ບັນດາເສັ້ນທາງແຄມທະເລງາມດັ່ງພາບແຕ້ມຢູ່ ບິ່ງດິ້ງ

(VOVWORLD) - ບໍ່ພຽງແຕ່ມີທະເລຂຽວໃສ ຫາດຊາຍຂາວເທົ່ານັ້ນ, ບິ່ງດິ່ງ ຍັງມີບັນດາເສັ້ນທາງແຄມທະເລທີ່ສວຍງາມ, ເປັນຈຸດນັດພົບທີ່ດີສຳລັບຜູ້ໃດທີ່ມັກຄົ້ນຫາ ແລະ ລົງຕົວຈິງ.

ບັນດາເສັ້ນທາງແຄມທະເລງາມດັ່ງພາບແຕ້ມຢູ່ ບິ່ງດິ້ງ - ảnh 1
ໃນຊຸມປີມໍ່ໆມານີ້, ບິ່ງດິ້ງ ແມ່ນສະຖານທີ່ພົ້ນເດັ່ນໃນແຜນທີ່ທ່ອງທ່ຽວ ຍ້ອນມີບັນດາເສັ້ນທາງແຄມທະເລທີ່ສວຍງາມ, ຫາດຊາຍທະເລທີ່ຍັງຮັກສາຄວາມປະຖົມປະຖານ ແລະ ໝູ່ບ້ານປະມົງທີ່ສະຫງົບງຽບ.
ບັນດາເສັ້ນທາງແຄມທະເລງາມດັ່ງພາບແຕ້ມຢູ່ ບິ່ງດິ້ງ - ảnh 2
ບັນດາເສັ້ນທາງແຄມທະເລນີ້ບໍ່ພຽງແຕ່ຊ່ວຍເຊື່ອມຕໍ່ລະບົບຄົມມະນາຄົມເທົ່ານັ້ນ ຫາກຍັງກາຍເປັນສິ່ງດຶງດູດແຂກທ່ອງທ່ຽວຜູ້ມັກຄົ້ນຫາອີກດ້ວຍ
ບັນດາເສັ້ນທາງແຄມທະເລງາມດັ່ງພາບແຕ້ມຢູ່ ບິ່ງດິ້ງ - ảnh 3
ເສັ້ນທາງຫຼວງ 1D, ເສັ້ນທາງແຄມທະເລທີ່ງາມດັ່ງໃນຝັນ ເຊື່ອມຕໍ່ ບິ່ງດິ້ງ ກັບ ຝູອຽນ. ເສັ້ນທາງນີ້ມີຄວາມຍາວປະມານ 33 ກິໂລແມັດ.
ບັນດາເສັ້ນທາງແຄມທະເລງາມດັ່ງພາບແຕ້ມຢູ່ ບິ່ງດິ້ງ - ảnh 4
ເສັ້ນທາງນີ້ໄດ້ຮັບການຂະໜານນາມວ່າ ແມ່ນໜຶ່ງໃນບັນດາເສັ້ນທາງແຄມທະເລງາມທີ່ສຸດຢູ່ພາກກາງ ຫວຽດນາມ, ເຊິ່ງທັງແລ່ນລຽບຕາມແຄມທະເລ, ທັງແລ່ນຂ້າມບັນດາໂນນພູຕ່ຳໆທີ່ໄດ້ປົກຄຸມໄປດ້ວຍປ່າໄມ້ອັນຂຽວສົດເຢັນສະບາຍ.
ບັນດາເສັ້ນທາງແຄມທະເລງາມດັ່ງພາບແຕ້ມຢູ່ ບິ່ງດິ້ງ - ảnh 5
ສອງຟາກທາງແມ່ນພາບທຳມະຊາດທີ່ມີຊີວິດຊີວາ ດ້ວຍບັນດາຫາດຊາຍທະເລທີ່ຮົກເຮື້ອປະຖົມປະຖານ... ສະຖານທີ່ແຫ່ງນີ້ ເຄີຍໄດ້ຮັບການຖ່າຍທຳໃນຟິມຮູບເງົາຫຼາຍເລື່ອງທີ່ມີຊື່ສຽງ ແລະ ເປັນຈຸດຊົມຕາເວັນຂຶ້ນທີ່ສຸດຍອດ.
ບັນດາເສັ້ນທາງແຄມທະເລງາມດັ່ງພາບແຕ້ມຢູ່ ບິ່ງດິ້ງ - ảnh 6
ເສັ້ນທາງ ĐT.639 - ເສັ້ນທາງ “ພັນຕື້” ກໍແມ່ນສະຖານທີ່ທີ່ຈັບອົກຈັບໃຈ ດ້ວຍຄວາມຍາວກວ່າ 115 ກິໂລແມັດ. ເສັ້ນທາງ ĐT.639 ເຊື່ອມຕໍ່ ກຸຍເຍິນ ກັບ ເທດສະບານ ຮວ່າຍເຍິນ, ກາຍເປັນເສັ້ນທາງຄົມມະນາຄົມແຄມທະເລຫຼັກຂອງແຂວງ.
ບັນດາເສັ້ນທາງແຄມທະເລງາມດັ່ງພາບແຕ້ມຢູ່ ບິ່ງດິ້ງ - ảnh 7
ນີ້ແມ່ນໜຶ່ງໃນບັນດາກິດຈະກຳພື້ນຖານໂຄງລ່າງໃຫຍ່ສຸດຢູ່ເຂດແຄມທະເລພາກກາງ ຫວຽດນາມ, ດ້ວຍຍອດເງິນລົງທຶນກວ່າ 9.000 ຕື້ດົ່ງ.
ບັນດາເສັ້ນທາງແຄມທະເລງາມດັ່ງພາບແຕ້ມຢູ່ ບິ່ງດິ້ງ - ảnh 8
ເສັ້ນທາງ ĐT.639 ມີຫຼາຍທັດສະນີຍະພາບທີ່ມີຊື່ສຽງຄື ກາດຫາຍ, ເດ່ຢີ, ຫວູງໂບ່ຍ, ວັດ ອົງໜຸຍ... ນີ້ແມ່ນບັນດາສະຖານທີ່ທີ່ຍັງຮັກສາຄວາມງາມແບບຮົກເຮື້ອໄວ້ໄດ້, ມີຄວາມສະຫງົບງຽບທີ່ຫາໄດ້ຍາກ.
ບັນດາເສັ້ນທາງແຄມທະເລງາມດັ່ງພາບແຕ້ມຢູ່ ບິ່ງດິ້ງ - ảnh 9
ໂດຍຕັ້ງຢູ່ໃຈກາງນະຄອນະທະເລ ກຸຍເຍິນ ແມ່ນເສັ້ນທາງ ຊວັນຢ້ຽວ, ເໝືອນດັ່ງສາຍໄໝອ້ອມຮອບນະຄອນທະເລ
ບັນດາເສັ້ນທາງແຄມທະເລງາມດັ່ງພາບແຕ້ມຢູ່ ບິ່ງດິ້ງ - ảnh 10

ບັນດາເສັ້ນທາງແຄມທະເລງາມດັ່ງພາບແຕ້ມຢູ່ ບິ່ງດິ້ງ - ảnh 11

ບັນດາເສັ້ນທາງແຄມທະເລງາມດັ່ງພາບແຕ້ມຢູ່ ບິ່ງດິ້ງ - ảnh 12
ນີ້ແມ່ນທາງເລືອກທີ່ດີເພື່ອຍ່າງເລາະ, ຊົມວິວຕາເວັນຕົກດິນ ຫຼື ຮັບຊິມອາຫານທະເລຢູ່ພັດທະຄານຕ່າງໆທີ່ຕັ້ງຢູ່ແຄມທະເລ
ບັນດາເສັ້ນທາງແຄມທະເລງາມດັ່ງພາບແຕ້ມຢູ່ ບິ່ງດິ້ງ - ảnh 13
ເສັ້ນທາງແລ່ນຜ່ານພູ ໄປທະເລ ກິ່ກໍ - ແອັວຢໍ (ໝູ່ບ້ານປະມົງ ເຍິນຫຼີ, ນະຄອນ ກຸຍເຍິນ) ຮົກເຮື້ອ ແລະ ດຶງດູດໃຈ. ເສັ້ນທາງນີ້ແລ່ນໄປຍັງເກາະຕ່າງໆທີ່ມີຊື່ສຽງ ໂດຍມີນ້ຳທະເລຂຽວໃສ, ປະກາລັງຫຼາກຫຼາຍສີສັນ ແລະ ບັນດາຫາດຫີນທີ່ມີຮູບຊົງອັນຈັບໃຈ.
ບັນດາເສັ້ນທາງແຄມທະເລງາມດັ່ງພາບແຕ້ມຢູ່ ບິ່ງດິ້ງ - ảnh 14
ເບິ່ງຈາກມູມສູງ, ເສັ້ນທາງນີ້ນຳມາເຊິ່ງອາລົມຈິດຫຼາຍຢ່າງ ເມື່ອສອງຟາກທາງແມ່ນປ່າແປກຂຽວອຸ່ມທຸ່ມ, ທາງໜ້າແມ່ນທະເລຂຽວໃສ ແລະ ເມກເທິງທ້ອງຟ້າ

ບັນດາເສັ້ນທາງແຄມທະເລງາມດັ່ງພາບແຕ້ມຢູ່ ບິ່ງດິ້ງ - ảnh 15
ໜຶ່ງໃນບັນດາຈຸດພົ້ນເດັ່ນທີ່ສຸດໃນເສັ້ນທາງແຄມທະເລຂອງ ບິ່ງດິ້ງ ແມ່ນຂົວລອຍຂ້າມທະເລ ເດ່ຢີ, ມີຄວາມຍາວເກືອບ 400 ແມັດ, ເລີ່ມໄດ້ນຳເຂົ້າໃຊ້ງານຢ່າງເປັນທາງການແຕ່ຕົ້ນປີ 2023.
ບັນດາເສັ້ນທາງແຄມທະເລງາມດັ່ງພາບແຕ້ມຢູ່ ບິ່ງດິ້ງ - ảnh 16
ຂົວລອຍນີ້ ໄດ້ຊ່ວຍຫຼຸດຜ່ອນເວລາເດີນທາງຈາກຕາແສງ ກາດແຄັງ, ເມືອງ ຝູ່ກາດ ໄປຍັງຕາແສງ ໝີແທັ່ງ, ເມືອງ ຝູ່ໝີ
ບັນດາເສັ້ນທາງແຄມທະເລງາມດັ່ງພາບແຕ້ມຢູ່ ບິ່ງດິ້ງ - ảnh 17
ເສັ້ນທາງແຄມທະເລ ກຸຍເຍິນ - ຕາມກວານ, ຕອນແລ່ນຜ່ານບ້ານ ຫວິງໂຮ້ຍ, ຝູ່ກາດ.
ບັນດາເສັ້ນທາງແຄມທະເລງາມດັ່ງພາບແຕ້ມຢູ່ ບິ່ງດິ້ງ - ảnh 18
ເສັ້ນທາງແຄມທະເລ ໂລະຢຽວ ໄດ້ລ່າຍລ້ອມໄປດ້ວຍພູ ແລະ ອວ່າຍໜ້າອອກສູ່ມະຫາສະໝຸດ. ນ້ຳທະເລຢູ່ທີ່ນີ້ມີສີຂຽວທີ່ເປັນເອກະລັກ, ຄື້ນຄ່ອຍໆ, ເໝາະສົມກັບບັນດາກິດຈະກຳລອຍນ້ຳ, ພາຍເຮືອ ແລະ ຕຶດເບັດ. ຄວາມງາມແບບມິດງຽບ ແຕ່ດູດດື່ມທີ່ສຸດ, ເຮັດໃຫ້ຜູ້ໃດທີ່ໄດ້ມາແຫ່ງນີ້ແລ້ວກໍຢາກກັບມາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ