ບັນດາສະຖານທີ່ສະຖາປັດຕະຍາກຳປະຫວັດສາດຂອງນະຄອນຫຼວງຮ່າໂນ້ຍ

(VOVWORLD) -ຮ່າໂນ້ຍ ແມ່ນນະຄອນທັງເກົ່າແກ່ ທັງທັນສະໄໝ, ມີາສະຖາປັດຕະຍາກຳຫຼາຍແຫ່ງທີ່ສຸດເພື່ອໃຫ້ນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມ, ຊອກຮູ້ປະຫວັດສາດຂອງນະຄອນຫຼວງທີ່ມີອາຍຸກວ່າ 1.000 ປີ.
ບັນດາສະຖານທີ່ສະຖາປັດຕະຍາກຳປະຫວັດສາດຂອງນະຄອນຫຼວງຮ່າໂນ້ຍ - ảnh 1
ປີ 1010, ຢູ່ເມືອງຫຼວງ ຮວາລື, ເຈົ້າຊີວິດ ລິ໊ທ໊າຍໂຕ, ໄດ້ປະກາດ ຍົກຍ້າຍເມືອງຫຼວງໄປຕັ້ງຢູ່ ດ້າຍລາ ແລະ ປ່ຽນມາເປັນ ທັງລອງ. ນີ້ແມ່ນກິດຈະກຳສະຖາປັດຕະຍາກຳທີ່ໃຫຍ່ໂຕ, ເຊິ່ງໄດ້ຮັບການກໍ່ສ້າງຜ່ານເຈົ້າຊີວິດຫຼາຍອົງໃນປະຫວັດສາດໄລຍະຕ່າງໆ ແລະ ກາຍເປັນເຂດປູຊະນີຍະສະຖານສຳຄັນແຖວໜ້າໃນລະບົບບັນດາເຂດປູຊະນີຍະສະຖານຂອງຫວຽດນາມ.
ບັນດາສະຖານທີ່ສະຖາປັດຕະຍາກຳປະຫວັດສາດຂອງນະຄອນຫຼວງຮ່າໂນ້ຍ - ảnh 2
ສະໜາມຫຼວງ ບາດິ່ງ ຂອງນະຄອນຫຼວງຮ່າໂນ້ຍ ແມ່ນບ່ອນຮັບຮູ້ຂີດໝາຍສຳຄັນຫຼາຍຢ່າງໃນປະຫວັດສາດຂອງຫວຽດນາມ. ພິເສດແມ່ນໃນວັນທີ 02 ກັນຍາ 1945, ປະທານໂຮ່ຈີມິນ ໄດ້ກ່າວສູນທອນພົດສ້າງຕັ້ງປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ.
ບັນດາສະຖານທີ່ສະຖາປັດຕະຍາກຳປະຫວັດສາດຂອງນະຄອນຫຼວງຮ່າໂນ້ຍ - ảnh 3
ເຄວວັນກ໊າກ, ຂຶ້ນກັບເຂດປູຊະນີຍະສະຖານ ວັນມ໊ຽວ ກ໊ວກຕືຢ໊າມ
ບັນດາສະຖານທີ່ສະຖາປັດຕະຍາກຳປະຫວັດສາດຂອງນະຄອນຫຼວງຮ່າໂນ້ຍ - ảnh 4
ວັດ ເຈິ໊ນກ໊ວກ ໄດ້ຮັບການກໍ່ສ້າງໃນສະໄໝເຈົ້າຊີວິດ ລິ໊ນາມເດ໊ (ປີ 541 – 547). ຫວ່າງມໍ່ໆມານີ້, ເວັບໄຊທ່ອງທ່ຽວທີ່ມີຊື່ສຽງໃນໂລກ National Geographic ໄດ້ຄັດເລືອກ ວັດ ເຈິ໊ນກວ໊ກ ແມ່ນໜຶ່ງໃນຈຳນວນ 10 ວັດສວຍງາມທີ່ສຸດໃນໂລກ.
ບັນດາສະຖານທີ່ສະຖາປັດຕະຍາກຳປະຫວັດສາດຂອງນະຄອນຫຼວງຮ່າໂນ້ຍ - ảnh 5
ຈາກວັດ ເຈິ໊ນກ໊ວກ, ໄປຕາມທາງ ແທັງນຽນ, ນັກທ່ອງທ່ຽວ ຈະໄດ້ຮັບຊົມທິວທັດທຳມະຊາດຂອງໜຶ່ງໃນບັນດາໜອງທີ່ສວຍງາມ ແລະ ມີຊື່ສຽງທີ່ສຸດຂອງນະຄອນຫຼວງ.
ບັນດາສະຖານທີ່ສະຖາປັດຕະຍາກຳປະຫວັດສາດຂອງນະຄອນຫຼວງຮ່າໂນ້ຍ - ảnh 6
ຂົວ ລອງບຽນ, ແມ່ນຂົວຂ້າມແມ່ນ້ຳແດງແຫ່ງທຳອິດໄດ້ຮັບການກໍ່ສ້າງດ້ວຍເຫຼັກເຊື່ອມຕໍ່ເມືອງ ຮ່ວານກ໊ຽມ ກັບ ເມືອງ ລອງບຽນຂອງຮ່າໂນ້ຍ, ໂດຍຝລັ່ງ ກໍ່ສ້າງນັບແຕ່ປີ 1898 ຫາ 1902.
ບັນດາສະຖານທີ່ສະຖາປັດຕະຍາກຳປະຫວັດສາດຂອງນະຄອນຫຼວງຮ່າໂນ້ຍ - ảnh 7
ໂດຍຫ່າງຈາກຂົວ ລອງບຽນ ໄປປະມານ 1 ກ.ມ ແມ່ນຂົວ ເຈືອງເຢືອງ. ຂົວນີ້ໄດ້ຮັບການກໍ່ສ້າງໃນຊຸມປີ 80 ຂອງສະຕະວັດທີ 20. ຂົວ ເຈືອງເຢືອງ ແມ່ນຂົວໃຫຍ່ແຫ່ງທຳອິດໄດ້ຮັບການອອກແບບ ແລະ ກໍ່ສ້າງຢູ່ຫວຽດນາມ ໂດຍບໍ່ຕ້ອງການການຊ່ວຍເຫຼືອດ້ານເຕັກນິກຈາກຕ່າງປະເທດ.
ບັນດາສະຖານທີ່ສະຖາປັດຕະຍາກຳປະຫວັດສາດຂອງນະຄອນຫຼວງຮ່າໂນ້ຍ - ảnh 8
ຂົວ ເຍິດເຕິນ ໄດ້ຮັບຖືວ່າແມ່ນສັນຍາລັກໃໝ່ຂອງນະຄອນຫຼວງຮ່າໂນ້ຍ
ບັນດາສະຖານທີ່ສະຖາປັດຕະຍາກຳປະຫວັດສາດຂອງນະຄອນຫຼວງຮ່າໂນ້ຍ - ảnh 9
ໜອງ ຮ່ວານກ໊ຽມ (ໜອງເຕົ່າ) ປຽນເໝືອນຄືດັ່ງໝາກຫົວໃຈຂອງຮ່າໂນ້ຍ. ຊື່ ຮ່ວານກ໊ຽມ ແມ່ນມີມາແຕ່ຕົ້ນສະຕະວັດທີ 15 ໂດຍຕິດພັນກັບເລື່ອງລາວແຫ່ງເທບນິຍາຍທີ່ມີຊື່ວ່າ ເຈົ້າຊີວິດ ເລທ໊າຍໂຕ ມອບດາບໃຫ້ເຕົ່າເທວະດາ ພາຍຫຼັງເອົາຊະນະສັດຕູ ມິງ.
ບັນດາສະຖານທີ່ສະຖາປັດຕະຍາກຳປະຫວັດສາດຂອງນະຄອນຫຼວງຮ່າໂນ້ຍ - ảnh 10
ຄຸ້ມເມືອງເກົ່າຮ່າໂນ້ຍ. ນີ້ແມ່ນເຂດຕົວເມືອງມີມາແຕ່ດົນນານຂອງຮ່າໂນ້ຍ. ເມື່ອກ່ອນເຂດນີ້ໄດ້ສຸມໃສ່ເຄື່ອນໄຫວຫັດຖະກຳອຸດສາຫະກຳຂະໜາດນ້ອຍ ແລະ ຄ້າຂາຍແລກປ່ຽນ, ສ້າງເປັນບັນດາເຂດຖະໜົນທີ່ເປັນເອກະລັກສະເພາະ. ປະຈຸບັນ, ນີ້ແມ່ນຄຸ້ມເມືອງເກົ່າຮ່າໂນ້ຍ ເຊິ່ງເປັນສະຖານທີ່ສ້າງຄວາມດູດດື່ມໃຫ້ຜູ້ຢາກຄົ້ນຫາກ່ຽວກັບ ທັງລອງ - ຮ່າໂນ້ຍ.
ບັນດາສະຖານທີ່ສະຖາປັດຕະຍາກຳປະຫວັດສາດຂອງນະຄອນຫຼວງຮ່າໂນ້ຍ - ảnh 11
ໂຮງລະຄອນໃໝ່ຮ່າໂນ້ຍ ແມ່ນກິດຈະກຳສະຖາປັດຕະຍາກຳໃຫຍ່ຂອງນະຄອນຫຼວງ, ຮັບໃຊ້ໃຫ້ແກ່ການສະແດງສິລະປະ, ໄດ້ຕັ້ງຢູ່ໃກ້ກັບໜອງ ຮ່ວານກ໊ຽມ.
ບັນດາສະຖານທີ່ສະຖາປັດຕະຍາກຳປະຫວັດສາດຂອງນະຄອນຫຼວງຮ່າໂນ້ຍ - ảnh 12
ປະຈຸບັນ,ໂຮງລະຄອນໃຫຍ່ຮ່າໂນ້້ຍ ແມ່ນໜຶ່ງໃນບັນດາສະຖານທີ່ສະແດງສິລະປະສຳຄັນທີ່ສຸດຢູ່ ຮ່າໂນ້ຍ, ບັນດາຜູ້ເຮັດວຽກງານສິລະປະຖືນີ້ແມ່ນ “ວິຫານ” ສິລະປະບູຮານ.
ບັນດາສະຖານທີ່ສະຖາປັດຕະຍາກຳປະຫວັດສາດຂອງນະຄອນຫຼວງຮ່າໂນ້ຍ - ảnh 13
ນອກຈາກບັນດາກິດຈະກຳປະຫວັດສາດແລ້ວ, ຮ່າໂນ້ຍ ຍັງສືບຕໍ່ພັດທະນາ, ບັນດາກິດຈະກຳໃໝ່ໄດ້ຮັບການກໍ່ສ້າງຢ່າງຕໍ່ເນື່ອງ, ຮັບໃຊ້ຄວາມຕ້ອງການໃນການດຳລົງຊີວິດຂອງປະຊາຊົນຊາວນະຄອນຫຼວງ.
ບັນດາສະຖານທີ່ສະຖາປັດຕະຍາກຳປະຫວັດສາດຂອງນະຄອນຫຼວງຮ່າໂນ້ຍ - ảnh 14
ບັນດາເຂດຕົວເມືອງໃໝ່ຄື Royal City, Time City, Stars Lake... ດ້ວຍການອອກແບບສະຖາປັດຕະຍາກຳທີ່ທັນສະໄໝ.
ບັນດາສະຖານທີ່ສະຖາປັດຕະຍາກຳປະຫວັດສາດຂອງນະຄອນຫຼວງຮ່າໂນ້ຍ - ảnh 15
ເສັ້ນທາງຫຼວງ ທັງລອງ ເຂົ້າໄປໃຈກາງນະຄອນຫຼວງ.
ບັນດາສະຖານທີ່ສະຖາປັດຕະຍາກຳປະຫວັດສາດຂອງນະຄອນຫຼວງຮ່າໂນ້ຍ - ảnh 16
ນັບແຕ່ເມື່ອເຈົ້າຊີວິດ ລິ໊ທ໊າຍໂຕ ຍ້າຍເມືອງຫຼວງມາຮອດປະຈຸບັນແມ່ນຄົບຮອບ 1010 ປີ. ໃນຕະຫຼອດກວ່າ 1000 ປີຜ່ານມາ, ນະຄອນຫຼວງໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ນັບມື້ນັບຮັ່ງມີສວຍງາມກວ່າ, ທັນສະໄໝກວ່າ ແຕ່ຍັງອະນຸລັກຮັກສາບັນດາປູຊະນີຍະສະຖານ, ກິດຈະກຳສະຖາປັດຕະຍາກຳທີ່ເປັນພະຍານຫຼັກຖານໃຫ້ແກ່ປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດທີ່ມີຄວາມເອກອ້າງທະນົງໃຈຂອງຊາດຫວຽດນາມ ເວົ້າລວມ ແລະ ນະຄອນຫຼວງ ຮ່າໂນ້ຍ ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ