ທິວທັດທຳມະຊາດທີ່ສວຍສົດງົດງາມຈົນອ່ອນໃຈ ຢູ່ແຂວງ ບິ່ງດິ້ງ
Nguyen Gia - Dung Nhan VTCnews -  
(VOVWORLD) - ຢູ່ແຂວງ ບິ່ງດິ້ງ ບໍ່ພຽງແຕ່ມີທະເລຂຽວໃສ, ຫາດຊາຍຂາວ, ແສງແດດເຫຼືອງອ່ອນເທົ່ານັ້ນ ຫາກຍັງມີບັນດາສາຍພູທີ່ໄດ້ປົກຄຸມໄປດ້ວຍເມກຂາວຕະຫຼອດປີອີກດ້ວຍ.
 |
| ຊຸມປີມໍ່ໆມານີ້, ບິ່ງດິ້ງ ໄດ້ຮັບການຂະໜານນາມວ່າ ເປັນແດນສະຫວັນແຫ່ງການທອ່ງທ່ຽວ. ແຕ່ລະປີ, ແຂວງນີ້ໄດ້ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດນັບລ້ານເທື່ອຄົນມາຢ້ຽມຊົມ, ພັກຜ່ອນຢ່ອນອາລົມ |
 |
| ບິ່ງດິ້ງ ມີນະຄອນທະເລ ກຸຍເຍິນ, ເຊິ່ງເປັນນະຄອນທີ່ບໍ່ຄຶກໂຄມ, ບໍ່ອວດອ້າງ ຫາກນຳມາເຊິ່ງຄວາມຮູ້ສຶກສະຫງົບງຽບ, ອ່ອນໂຍນ ແຕ່ມີຄວາມເອກອ້າງທະນົງໃຈບໍ່ໜ້ອຍກວ່າແຫ່ງອື່ນໆ |
 |
| ນະຄອນ ກຸຍເຍິນ ຫຼັງອີງໃສ່ພູ, ອວ່າຍໜ້າອອກສູ່ທະເລທີ່ຂຽວໃສ, ໂອບເອົາຫາດຊາຍທະເລ ກີ່ກໍ - ແອັວຢໍ, ເກາະ ຮ່ອນໂຄ.... ທະເລ ກຸຍເຍິນ ນ້ຳຂຽວໃສ, ສາຍລົມພັດຕະຫຼອດປີ, ຕອນເຊົ້າແດດອ່ອນໆ, ຮອດຕອນແລງບັນດາສາຍເມກຫຼັ່ງໄຫຼກັນມາເຕັມ |
 |
| ເກາະ ຮ່ອນໂຄ ທີ່ປະຖົມປະຖານ ແມ່ນລາຊະອານາຈັກຂອງສະຫຼ່າຍທີ່ກວ້າງໃຫຍ່ຍາວຢຽດຢູ່ພື້ນທະເລ. |
 |
| ແຫຼມ ເຍິນຫຼີ ນອກຈາກບັນດາທັດສະນີຍະພາບທີ່ມີຊື່ສຽງ ຄື ກີ່ກໍ - ແອັວຢໍ ແລ້ວ, ຍັງມີຫາດຊາຍທະເລທີ່ຕັ້ງຢູ່ຕີນພູ, ນ້ຳໃສປານແກ້ວ, ຂີ້ຊາຍຂາວນິ້ມດີປານຄີມ ແລະ ຍັງມີບັນດາຜາຫີນຕັ້ງຂຶ້ນທີ່ໃຫຍ່ໂຕມະໂຫຖານອີກດ້ວຍ. ສະຖານທີ່ແຫ່ງນີ້ໄດ້ຮັບຂະໜານນາມວ່າ “ຈຸດຊົມວິວຕາເວັນຕົກດິນງາມກວ່າໝູ່ຢູ່ ຫວຽດນາມ”. |
 |
| ຢູ່ບັນດາໝູ່ບ້ານຊາວປະມົງ ບິ່ງດິ້ງ ນັ້ນ, ບໍ່ຍາກທີ່ຈະເຫັນປະຈັກຕາຮູບພາບຊາວປະມົງໄປຫວ່ານແຫຢູ່ກາງທະເລອັນກວ້າງໃຫຍ່, ຮູບພາບພໍ່ແມ່ປະຊາຊົນດຶງແຫຈັບປາໃນຍາມຕາເວັນຂຶ້ນ ເໝືອນດັ່ງພາບແຕ້ມວິຖີຊີວິດທີ່ງາມດັ່ງໃນຝັນ. |
 |
| ຈຸດຍອດຍິ່ງທີ່ສຸດ ເຊິ່ງທຳມະຊາດດົນບັນດານໃຫ້ ບິ່ງດິ້ງ ແມ່ນພາບໂຕປາວານພາກັນມາຫາກິນ ຢູ່ເຂດທະເລ ເດ່ຢີ (ເມືອງ ຝູ່ກາດ) ຫຼື ແຫຼມ ຮວ່າຍຫາຍ (ເທດສະບານ ຮວ່າຍເຊີນ). |
 |
| ທີ່ ບຶງ ທິນ້າຍ, ເຂດປາກນ້ຳເຄິ່ງຈືດເຄິ່ງເຄັມ ໃຫຍ່ສຸດຂອງ ບິ່ງດິ້ງ ມີດອນນົກ - ບ່ອນອາໄສຂອງນົກຫາຍາກນັບພັນຊະນິດ. |
 |
| ແກ້ງຫີນ ຮວ່າຍຫາຍ (ເທດສະບານ ຮວ່າຍເຊີນ) ຍັງຮັກສາໄດ້ຄວາມງາມແບບຮົກເຮື້ອ |
 |
| ບິ່ງດິ້ງ ຍັງມີສາຍພູ ອານຕວ່ານ (ເມືອງ ອານຫຼາວ) ບ່ອນຮັກສາສີຂຽວຂອງປ່າດົງພົງໄພຢູ່ ບິ່ງດິ້ງ, ເຊິ່ງມີຄວາມສູງກວ່າ 1.200 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ, ອາກາດເຢັນສະບາຍ, ມີເມກປົກຄຸມຕະຫຼອດປີ |
 |
| ສະຖານທີ່ແຫ່ງນີ້ມີຫ້ວຍນ້ອຍໃຫຍ່ຫຼາຍສາຍໄຫຼຜ່ານ, ມີນ້ຳຕົກຕາດຢູ່ກາງປ່າ ແລະ ໝູ່ບ້ານຂອງພໍ່ແມ່ປະຊາຊົນເຜົ່າ ບານາ. ທັງໝົດທັງມວນໄດ້ສ້າງເປັນລະບົບນິເວດທີ່ເປັນເອກະລັກ. |
Nguyen Gia - Dung Nhan VTCnews