ຄອນ​ເສີດ “ເວິນ​ດົນ - ວິ​ວັດ​ທະ​ນາ​ການ​ເດີນ​ເຮືອ​ໃໝ່, ດົນ​ຕີ​ເປັນ​ຂົວ​ຕໍ່”

(VOVWORLD) -  ຄອນເສີດ “ເວິນດົນ - ວິວັດທະນາການເດີນເຮືອໃໝ່, ດົນຕີເປັນຂົວຕໍ່” ໄດ້ດຳເນີນໃນຕອນຄ່ຳວັນທີ 29 ທັນວາ, ຢູ່ເຂດລະຫຼີ້ນຊາວໜຸ່ມເຍົາວະຊົນເຂດພິເສດ ເວິນດົນ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວຈຳນວນຫຼາຍເຂົ້າຮ່ວມ.
ຄອນ​ເສີດ “ເວິນ​ດົນ - ວິ​ວັດ​ທະ​ນາ​ການ​ເດີນ​ເຮືອ​ໃໝ່, ດົນ​ຕີ​ເປັນ​ຂົວ​ຕໍ່” - ảnh 1ລາຍການສະແດງສິລະປະໃນຄອນເສີດ (ພາບ: baoquangninh.vn)

 

 ເຫດການຖືກຈັດຂຶ້ນແນໃສ່ຂ່ຳນັບຮັບຕອນວັນສ້າງຕັ້ງ ເວິນດົນ ຄົບຮອບ 77 ປີ (26/12/1948 - 26/12/2025) ແລະ ຕ້ອນຮັບປີໃໝ່ 2026.

        ຄອນເສີດດັ່ງກ່າວໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ, ເຕັມໄປດ້ວຍລັກສະນະສິລະປະ ນຳຜູ້ຊົມຈາກຄວາມຊົງຈຳນີ້ກ່ຽວກັບເມືອງ ເວີນດົນ ໃນເມື່ອກ່ອນ ຕະຫຼອດຮອດຈັງຫວະຂອງຊີວິດທີ່ທັນສະໄໝຂອງເຂດພິເສດ ເວິນດົນ ໃນປັດຈຸບັນ, ສະແດງໃຫ້ເຫັນ ເວິນດົນ ເຕັມໄປດ້ວຍຄວາມຄາດຫວັງບືນຕົວຂຶ້ນໃນໄລຍະພັດທະນາໃໝ່, ຫັນເປົ້າໝາຍກໍ່ສ້າງເຂດພິເສດ ເວິນດົນ ກາຍເປັນສູນເສດຖະກິດທະເລທີ່ຂະຫຍັນຂັນເຄື່ອນ, ຫຼາຍຂະແໜງ, ຫຼາຍຂົງເຂດ, ເຂດເສດຖະກິດພິເສດລຸ້ນໃໝ່ຂອງທັງປະເທດ.

        ບໍ່ພຽງແຕ່ແມ່ນລາຍການສະແດງສິລະປະທີ່ເປັນເອກະລັກເທົ່ານັ້ນ, ຄອນເສີດ “ເວີນດົນ - ວິວັດທະນາການເດີນທະເລໃໝ່, ດົນຕີເປັນຂົວຕໍ່” ແມ່ນໂອກາດເພື່ອເຊີດຊູບັນດາຄຸນຄ່າທາງດ້ານວັດທະນະທຳ, ປະຊາຊົນ ເວິນດົນ, ພ້ອມທັງປຸກລຸກຄວາມເອກອ້າງທະນົງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຄາດຫວັງສ້າງ ເວິນດົນ ນັບມື້ນັບພັດທະນາແບບຍືນຍົງ, ຫຼາກຫຼາຍສີສັນ.

 

ຕອບກັບ

ຂ່າວ/ບົດ​ອື່ນ