“ໂຕມ້າມາຖະໜົນ” - ຮອຍຕີນມ້າຢູ່ກາງເມືອງຫຼວງ
(VOVWORLD) - ໃນທ່າມກາງສີສັນລະດູບານໃໝ່ປີມະເມຍ 2026, ບັນດາ “ໂຕມ້າ” ສີລະປະບໍ່ພຽງແຕ່ແມ່ນສັນຍາລັກ, ຫາກຍັງສະແດງໃຫ້ເຫັນຄວາມຄາດຫວັງບືນຕົວຂຶ້ນ, ຢືນຢັນຄຸນນະທາດ ແລະ ຂອບຂະໜາດໃໝ່ຂອງຊາດອີກດ້ວຍ.
 |
| ວັນມ້ຽວ - ກວັກຕືຢາມ ໃນຊຸມມື້ທຳອິດຂອງປີໃໝ່່ ບໍ່ພຽງແຕ່ມີກິ່ນຫອມຂອງທູບເຮັດຈາກໄມ້ຈັນ ແລະ ນ້ຳມຶກເຈ້ຍແດງເທົ່ານັ້ນ, ຫາກພັດມີຊີວິດຊີວາດ້ວຍການວາງສະແດງຫົວເລື່ອງສະເພາະ “ໂຕມ້າມາຖະໜົນ” ອີກດ້ວຍ. |
 |
| ໃນຈິດສຳນຶກ ແລະ ວັດທະນະທຳ ຫວຽດນາມ, ໂຕມ້າ ແມ່ນຕົວແທນໃຫ້ກຳລັງແຮງ, ຈິດໃຈຄວາມຈົງຮັກພັກດີ, ຄວາມທົນທານໜຽວແໜ້ນ ແລະ ຈິດໃຈກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. “ໂຕມ້າມາຖະໜົນ” ໄດ້ແນະບັນດາຜະລິດຕະພັນຂອງນັກຄົ້ນຄວ້າວັດທະນະທຳ ໄຕງວຽນ ດັ້ງມິນເຕິມ, ນັກແຕ້ມ ເລຮຸຍ ແລະ ກຸ່ມ Lamphong Studio, ຄືດັ່ງສົ່ງຄຳສະບາຍດີປີໃໝ່ ປີມະເມຍ ທີ່ເຕັມໄປດ້ວຍຄວາມຄາດຫວັງທົນທານໜຽວແໜ້ນ, ຈິດໃຈການກະທຳ ແລະ ກ້າວຂຶ້ນ. |
 |
| ນັກຄົ້ນຄວ້າ ດັ້ງມິນເຕິມ ແບ່ງປັນວ່າ ທ່ານສັງເກດທ່ອນໄມ້ເພື່ອນຶກຄິດຮູບຮ່າງຂອງໂຕມ້າແລ້ວຈຶ່ງແກະຄວັດສະຫຼັກ, ສະນັ້ນ, ແຕ່ລະຮູບແກະຄວັດສະຫຼັກນັ້ນ ແມ່ນມີໜຶ່ງບໍ່ມີສອງ. |
 |
| ບັນດາຜົນງານຂອງນັກຄົ້ນຄວ້າ ດັ້ງມິນເຕິມ ໄດ້ສະແດງໃຫ້ເຫັນບົດບາດຂອງມ້າໃນການດຳເນີນຊີວິດທາງດ້ານວັດທະນະທຳ ໄຕງວຽນ ຢ່າງຈະແຈ້ງ. |
 |
| ພ້ອມກັນນັ້ນ, ກໍ່ມີບັນດາຜົນງານທີ່ຫຼັກແຫຼມ, ຄື: ມ້າອ່ານປື້ມ, ມ້າກຳມະການຍາມຫ້ອງ ຫຼື ທັງມ້າຄ້ານຮຽນ, ສ້າງເປັນບັນຍາກາດທີ່ມີຊີວິດຊີວາໃຫ້ແກ່ເຂດວາງສະແດງ. |
 |
| ພ້ອມປະກອບສ່ວນທີ່ງານວາງສະແດງດັ່ງກ່າວຍັງມີບັນດາຜົນງານໂຕມ້າສີຂັດມັນຂອງນັກແຕ້ມ ເລຮຸຍ ແລະ ກຸ່ມ Lamphong Studio ໂດຍນັກແຕ້ມສ້າງຂຶ້ນ. |
 |
| ບັນດາໂຕມ້າໄດ້ອອກແບບໂດດເດັ່ນດ້ວຍວັດຖຸສີຂັດມັນ. |
 |
| ງານວາງສະແດງໄດ້ດຶງດູດແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມເປັນຈຳນວນຫຼາຍ. |
 |
| ເຂດເກົ່າແກ່ບູຮານຂອງ ວັນມ້ຽວ - ກວັກຕືຢາມ, ການມີໜ້າຂອງສັດມົງຄຸນປີໃໝ່ ຄືດັ່ງຄຳອວຍພອນ “ຂໍໃຫ້ປະສົບຜົນສຳເລັດທຸກປະການ” ທີ່ເຕັມໄປດ້ວຍລັກສະນະສິລະປະທີ່ສົ່ງເຖິງມະຫາຊົນ. |
ງານວາງສະແດງ “ໂຕມ້າມາຖະໜົນ” ໄດ້ຈັດຂຶ້ນຮອດໝົດເດືອນມີນາ 2026, ຢູ່ ວັນມ້ຽວ - ກວັກຕືຢາມ.