ສານອວຍພອນການນຳຂັ້ນສູງ ຂອງລາວ
(VOVWORLD) - ໃນສານອວຍພອນ, ບັນດາການນຳ ຫວຽດນາມ ຢັ້ງຢືນວ່າການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອດບ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ ແມ່ນຊັບສິນລວມອັນລ້ຳຄ່າໂດຍການນຳລຸ້ນຕ່າງໆ ແລະ ປະຊາຊົນສອງປະເທດອອກເຫື່ອເທແຮງເພີ່ມພູມຄູນສ້າງ.
ກອງປະຊຸມຄັ້ງປະຖົມມະເລິກຂອງສະພາແຫ່ງຊາດຊຸດທີ X ຂອງປະເທດສປປ.ລາວ (ພາບ: TTXVN) |
ວັນທີ 23 ມີນາ 2026, ເນື່ອງໃນໂອກາດກອງປະຊຸມຄັ້ງປະຖົມມະເລິກຂອງສະພາແຫ່ງຊາດຊຸດທີ X ຂອງປະເທດສປປ.ລາວ ເລືອກຕັ້ງທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ຮັບດຳລົງຕຳແໜ່ງເປັນປະທານປະເທດ, ທ່ານສອນໄຊ ສີພັນດອນ ຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີ, ທ່ານ ໄຊສົມພອນ ພົມວິຫານ ດຳລົງຕຳແໜ່ງປະທານສະພາແຫ່ງຊາດ ແລະ ທ່ານນາງ ວຽງທອງ ສີພັນດອນດຳລົງຕຳແໜ່ງ ຮອງປະທານປະເທດ; ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ໄດ້ສົ່ງສານອວຍພອນໄປຍັງບັນດາການນຳຂັ້ນສູງຂອງ ລາວ. ໃນສານອວຍພອນ, ບັນດາການນຳ ຫວຽດນາມ ຢັ້ງຢືນວ່າການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອດບ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ ແມ່ນຊັບສິນລວມອັນລ້ຳຄ່າໂດຍການນຳລຸ້ນຕ່າງໆ ແລະ ປະຊາຊົນສອງປະເທດອອກເຫື່ອເທແຮງເພີ່ມພູມຄູນສ້າງ, ພ້ອມທັງນັ້ນໜັກວ່າຈະສືບຕໍ່ປະສານສົມທົບກັບບັນດາການນຳລາວຢ່າງແໜ້ນແຟ້ນເພື່ອປັບປຸງ, ພັດທະນາການພົວພັນແບບພິເສດຫວຽດນາມ - ລາວຢ່າງບໍ່ຢຸດຢັ້ງ, ຜ່ານນັ້ນປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ໂລກ.