ຝູງເຮືອບິນຂົນສົ່ງຂອງ ກອງທັບອາກາດ ຫວຽດນາມ ຝືກຊ້ອມການຈັດເຂົ້າຮູບຖານຢູ່ທ້ອງຟ້າ ຮ່າໂນ້ຍ

(VOVWORLD) - ຝູງເຮືອບິນ ຂົນສົ່ງຂອງກອງພົນນ້ອຍ ອາກາດ 918 (ເຫຼົ່າທັບປ້ອງກັນອາກາດ - ທະຫານອາກາດ) ໄດ້ຝືກຊ້ອມການຈັດເຂົ້າຮູບຖານຢູ່ສະໜາມບິນ ຢາເລິມ, ຮ່າໂນ້ຍ ເພື່ອກະກຽມການປະຕິບັດໜ້າທີ່ຢູ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດ ເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ.

ຝູງເຮືອບິນຂົນສົ່ງຂອງ ກອງທັບອາກາດ ຫວຽດນາມ ຝືກຊ້ອມການຈັດເຂົ້າຮູບຖານຢູ່ທ້ອງຟ້າ ຮ່າໂນ້ຍ - ảnh 1
ຕອນເຊົ້າວັນທີ 30 ກໍລະກົດ, ບັນຍາກາດການເຮັດວຽກຢູ່ສະໜາມບິນ ຢາເລິມ (ລອງບຽນ, ຮ່າໂນ້ຍ) ພັດມີຄວາມຫ້າວຫັນເມື່ອກອງພົນນ້ອຍ ອາກາດ 918 (ເຫຼົ່າທັບປ້ອງກັນອາກາດ - ອາກາດ) ຈັດຕັ້ງການຝືກຊ້ອມ ເພື່ອກຽມພ້ອມໃຫ້ແກ່ໜ້າທີ່ບິນຂ່ຳນັບຮັບຕ້ອນ ຢູ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດ ເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ.
ຝູງເຮືອບິນຂົນສົ່ງຂອງ ກອງທັບອາກາດ ຫວຽດນາມ ຝືກຊ້ອມການຈັດເຂົ້າຮູບຖານຢູ່ທ້ອງຟ້າ ຮ່າໂນ້ຍ - ảnh 2
ໃນຕອນເຊົ້າວັນທີ 30 ກໍລະກົດ, ເຮືອບິນ C212i ສອງລຳ ແລະ ເຮືອບິນ C212-400 ລຳໜຶ່ງ ພວມຝືກແອບການບິນຕາມຮູບຖານຕົວອັກສອນ A.
ຝູງເຮືອບິນຂົນສົ່ງຂອງ ກອງທັບອາກາດ ຫວຽດນາມ ຝືກຊ້ອມການຈັດເຂົ້າຮູບຖານຢູ່ທ້ອງຟ້າ ຮ່າໂນ້ຍ - ảnh 3
ພາຍຫຼັງປະຕິບັດສຳເລັດການກວດກາດ້ານເຕັກນິກ, ເລີ່ມຕິດຈັກເຮືອບິນ, ບັນດານັກບິນກໍພ້ອມແລ້ວທີ່ຈະນຳເຮືອບິນໄປຍັງເສັ້ນທາງເລນບິນຂຶ້ນ.ພາຍໃນຫ້ອງຂັບຂອງເຮືອບິນຂົນສົ່ງ C212.
ຝູງເຮືອບິນຂົນສົ່ງຂອງ ກອງທັບອາກາດ ຫວຽດນາມ ຝືກຊ້ອມການຈັດເຂົ້າຮູບຖານຢູ່ທ້ອງຟ້າ ຮ່າໂນ້ຍ - ảnh 4
ພາຍໃນຫ້ອງຂັບຂອງເຮືອບິນຂົນສົ່ງ C212.
ຝູງເຮືອບິນຂົນສົ່ງຂອງ ກອງທັບອາກາດ ຫວຽດນາມ ຝືກຊ້ອມການຈັດເຂົ້າຮູບຖານຢູ່ທ້ອງຟ້າ ຮ່າໂນ້ຍ - ảnh 5
ເຮືອບິນ C212-400 ບິນຢູ່ສະໜາມບິນ ຢາເລິມ ປະຕິບັດການບິນເປັນຮູບຖານພ້ອມກັບເຮືອບິນ C212i ສອງລຳ.
ຝູງເຮືອບິນຂົນສົ່ງຂອງ ກອງທັບອາກາດ ຫວຽດນາມ ຝືກຊ້ອມການຈັດເຂົ້າຮູບຖານຢູ່ທ້ອງຟ້າ ຮ່າໂນ້ຍ - ảnh 6
ເຮືອບິນ C212 ສາມລຳປະສົມປະສານກັນເພື່ອສ້າງຮູບລູກທະນູຢູ່ທ້ອງຟ້າ ຮ່າໂນ້ຍ.
ຝູງເຮືອບິນຂົນສົ່ງຂອງ ກອງທັບອາກາດ ຫວຽດນາມ ຝືກຊ້ອມການຈັດເຂົ້າຮູບຖານຢູ່ທ້ອງຟ້າ ຮ່າໂນ້ຍ - ảnh 7
ນີ້ແມ່ນຄັ້ງທຳອິດພາຍຫຼັງ 40 ປີທີ່ກອງພົນນ້ອຍ ອາກາດ 918 ໄດ້ປະຕິບັດໜ້າທີ່ບິນຈັດຮູບຖານໃນໂອກາດວັນບຸນສະເຫຼີມສະຫຼອງສຳຄັນຍິ່ງຂອງຊາດ.
ຝູງເຮືອບິນຂົນສົ່ງຂອງ ກອງທັບອາກາດ ຫວຽດນາມ ຝືກຊ້ອມການຈັດເຂົ້າຮູບຖານຢູ່ທ້ອງຟ້າ ຮ່າໂນ້ຍ - ảnh 8
ເພື່ອປະຕິບັດສຳເລັດໜ້າທີ່ບິນ, ບັນດານັກບິນຕ້ອງຕັ້ງໃຈຮັກສາໄລຍະຫ່າງ ແລະ ໄລຍະເວລາຜ່ານຜາມຜູ້ຊົມ, ພ້ອມທັງມີໄຫວພິບຮັບມືຕໍ່ບັນດາການປ່ຽນແປງຂອງສະພາບການອາກາດ.
ຝູງເຮືອບິນຂົນສົ່ງຂອງ ກອງທັບອາກາດ ຫວຽດນາມ ຝືກຊ້ອມການຈັດເຂົ້າຮູບຖານຢູ່ທ້ອງຟ້າ ຮ່າໂນ້ຍ - ảnh 9
ໃນຂະນະທີ່ເຮືອບິນ C212 ປະຕິບັດການບິນຈັດຮູບຖານ, ເຮືອບິນຂົນສົ່ງ C295 ໄດ້ປະຕິບັດການບິນດ່ຽວ, ບິນຂຶ້ນ ແລະ ລົງຢ່າງລຽນຕິດຢູ່ສະໜາມບິນ ຢາເລິມ.
ຝູງເຮືອບິນຂົນສົ່ງຂອງ ກອງທັບອາກາດ ຫວຽດນາມ ຝືກຊ້ອມການຈັດເຂົ້າຮູບຖານຢູ່ທ້ອງຟ້າ ຮ່າໂນ້ຍ - ảnh 10
ປັດຈຸບັນ ເຮືອບິນ C295 ພວມແມ່ນເຮືອບິນຂົນສົ່ງທັນສະໄໝທີ່ສຸດຂອງກອງທັບອາກາດ ຫວຽດນາມ, ອາດສາມາດຂົນສົ່ງສິນຄ້າກ່ວາ 23 ໂຕນ ແລະ ກ່ວາ 70 ຄົນ.
ຝູງເຮືອບິນຂົນສົ່ງຂອງ ກອງທັບອາກາດ ຫວຽດນາມ ຝືກຊ້ອມການຈັດເຂົ້າຮູບຖານຢູ່ທ້ອງຟ້າ ຮ່າໂນ້ຍ - ảnh 11
ຕາມແຜນການແລ້ວ, ໃນໄວໆນີ້ ກອງພົນນ້ອຍ ອາກາດ 918 ຈະຈັດຕັ້ງການຝືກຊ້ອມການບິນຈັດຮູບຖານ ເຮືອບິນ 4 ລຳດ້ວຍເຮືອບິນ C295 ລຳໜຶ່ງ ແລະ ເຮືອບິນ C212 ສາມລຳຢູ່ທັງຫຼັງ.
ຝູງເຮືອບິນຂົນສົ່ງຂອງ ກອງທັບອາກາດ ຫວຽດນາມ ຝືກຊ້ອມການຈັດເຂົ້າຮູບຖານຢູ່ທ້ອງຟ້າ ຮ່າໂນ້ຍ - ảnh 12
ພາຍຫຼັງການຝືກຊ້ອມມາເປັນເວລາ 3 ຊົ່ວໂມງ, ເຮືອບິນຂົນສົ່ງລຳຕ່າງໆຂອງກອງພົນນ້ອຍອາກາດ 918 ໄດ້ລົງຈອດຢູ່ສະໜາມບິນ ຢາເລິມ ຕາມລຳດັບ.
ຝູງເຮືອບິນຂົນສົ່ງຂອງ ກອງທັບອາກາດ ຫວຽດນາມ ຝືກຊ້ອມການຈັດເຂົ້າຮູບຖານຢູ່ທ້ອງຟ້າ ຮ່າໂນ້ຍ - ảnh 13
ນັກບິນ ຫງວຽນກວັນແອັງ ສະແດງຄວາມປະຕິຊົມຊື່ນເມື່ອປະຕິບັດສຳເລັດການຝືກຊ້ອມ ແລະ ຢັ້ງຢືນຄວາມຕັດສິນໃຈປະຕິບັດສຳເລັດໜ້າທີ່ຢູ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດ ເດືອນສິງຫາ ແລະ ວັນຊາດ ຫວຽດນາມ ວັນທີ 2 ກັນຍາຂອກອງພົນນ້ອຍ ອາກາດ 918.

ຕອບກັບ

ຂ່າວ/ບົດ​ອື່ນ