ກວາງ​ນິງ: ພ້ອມ​ກັນຍົກ​ລະ​ດັບ​ພື້ນ​ຖານ​ໂຄງ​ລ່າງ​ຕົວ​ເມືອງ​

(VOVWORLD) - ໃນຊຸມວັນນີ້, ຫຼາຍທ້ອງຖິ່ນຢູ່ແຂວງ ກວາງນິງ ໄດ້ພ້ອມກັນສ້ອມແປງເຂດຕົວເມືອງ, ປັບແປງພື້ນຖານໂຄງລ່າງຢູ່ບັນດາເຂດຊຸມຊົນ, ໃນນັ້ນໄດ້ສຸມໃສ່ບັນດາເສັ້ນທາງຄົມມະນາຄົມ ແລະ ກິດຈະກຳດຳເນີນຊີວິດວົງຄະນະຍາດ.
ກວາງ​ນິງ: ພ້ອມ​ກັນຍົກ​ລະ​ດັບ​ພື້ນ​ຖານ​ໂຄງ​ລ່າງ​ຕົວ​ເມືອງ​ - ảnh 1(ພາບ: ເຈື່ອງຢາງ)
 ຕາແສງ ເກີມຝາ ຫາກໍ່ເລີ່ມລົງມືກໍ່ສ້າງ 7 ໂຄງການປົວແປງ, ຍົກລະດັບພື້ນຖານໂຄງລ່າງຕົວເມືອງ ແລະ ເຂດຊຸມຊົນ. ຕາແສງ ຫວຽດຮຶງ ກໍ່ໄດ້ເລີ່ມລົງມືກໍ່ສ້າງ 10 ກິດຈະກຳ, ໂຄງການ ແລະ ຕາແສງ ຮ່າເລີ່ມ ໄດ້ຜັນຂະຫຍາຍ 13 ໂຄງການ. ນັບແຕ່ເດືອນພະຈິກ ມາຮອດປະຈຸບັນ, ຕາແສງ ອຽນຕື້ ກໍ່ໄດ້ເລີ່ມລົງມືກໍ່ສ້າງ 12 ໂຄງການ. ຕາແສງ ທົງເຍີດ ກໍ່ໄດ້ໃຫ້ສັດຕະຍາບັນ 5 ໂຄງການຈຸດສຸມກ່ຽວກັບຄົມມະນາຄົມ, ກັນເຈື່ອນ, ນ້ຳຖ້ວມ. ຕາແສງຍັງສ້າງແຜນການ 7 ໂຄງການກະກຽມລົງທຶນໃນປີ 2026 ເພື່ອແນໃສ່ປົວແປງພື້ນຖານໂຄງລ່າງ, ທັດສະນີຍະພາບ ແລະ ສະຖານທີ່ດຳເນີນຊີວິດຂອງ ປຊຊ. ປ້າ ເຈິ່ນທິທື ຊາວຕາແສງ ຮ່າເລິ່ມ ແລະ ທານ ເຈິ່ນດຶກຍ້ວນ ຊາວຕາແສງ ອຽນຕື້ ໃຫ້ຮູ້ວ່າ:

          ພວກຂ້າພະເຈົ້າສະໜັບສະໜູນການອຸທິດທີ່ດິນເພື່ອເຮັດກິດຈະກຳ ຍ້ອນວ່ານັບແຕ່ກ່ອນມາຮອດປະຈຸບັນ, ເສັ້ນທາງໄປມາກໍ່ແຄບ, ປຊຊ ປະສົບກັບຄວາມຫຍຸ້ງຍາກໃນການໄປມາຫຼາຍ.

    ໂດຍໄດ້ປະຕິບັດບັ້ນຮົບ 100 ວັນ ແລະ ຄືນ ເພື່ອກໍ່ສ້າງ, ປົວແປງເຂດຕົວເມືອງນັ້ນ, ປຊຊ ມີຄວາມຫ້າວຫັນທີ່ສຸດ, ເມື່ອໄດ້ຮັບການຂົນຂວາຍ ປຊຊ ກໍ່ຕອບສະໜອງໂດຍທັນທີ. ຕາແສງພວກຂ້າພະເຈົ້າໄດ້ຈັດພະນັກງານໄປຮອດແຕ່ລະບ້ານ, ເຕົ້າໂຮມ ປຊຊ ເຂົ້າຮ່ວມການປະຊຸມ ແລະ ລ້ວນແຕ່ໄດ້ຮັບຄວາມເຫັນດີເຫັນພ້ອມ.

ກວາງ​ນິງ: ພ້ອມ​ກັນຍົກ​ລະ​ດັບ​ພື້ນ​ຖານ​ໂຄງ​ລ່າງ​ຕົວ​ເມືອງ​ - ảnh 2(ພາບ: ເຈື່ອງຢາງ)

   ເມື່ອຜັນຂະຫຍາຍບັນດາກິດຈະກຳ, ໂຄງການ, ລ້ວນແຕ່ໄດ້ຄວາມສະໜັບສະໜູນຈາກ ປຊຊ. ພິເສດ, ຫຼາຍຄອບຄົວຍັງໄດ້ຕັ້ງໜ້າປະກອບສ່ວນທີ່ດິນດ້ວຍຄວາມສະໝັກໃຈ, ຕົກລົງຍ້າຍກຳແພງ, ຮົ້ວ ແລະ ບັນດາກິດຈະກຳສະຖາປັດຕະຍາກຳອື່ນ ເພື່ອໃຫ້ບັນດາໂຄງການໄດ້ຜັນຂະຫຍາຍຢ່າງສະດວກດີ. ຢູ່ຕາແສງ ອຽນຕື້, ປຊຊ ໄດ້ເຫັນດີປະກອບສ່ວນທີ່ດິນດ້ວຍຄວາມສະໝັກໃຈທັງໝົດແມ່ນປະມານ 15.500 ແມັດມົນທົນ, ຕາແສງ ຮ່າເລິ່ມ ມີນັບຮ້ອຍຄອບຄົວໄດ້ປະກອບສ່ວນທີ່ດິນດ້ວຍຄວາມສະໝັກໃຈ 5.200 ແມັດມົນທົນ. ບັນດາໂຄງການ, ກິດຈະກຳໄດ້ຜັນຂະຫຍາຍພ້ອມກັບບັນດາບັ້ນຮົບ 100 ວັນ ແລະ ຄືນ, 90 ວັນ ແລະ ຄືນຍົກສູງຄຸນນະພາບຕົວເມືອງ, ພື້ນຖານໂຄງລ່າງເຂດຊຸມຊົນ ເຊິ່ງໄດ້ປຸກລະດົມຢູ່ບັນດາຕາແສງທີ່ແຂວງ ກວາງນິງ ນັບແຕ່ຕົ້ນເດືອນພະຈິກ ທີ່ຜ່ານມາ.

          ນີ້ແມ່ນບັນດາການເຄື່ອນໄຫວລະອຽດ, ປະຕິບັດແຜນການເລກທີ 272 (ລົງວັນທີ 21 ຕຸລາ ປີ 2025) ຂອງຄະນະກຳມະການ ປຊຊ ແຂວງ ກວາງນິງ ທີ່ວ່າ “ກໍ່ສ້າງຍົກສູງຄຸນນະພາບຕົວເມືອງ, ເຂດຊຸມຊົນປະຕິບັດເປົ້າໝາຍສູ້ຊົນສ້າງຂວາງ ກວາງນິງ ໃຫ້ກາຍເປັນນະຄອນຂຶ້ນກັບສູນກາງກ່ອນປີ 2030”.

    ຂວາງ ກວາງນິງ ໃຫ້ບຸລິມະສິດບັນດາໂຄງການປົວແປງເສັ້ນທາງຄົມມະນາຄົມ, ລະບົບລະບາຍນ້ຳ, ປູກຕົ້ນໄມ້ສີຂຽວ, ຍົກລະດັບສະຖານທີ່ດຳເນີນຊີວິດເຂດຊຸມຊົນ ແລະ ແກ້ໄຂຈຸດນ້ຳຖ້ວມ, ມົນລະພິດ. ພ້ອມກັນນັ້ນແມ່ນລົງທຶນກໍ່ສ້າງບັນດາສະຖານທີ່ລະຫຼີ້ນ, ບ່ອນດຳເນີນຊິວິດເຂດຊຸມຊົນ, ສະຖານທີ່ດຳເນີນຊີວິດເຂດຊຸມຊົນກາງແຈ້ງ. ທ່ານ ເລວັນທັງ ຮອງປະທານຄະນະກຳມະການ ປຊຊ ຕາແສງ ບາຍໄຈ ໃຫ້ຮູ້ວ່າ: ທາງຕາແສງ ໄດ້ສູ້ຊົນສຳເລັດ ແລະ ຮັບປະກັນຄຸນນະພາບ 7 ໂຄງການປົວແປງ, ຍົກລະດັບພື້ນຖານໂຄງລ່າງຕົວເມືອງ ແລະ ເຂດຊຸມຊົນໃນບໍລິເວນ:

   ໃນໄລຍະຈະມາເຖິງ, ນອກຈາກການຊີ້ນຳຢ່າງຂ້ຽວຂາດຂອງອຳນາດການປົກຄອງ, ການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ປຊຊ ແລະ ບັນດາອົງການ ຫົວໜ່ວຍມີໜ້າທີ່ຮັບຜິດຊອບຂອງຕາແສງ, ພວກຂ້າພະເຂົ້າກໍ່ຕັດສິນໃຈປະຕິບັດການຍົກສູງຄຸນນະພາບຕົວເມືອງ, ຮັບປະກັນເຂດຊຸມຊົນສວຍງາມ, ສະອາດ, ຍູ້ໄວລະດັບຄວາມຄືບໜ້າການຜັນຂະຫຍາຍບັນດາໂຄງການ, ຮັບປະກັນກ່ອນວັນທີ 31 ທັນວາ ປີ 2025 ຈະສຳເລັດບັນດາໂຄງການໂດຍພື້ນຖານ ເພື່ອນຳເຂົ້າເຄື່ອນໄຫວ.

             ປະຈຸບັນ, ຂວາງ ກວາງນິງ ໄດສະເໜີກວ່າ 2.700 ໂຄງການ, ກິດຈະກຳຄາດວ່າຈະລົງທຶນໃນໄລຍະ 2026-2030 ດ້ວຍແຫຼ່ງງົບປະມານແຫ່ງລັດ, ລົງທຶນພາກລັດໄລຍະກາງ ແລະ ຫັນເປັນສັງຄົມ. ເວລາສຳເລັດແມ່ນໃນປີ 2026, ສູ້ຊົນສຳເລັດໃນໂອກາດສະເຫຼີມສະຫຼອງການປະຕິບັດຮູບແບບອຳນາດການປົກຄອງ 2 ຂັ້ນ ຄົບຮອບ 1 ປີ. ດ້ວຍການຊີ້ນຳທີ່ເປັນເອກະພາບຂອງອຳນາດການປົກຄອງທ້ອງຖິ່ນ ແລະ ຄວາມເຫັນດີເຫັນພ້ອມຂອງ ປຊຊ, ແຂວາງ ກວາງນິງ ຈະພັດທະນາຕົວເມືອງຕາມທິດວ່ອງໄວ, ຍືນຍົງ, ສີວິໄລ ແລະ ທັນສະໄໝ./.

ຕອບກັບ

ຂ່າວ/ບົດ​ອື່ນ