ສູນຄົ້ນຫາວິທະຍາສາດ ກຸຍເຍິນ: ນໍາວິທະຍາສາດຫຍັບມໍ່ເຂົ້າກັບມະຫາຊົນ
(VOVWORLD) - ສູນຄົ້ນຫາວິທະຍາສາດ ກຸຍເຍິນ (ExploraScience Quy Nhơn), ສູນວິທະຍາສາດສາມັນທຳອິດຂອງ ຫວຽດນາມ, ແມ່ນສະຖານທີ່ປາຍທາງວິຊາການສຶກສາ, ບ່ອນສຶກສາທີ່ໄດ້ເຊື່ອມຕໍ່ກັບເຕັກໂນໂລຢີ, ບ່ອນພູມປັນຍາຕິດພັນກັບການຄົ້ນຫາທ່ອງທ່ຽວ.
 |
| ສູນຄົ້ນຫາວິທະຍາສາດ ກຸຍເຍິນ (ExploraScience Quy Nhon), ຕັ້ງຢູ່ບໍລິເວນເສັ້ນທາງຫຼວງ ຄວາຫອັກ (ຕາແສງ ກຸຍເຍິນ ໃຕ້, ແຂວງ ຢາລາຍ), ປະກອບມີ 2 ກິດຈະກຳ ນັ້ນແມ່ນສຳນັກງານໃຫຍ່ ແລະ ຫໍດູດາວດາລາສາດສາມັນ. ສຳນັກງານໃຫຍ່ມີສະຖາປັດຕະຍາກຳເປັນຮູບວົງມົນທີ່ພົ້ນເດັ່ນຢູ່ທ່າມກາງສີຂຽວເຢັນສະບາຍ, ເຊິ່ງເປັນສັນຍາລັກໃຫ້ແກ່ວິວັດການຄົ້ນຫາພູມປັນຍາສົມທົບກັບການທ່ອງທ່ຽວວິທະຍາສາດ. ພາບ: explorascience.vn |
 |
| ປະຕູໂຂງທາງເຂົ້າໄດ້ຮັບການອອກແບບຢ່າງແປກໃໝ່ ແລະ ງາມຕາ. |
 |
| ເຂດຄົ້ນຫາຢູ່ກາງແຈ້ງແມ່ນເດີ່ນຫຼີ້ນ, ພ້ອມທັງແມ່ນຫ້ອງທົດລອງທຳມະຊາດ, ທັງແມ່ນບ່ອນບັນເທິງ ທັງຮຽນກ່ຽວກັບບັນດາປະກົດການທຳມະຊາດເຊັ່ນ ລົມຫົວກຸດ/ລົມໝູນ, ຟ້າເຫຼື້ອມຟ້າຜ່າ ພາຍໃຕ້ການແນະນຳຂອງປັນຍາຊົນວິທະຍາສາດ. |
 |
| ດ້ວຍເນື້ອທີ່ປະມານ 7.200 ຕາແມັດ, ສຳນັກງານໃຫຍ່ ປະກອບມີ 7 ຫ້ອງວາງສະແດງ ແລະ ຫ້ອງສາຍອາວະກາດ 1 ຫ້ອງ. ແຕ່ລະຫ້ອງວາງສະແດງ ແມ່ນໜຶ່ງຫົວຂໍ້ເຊັ່ນ ລະບົບສຸລິຍະ, ຄົ້ນຫາວັດຖຸ, ຄົ້ນຫາດາວອັງຄານ,…. |
 |
| ບັນດາທາງຊ້າງເຜືອກ (Milky Way) ໃນຫ້ອງລະບົບສຸລິຍະ |
 |
“ຢູ່ທີ່ນີ້, ບໍ່ຈຳເປັນຕ້ອງມີກ້ອງສ່ອງທາງໄກເພື່ອເບິ່ງເຫັນອາວະກາດ. ອາວະກາດຢູ່ທາງໜ້າເລີຍ - ມີຊີວິດຊີວາ, ມີການກະທົບຕອບ ແລະ ສາມາດສຳຜັດໄດ້ເລີຍ.
|
ເດັກນ້ອຍຜູ້ໜຶ່ງຕັ້ງໃຈຊົມຮູບຈຳລອງລູກສອນໄຟຄົ້ນຫາອາວະກາດ ຫ້ອງແກ້ວລອງສຳຜັດກັບລະດັບແຮງລົມ
 |
| ມີຜູ້ປົກຄອງຫຼາຍຄົນໄດ້ເລືອກສູນຄົ້ນຫາວິທະຍາສາດ ກຸຍເຍິນ ແມ່ນສະຖານທີ່ເພື່ອໃຫ້ເດັກນ້ອຍສາມາດສຳຜັດ, ຄົ້ນຫາວິທະຍາສາດແບບທຳມະຊາດທີ່ສຸດ. |
 |
| ແຕ່ລະເຂດວາງສະແດງຢູ່ໃນຫ້ອງຮຽນທີ່ໃຫຍ່ໂຕ, ບ່ອນທີ່ຄວາມຮູ້ດ້ານຟິຊິກສາດ, ດາລາສາດ, ສິ່ງແວດລ້ອມ ແລະ STEM Robotics ໄດ້ຮັບການປະກົດຕົວຜ່ານເກມປະເພດຕ່າງໆ ເພື່ອສ້າງການກະທົບຕອບ, ສ້າງຄວາມດູດດື່ມໃຫ້ແກ່ຜູ້ຊົມ. |
 |
| ເຂດວາງສະແດງຕົວຈິງບັນດາລາຍການວິທະຍາສາດຟີຊິກສາດ ກ່ຽວກັບໄຟຟ້າສະຖິດ ແລະ ໄຟຟ້າແຮງສູງ. |
ສູນຄົ້ນຫາວິທະຍາສາດ ກຸຍເຍິນ ໄດ້ນຳມາເຊິ່ງວິທີການສຶກສາໃຫ້ຄົນລຸ້ນໜຸ່ມ ບໍ່ພຽງແຕ່ໃນຫ້ອງຮຽນເທົ່ານັ້ນ, ຫາກຍັງຢູ່ໃນສະພາບແວດລ້ອມເປີດອີກດ້ວຍ, ບ່ອນທີ່ພວກນ້ອງຈະໄດ້ສຳຜັດ ແລະ ຄົ້ນຫາໂດຍກົງ.