ຮັບຊົມ ຕົ້ນໝວກຈີນ (Firmiana simplex) ບານສະພັ່ງ ອວດອ້າງສີສັນໃນເຂດປູສະນີຍະສະຖານ ກຸງເກົ່າ ເຫ້ວ
(VOVWORLD) - ນັບແຕ່ກາງເດືອນເມສາ, ຕົ້ນໝວກຈີນ (Firmiana simplex) ໃນບໍລິເວນເຂດປູສະນີຍະສະຖານກຸງເກົ່າ ເຫ້ວ ເລີ່ມບານສະພັງສີເຈີດຈ້າ. ມາຢ້ຽມຢາມເຫ້ວ ໃນຊ່ວງເວລານີ້, ແຂກທ່ອງທ່ຽວຈະຮູ້ສຶກປະທັບໃຈເມື່ອຮັບຊົມຄວາມງາມຂອງດອກໄມ້ທີ່ໄດ້ຮັບການຂະໜາມນາມວ່າ ດອກໄມ້ແຫ່ງລາດຊະວັງ.
 |
| ເມື່ອເດືອນເມສາ ວຽນມາ, ຕົ້ນໝວກຈີນ (Firmiana simplex) ຢູ່ເຫ້ວພັດເລີ່ມບານສະພັ່ງສ້າງເປັນທິວທັດບັນຍາກາດທີ່ສະຫງົບສຸກ, ເປັນໜ້າຈັບໃຈ ແລະ ເພີ່ມສີສັນຄວາມງາມໃຫ້ແກ່ດິນແດນກາບກອນ. |
 |
| ຕົ້ນໝວກຈີນ (Firmiana simplex) ໄດ້ຮັບການສະໜາມນາມວ່າແມ່ນດອກໄມ້ລາດຊາວັງ ຕິດພັນກັບ ພາບພົດຂອງວົງຕະກຸນ ຫງວຽນ ຢູ່ ເຫ້ວ |
 |
| ຕົ້ນໝວກຈີນ (Firmiana simplex) ໄດ້ຮັບການປຽບທຽບກັບດອກໄມ້ໃນພະລາດຊາວັງ ໂດຍແມ່ນໜຶ່ງໃນ ດອກໄມ້ 9 ຊະນິດເຊິ່ງເຈົ້າຊີວິດ ມິງມ້າງ ເລືອກໃຫ້ແກະສະລັກໃສ່ໂຖໃຫຍ່ເກົ້າໜ່ວຍໃນສະໄໝສັກດິນາ ຄືສັນຍາລັກຂອງສິດອຳນາດຂອງເຈົ້າຊີວິດ. |
 |
| ຕົ້ນໝວກຈີນ (Firmiana simplex) ຈະບານສະພັ່ງເມື່ອທ້າຍເດືອນມີນາ, ຕົ້ນເດືອນເມສາ ສ້າງເປັນພາບທີ່ສວຍງາມດັ່ງໃນຝັນ, ສະຫງົບສຸກ. |
 |
| ປັດຈຸບັນ, ຕົ້ນໝວກຈີນ (Firmiana simplex) ໄດ້ປູກຢູ່ຫຼາຍບ່ອນຢູ່ ເຫ້ວ |
 |
| ຕົ້ນໝວກຈີນ (Firmiana simplex) ບານສະພັ່ງຢູ່ສວນສາທາລະນະຕົ້ນໄມ້ຂຽວ |
 |
| ມູມມອງຕົ້ນໝວກຈີນ (Firmiana simplex) ຢູ່ຝັ່ງທາງທິດໃຕ້ຂອງນະຄອນ, ຍິ່ງສະແດງໃຫ້ເຫັນການປະສົມປະສານລະຫວ່າງອະດີດຕະການ ແລະ ປັດຈຸບັນຂອງກຸງເກົ່າ ເຫ້ວ ຢ່າງຈະແຈ້ງ. |
 |
| ກິ່ງດອກໄມ້ຂອງຕົ້ນໝວກຈີນ (Firmiana simplex) |
 |
| ຫຼາຍປີມານີ້, ຕົ້ນໝວກຈີນ (Firmiana simplex) ຢູ່ດ້ານຫຼັງ ວັງ ທ້າຍຮ່ວາ ໄດ້ກາຍເປັນສະຖານທີ່ຖ່າຍຮູບທີ່ດຶງດູດແຂກທ່ອງທ່ຽວເມື່ອມາລາດຊະວັງ ເຫ້ວ |
 |
| ພວກເພື່ອນໜຸ່ມ ດ້ວຍຊຸດອາພອນ ຫວຽດ ເດີມ ໄດ້ບັນທຶກຄວາມງາມກັບຕົ້ນໝວກຈີນ (Firmiana simplex) ຢູ່ໃນລາດຊະວັງ ເຫ້ວ. |
 |
| ຕົ້ນໝວກຈີນ (Firmiana simplex) ບານສະພັ່ງສວຍງາມທີ່ສຸດຍາມທ້າຍເດືອນເມສາ ແລະ ຕົ້ນເດືອນພຶດສະພາ ເມື່ອໃບໄມ້ຫຼົ່ນໝົດ. |
 |
| ດອກໄມ້ຕົ້ນໝວກຈີນ (Firmiana simplex) ໄດ້ເພີ່ມຄວາມງາມໃຫ້ແກ່ສະຖາປັດຕະຍາກຳພິເສດ ແລະ ລະອຽດຍອດຍິ່ງ ຢູ່ເຂດປູສະນີຍະສະຖານຕ່າງໆຢູ່ເຫ້ວ. |
 |
| ມາກຸງເກົ່າ ເຫ້ວ ໃນໂອກາດນີ້, ແຂກທ່ອງທ່ຽວຈົ່ງຢ່າພາດໂອກາດໄປຊົມຄວາມງາມຂອງພົມດອກຕົ້ນໝວກຈີນ ທີ່ສວຍງາມຢູ່ທີ່ນີ້. |