກໄມ້ກຳລັງຈະບານສະພັ່ງ. |
 |
| ເອື້ອຍ ເຈິ່ນໝິລິງ, ແຂກທ່ອງທ່ຽວມາຈາກ ແຄ້ງຮວ່າ ແບ່ງປັນ: ຄອບຄົວຂ້າພະເຈົ້າຮູ້ສຶກຕົກສະເງີ້ຕໍ່ຄວາມງາມແບບຮົກເຮື້ອຢູ່ທີ່ນີ້. ບັນຍາກາດບໍລິສຸດຜຸດຜ່ອງ, ນ້ຳຫ້ວຍເຢັນສະບາຍ, ຊົມພາບຂອງພົ້ວດອກເຂັມປ່າເບັ່ງບານສີສັນສ່ອງເງົາລົງຫ້ວຍນ້ຳ, ຄວາມຮູ້ສຶກອິດເມື່ອຍລ້ວນແຕ່ຫາຍໄປໝົດ. |
 |
| ລະດູດອກເຂັມປ່າ ຕາມາ ບໍ່ພຽງແຕ່ແມ່ນຂອງຂວັນຈາກທຳມະຊາດເທົ່ານັ້ນ ຫາກຍັງແມ່ນສັນຍາລັກໃຫ້ແກ່ພະລັງຊີວິດຢ່າງແຮງກ້າຂອງເຂດດິນແດນພູຜາປ່າໄມ້ທີ່ກວ້າງໃຫຍ່, ຈຸດພົ້ນເດັ່ນໜຶ່ງໃນແຜນທີ່ທ່ອງທ່ຽວແຫ່ງຊາດຂອງ ຢາລາຍ. |
 |
| ທ່ານ ຮວິ່ງດຶກບາວ, ປະທານຄະນະຄະນະກຳມະການຕາແສງ ວິງທິ້ງ ໃຫ້ຮູ້ວ່າ ທ້ອງຖິ່ນກຳນົດບໍ່ພຽງແຕ່ຢຸດຢູ່ການຮັບຊົມດອກໄມ້ເທົ່ານັ້ນ, ຫາກແຂກທ່ອງທ່ຽວ ມານີ້ ຍັງໄດ້ຊອກຮູ້ກ່ຽວກັບຊີວິດຂອງຊາວເຜົ່າ ບານາ ອີກດ້ວຍ. |