ລວມພາບສະພາບຝົນຕົກນ້ຳຖ້ວມຢູ່ພາກກາງຕອນໃຕ້: ເຮືອນນັບໝື່ນຫຼັງຖືກນ້ຳຖ້ວມ, ປະຊາຊົນຕ້ອງມ້າງຫຼັງຄາອອກເພື່ອຂຶ້ນໄປຂໍຄວາມຊ່ວຍເຫຼືອ
VTCNEWS.VN -  
(VOVWORLD) - ຝົນຕົກໜັກແກ່ຍາວ ສົມທົບກັບການປ່ອຍນ້ຳຈາກອ່າງເກັບນ້ຳຂອງເຂື່ອນໄຟຟ້ານ້ຳຕົກ ໄດ້ເຮັດໃຫ້ເຮືອນເກືອບ 68.000 ຫຼັງ ຢູ່ 3 ແຂວງ ຢາລາຍ, ດັກລັກ, ແຄັງຮວ່າ ຈົມໃນນ້ຳ.
 |
| ຕາມການລາຍງານໄວຂອງກົມຄຸ້ມຄອງລະບົບຄັນຄູ ແລະ ການປ້ອງກັນຕ້ານໄພທຳມະຊາດ, ຮອດເວລາ 6 ໂມງ 30 ນາທີຂອງວັນທີ 21 ພະຈິກ, ສະພາບຝົນຕົກນ້ຳຖ້ວມ, ດິນເຊາະເຈື່ອນຢູ່ບັນດາແຂວງພາກກາງ ຫວຽດນາມ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 41 ຄົນ, ຜູ້ຫາຍສາບສູນ 9 ຄົນ. |
 |
| ຝົນຕົກໜັກແກ່ຍາວ ສົມທົບກັບການປ່ອຍນ້ຳຈາກອ່າງເກັບນ້ຳຂອງເຂື່ອນໄຟຟ້ານ້ຳຕົກໄດ້ເຮັດໃຫ້ເຮືອນຂອງປະຊາຊົນຢູ່ບັນດາແຂວງ ຢາລາຍ, ດັກລັກ, ແຄັງຮວ່າ ເກືອບ 68.000 ຫຼັງ ຖືກນ້ຳຖ້ວມໃນວົງກວ້າງ, ໃນນັ້ນ ແຂວງ ແຄັງຮວ່າ ມີ 50 ຕາແສງ, ຢາລາຍ ມີ 30 ຕາແສງ ແລະ ດັກລັກ ມີ 34 ຕາແສງ. |
 |
| ນ້ຳຖ້ວມຢູ່ແມ່ນ້ຳ ບາ, ແມ່ນ້ຳ ກີ່ໂລະ (ແຂວງ ດັກລັກ) ຂຶ້ນສູງລະດັບສະຖິຕິ, ສູງກາຍໄພນ້ຳຖ້ວມຄັ້ງປະຫວັດສາດ ແຕ່ 0,2 – 1,1 ແມັດ ແລະ ພວມຫຼຸດລົງ. |
 |
| ຢູ່ແຂວງ ຢາລາຍ, ສະພາບນ້ຳຖ້ວມແກ່ຍາວເຮັດໃຫ້ປະຊາຊົນຫຼາຍຄົນຕ້ອງຂໍຄວາມຊ່ວຍເຫຼືອ. ໃນພາບແມ່ນແມ່ຍິງຜູ້ໜຶ່ງຢູ່ຕາແສງ ກຸຍເຍິນດົງ ໄດ້ມ້າງຫຼັງຄາເຮືອນອອກເພື່ອໂຜ່ຂຶ້ນຫາວິທີຂໍຄວາມຊ່ວຍເຫຼືອ. |
 |
| ໃນວັນທີ 20 ພະຈິກ, ຕຳຫຼວດແຂວງ ຢາລາຍ ໄດ້ສົມທົບກັບຄະນະພັກ, ອຳນາດການປົກຄອງບັນດາຕາແສງເພື່ອຍົກຍ້າຍ 2.850 ຄອບຄົວ ດ້ວຍປະຊາກອນ 10.529 ຄົນໄປຍັງບ່ອນປອດໄພ, ກູ້ໄພກູ້ຊີບປະຊາຊົນ 766 ຄົນອອກຈາກເຂດນ້ຳຖ້ວມສູງ. |
 |
|
ໃນຂະນະນັ້ນ, ກອງບັນຊາການທະຫານແຂວງ ຢາລາຍ ໄດ້ລະດົມນັກຮົບ 1.617 ຄົນ ເຂົ້າຮ່ວມການຍົກຍ້າຍປະຊາຊົນ 6.704 ຄົນໄປຍັງບ່ອນປອດໄພ.
|
 |
ກຳລັງຕຳຫຼວດເພີ່ມທະວີການຈັດສົ່ງກາໂນ 15 ລຳ, ເຮືອຈັກ 43 ລຳ, ລົດໃຫຍ່ 400 ຄັນ, ເສື້ອຊູ້ຊີບ 400 ຜືນ... ໄປຍັງເຂດຖືກນ້ຳຖ້ວມເພື່ອຊ່ວຍເຫຼືອປະຊາຊົນຍົກຍ້າຍໄປຍັງບ່ອນປອດໄພ.
|
 |
| ນອກຈາກໃຫ້ການຊ່ວຍເຫຼືອໃນການຍົກຍ້າຍປະຊາຊົນແລ້ວ, ກຳລັງທີ່ມີໜ້າທີ່ຮັບຜິດຊອບຍັງຂົນສົ່ງເຄື່ອງບັນເທົາທຸກໄປຍັງບັນດາເຂດນ້ຳຖ້ວມເພື່ອຊ່ວຍເຫຼືອປະຊາຊົນອີກດ້ວຍ. |
 |
| ຝົນຕົກນ້ຳຖ້ວມຢູ່ແຂວງ ດັກລັກ ໃນ 3 ມື້ຜ່ານມາ ໄດ້ເຮັດໃຫ້ຖ້ວມເຮືອນປະຊາຊົນ 39.517 ຫຼັງ, 11.586 ຄອບຄົວບໍ່ສາມາດຕິດຕໍ່ກັບພາຍນອກໄດ້; 11.530 ຄອບຄົວໄດ້ຮັບການຍົກຍ້າຍໄປຍັງບ່ອນປອດໄພ. ເຖິງຢ່າງໃດກໍຕາມ, ຍ້ອນນ້ຳພວມສືບຕໍ່ຍຶ່ງຂຶ້ນ, ຕົວເລກດັ່ງກ່າວອາດຈະສືບຕໍ່ເພີ່ມຂຶ້ນ. |
 |
ນອກຈາກນັ້ນ, ນ້ຳຖ້ວມຍັງເຮັດໃຫ້ດິນເຊາະເຈື່ອນ, ລະບົບຄົມມະນາຄົມຫຼາຍສາຍຖືກເປ່ເພຕັດຂາດ.
|
|
ທ່ານ ອີຊານອາດເຣີງ - ຮອງຜູ້ອຳນວຍການຕຳຫຼວດແຂວງ ໃຫ້ຮູ້ວ່າ ທາງແຂວງໄດ້ຜັນຂະຫຍາຍບັນດາມາດຕະການຮັບມືກັບຝົນຕົກນ້ຳຖ້ວມແຕ່ຕອນຄ່ຳວັນທີ 18 ພະຈິກ.
|
ຢູ່ແຂວງ ແຄັງຮວ່າ, ຫຼາຍທ້ອງຖິ່ນກໍຈົມໃນທະເລນ້ຳເມື່ອນ້ຳຖ້ວມຢູ່ແມ່ນ້ຳ ກ໊າຍຟານຣາງ ສູງລະດັບສະຖິຕິ, ສູງກວ່າການເຕືອນໄພລະດັບ 3.
VTCNEWS.VN