ພະນັກງານເຂດຊົນນະບົດຢູ່ ກວາງນິງ ເປັນເຈົ້າການເຄື່ອນໄຫວກັບອຳນາດການປົກຄອງດີຈີຕອນ

(VOVWORLD) -  ຫ້ອງຮຽນພິເສດນີ້ມີຜູ້ມີອາຍຸສູງຫຼາຍຄົນ, ເປັນຄັ້ງທຳອິດທີ່ນຳໃຊ້ແອັບ VNeID, ຊຳລະເງິນໂດຍບໍ່ໃຊ້ເງິນສົດ ຫຼື ອ່ານຂ່າວຜ່ານສື່ສັງຄົມອອນລາຍ Zalo, Facebook.
ພະນັກງານເຂດຊົນນະບົດຢູ່ ກວາງນິງ ເປັນເຈົ້າການເຄື່ອນໄຫວກັບອຳນາດການປົກຄອງດີຈີຕອນ - ảnh 1(ນັບແຕ່ຕົ້ນປີມາຮອດປະຈຸບັນ, ກວາງນິງ ໄດ້ຈັດຊຸດຝຶກອົບຮົມທັກສະດ້ານດີຈີຕອນໃຫ້ແກ່ພະນັກງານ, ພາລະກອນ, ລັດຖະກອນກວ່າ 15.600 ຄົນ)

 

 

ປະຈຸບັນ, ກວາງນິງ ແມ່ນທ້ອງຖິ່ນນຳໜ້າທົ່ວປະເທດໃນວິວັດການນຳເຕັກໂນໂລຊີດີຈີຕອນເຂົ້າເຖິງຊຸມຊົນ, ໂດຍສະເພາະແມ່ນຢູ່ເຂດຊົນນະບົດ. ສິ່ງດັ່ງກ່າວຊີ້ໃຫ້ເຫັນວ່າ ການຫັນເປັນດີຈີຕອນ ບໍ່ພຽງແຕ່ສະຫງວນໃຫ້ເຂດຕົວເມືອງໃຫຍ່ເທົ່ານັ້ນ, ຫາກຍັງສາມາດກາຍເປັນ “ກຳລັງຊຸກຍູ້ໃໝ່” ຂອງຊົນນະບົດ, ເຂດພູດອຍ ແລະ ເຂດທະເລໝູ່ເກາະອີກດ້ວຍ ຖ້າຫາກວ່າ ພະນັກງານຂັ້ນຮາກຖານແຕ່ລະຄົນເປັນເຈົ້າການຮ່ຳຮຽນ, ປ່ຽນແປງ.

ຢູ່ຫໍວັດທະນະທຳບ້ານ ທົ່ງເຍີດ, ຕາແສງ ຮາຍລ້າງ, ພໍ່ແມ່ປະຊາຊົນຢູ່ທີ່ນີ້ໄດ້ເອີ້ນບັນດດາຊຸດຝຶກອົບຮົມເຕັກໂນໂລຊີແມ່ນ “ປະຊາສຶກສາດີຈີຕອນ” ແລະ ຍາມໃດກໍ່ໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ. ຫ້ອງຮຽນພິເສດນີ້ມີຜູ້ມີອາຍຸສູງຫຼາຍຄົນ, ເປັນຄັ້ງທຳອິດທີ່ນຳໃຊ້ແອັບ VNeID, ຊຳລະເງິນໂດຍບໍ່ໃຊ້ເງິນສົດ ຫຼື ອ່ານຂ່າວຜ່ານສື່ສັງຄົມອອນລາຍ Zalo, Facebook. ກຳລັງຊາວໜຸ່ມຢູ່ໃນບ້ານໄດ້ກາຍເປັນ “ໜ່ວຍເຕັກໂນໂລຊີດີຈີຕອນ”, ແນະນຳໃຫ້ແກ່ປະຊາຊົນແຕ່ລະຄົນໂດຍກົງ.

ທ່ານ ຟ້າມຮົ່ງຟອງ, ອາຍຸ 75 ປີ, ຮອງເລຂາໜ່ວຍພັກ, ຫົວໜ້າຄະນະວຽກງານແນວໂຮມບ້ານ ທົ່ງເຍີດ ພວມຮຽນການເຂົ້າລາຍງານໃນແອັບ “ແນວໂຮມດີຈີຕອນ”, ແບ່ງປັນດ້ວຍຄວາມຈິງໃຈທີ່ວ່າ:

“ພວກຫຼານໃນໜ່ວຍເຕັກໂນໂລຊີດີຈີຕອນຂອງເຂດ ໄດ້ແນະນຳຢ່າງລະອຽດລະອໍ ຍ້ອນ “ຄວາມຈຳ” ຂອງຂ້າພະເຈົ້າບໍ່ໄດ້ດີແລ້ວ. ຮຽນເຕັກໂນໂລຊີດີຈີຕອນໄດ້ ແມ່ນດີຫຼາຍ”.

ນັບແຕ່ຕົ້ນປີມາຮອດປະຈຸບັນ, ກວາງນິງ ໄດ້ຈັດຊຸດຝຶກອົບຮົມທັກສະດ້ານດີຈີຕອນໃຫ້ແກ່ພະນັກງານ, ພາລະກອນ, ລັດຖະກອນກວ່າ 15.600 ຄົນ, ພ້ອມກັນນັ້ນ ກໍ່ໜູນຊ່ວຍປະຊາຊົນປະຕິບັດການບໍລິການສາທາລະນະທາງອອນລາຍ, ຊຳລະໂດຍບໍ່ໃຊ້ເງິນສົດ, ລາຍເຊັນດີຈີຕອນ… ບັນດາຫ້ອງຮຽນດັ່ງກ່າວ ກໍ່ພວມກາຍເປັນຂົວເຊື່ອມຕໍ່ຊ່ວຍໃຫ້ປະຊາຊົນມີຄວາມໝັ້ນໃຈໃນສະພາບແວດລ້ອມດີຈີຕອນເທື່ອລະກ້າວ, ປະກອບສ່ວນສຳຄັນເຂົ້າໃນມາດຖານຕີລາຄາພະນັກງານ ແລະ ອົງການພັກຂັ້ນຮາກຖານ ຕາມມະຕິເລກທີ 57 ຂອງກົມການເມືອງ ກ່ຽວກັບຂອດບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປະເທດຊາດເປັນດີຈີຕອນ.

ແບ່ງປັນກ່ຽວກັບຜົນການແຜ່ກະຈາຍນີ້, ທ່ານນາງ ຫງວຽນທິກວຽນ, ຫົວໜ້າສະມາຄົມຊາວກະສິກອນ ບ້ານ ທົ່ງເຍິດ, ຕາແສງ ຮາຍລ້າງ, ແຂວງ ກວາງນິງ, ໃຫ້ຮູ້ວ່າ:

“ການຫັນປ່ຽນຄືແນວນີ້ແມ່ນເຮົາສສາມາດເພີ່ມຄວາມຮູ້ໄດ້ຫຼາຍຢ່າງ, ຄ່ອຍໆກໍ່ຈະຮູ້, ຈະເຂົ້າໃຈ. ໄປເຂົ້າຮ່ວມບັນດດາຊຸດຝຶກອົບຮົມແມ່ນເຂົາເຈົ້າໄດ້ສອນ, ແລ້ວຂ້າພະເຈົ້າໄດ້ຖ່າຍທອດໃຫ້ພໍ່ແມ່ປະຊາຊົນຕໍ່. ໂດຍໂຄສະນາເຜີຍແຜ່ເປັນຫຼາຍຄັ້ງ ພໍ່ແມ່ປະຊາຊົນຈະກຳໄດ້, ຕົວຢ່າງຄື ການຈັດກອງປະຊຸມເຂົາເຈົ້າໄດ້ສົ່ງເອກະສານຕ່າງໆຜ່ານ Zalo, ປະຊາຊົນຮູ້ວິທີເປີດໝົດແລ້ວ. ພໍ່ແມ່ປະຊາຊົນກໍ່ກ້າວໜ້າຫຼາຍແລ້ວ, ໜ້າຈະບັນລຸໄດ້ປະມານ 80% ແລ້ວ”.

ພະນັກງານເຂດຊົນນະບົດຢູ່ ກວາງນິງ ເປັນເຈົ້າການເຄື່ອນໄຫວກັບອຳນາດການປົກຄອງດີຈີຕອນ - ảnh 2(ບັນດາຫ້ອງຮຽນ ກໍ່ພວມກາຍເປັນຂົວເຊື່ອມຕໍ່ຊ່ວຍໃຫ້ປະຊາຊົນມີຄວາມໝັ້ນໃຈໃນສະພາບແວດລ້ອມດີຈີຕອນເທື່ອລະກ້າວ)

ສ່ວນທ່ານ ນາງ ຫຼີທິຈິງ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດ, ເລຂາຄະນະຊາວໜຸ່ມຕາແສງ ຮາຍລ້າງ, ແຂວງ ກວາງນິງ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງດ້ານພື້ນຖານໂຄງລ່າງ ແລະ ມະນຸດໃນການຫັນເປັນດີຈີຕອນ.

ເພື່ອປະຕິບັດບັນດາເນື້ອໃນຫັນເປັນດີຈີຕອນໃຫ້ເປັນຢ່າງດີນັ້ນ, ພື້ນຖານໂຄງລ່າງດ້ານວັດຖຸຄືບັນດາເຄື່ອງອຸປະກອນຕ້ອງຄົບຖ້ວນເພື່ອຮັບໃຊ້ວຽກງານທີ່ພວມເຮັດ ແລະ ເມື່ອໄປໂຄສະນາເຜີຍແຜ່ກ່ຽວກັບການຫັນເປັນດີຈີຕອນ. ທີ 2 ແມ່ນດ້ານຊັບພະຍາກອນມະນຸດຕ້ອງມີຄວາມເຂົ້າໃຈດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ພິເສດແມ່ນມີລະດັບວິຊາການກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານລົງເລິກ ເພື່ອແນະນຳໂປຼແກຼມ, ແອັບ ໃນຊອບແວ. ເກືອບຄືວ່າ ບັນດາຂັ້ນຕອນໃນຊອບແວແມ່ນມີຫຼາຍ ເຊິ່ງຕ້ອງໄດ້ຮັບການຄົ້ນຄວ້າ, ຮັບການແນະນຳຈາກຂັ້ນເທິງຈຶ່ງສາມາດປະຕິບັດໄດ້”.

ບໍ່ພຽງແຕ່ຢູ່ຕາແສງ ຮາຍລ້າງ ເທົ່ານັ້ນ, ຢູ່ຕາແສງເຂດຊາຍແດນ ແຮວ່ງໂມ ແມ່ນເຂດທີ່ມີປະຊາກອນເປັນຊາວຊົນເຜົ່າສ່ວນໜ້ອຍ 94%, ອຳນາດການປົກຄອງໄດ້ປະກອບຄອມພິວເຕີໃຫ້ແກ່ບັນດາບ້ານ ແລະ ແນະນຳໃຫ້ພະນັກງານນຳໃຊ້ບັນດາແອັບດີຈີຕອນ. ທ່ານ ຮວ່າງກຽນຈຸງ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າກຳນົດວ່າ ພໍ່ແມ່ປະຊາຊົນເຮັດເທື່ອໜຶ່ງບໍ່ໄດ້ ຈະແນະນຳໃຫ້ເຮັດເປັນເທື່ອທີ 2, ທີ 3 ຈົນຮອດເມື່ອໃດນຳໃຊ້ໄດ້ດີຈຶ່ງຈະຢຸດ. ໃນໄລຍະຈະມາເຖິງ ຍັງຕ້ອງອີງໃສ່ກຳລັງຫຼັກແຫຼ່ງໂດຍແມ່ນບັນດາຄູອາຈານແນະນຳໃຫ້ບັນດາຄອບຄົວທີ່ຢູ່ໃກ້ຄຽງເຮັດລະບຽບການບໍລິຫານເພື່ອຜັນຂະຫຍາຍ. ນອກນັ້ນ, ທາງຕາແສງກໍ່ຈະມີພະນັກງານໜູນຊ່ວຍ”.

ບັນດາເລື່ອງລາວນັ້ນຊີ້ໃຫ້ເຫັນວ່າ ການຫັນເປັນດີຈີຕອນບໍ່ພຽງແຕ່ແມ່ນຕິດຕັ້ງແອັບ ຫຼື ຂັ້ນຕອນການນຳໃຊ້ແອັບເທົ່ານັ້ນ, ຫາກນັ້ນແມ່ນການປ່ຽນແປງໃນຈິນຕະນາການໃນການຄຸ້ມຄອງ, ແມ່ນວິທີເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງຂໍ້ມູນຢ່າງໂປ່ງໃສ, ວ່ອງໄວ; ແມ່ນບາດກ້າວເພື່ອໃຫ້ແຂວງ ກວາງນິງ ຮັດແຄບໄລຍະຫ່າງດີຈີຕອນລະຫວ່າງເຂດຕົວເມືອງ - ຊົນນະບົດ - ເຂດພູດອຍ. ແລະ ສຳຄັນກວ່ານັ້ນແມ່ນວິວັດການ “ບໍ່ປະໃຫ້ຜູ້ໃດຖືກ ຕົກຢູ່ເບື້ອງຫຼັງ".

ຕອບກັບ

ຂ່າວ/ບົດ​ອື່ນ