ວາດຟ້ອນວີຂອງຊາວເຜົ່າຈຳ

ຊາວເຜົ່າຈຳມີ 80 ວາດຟ້ອນ ແລະ ເໝາະກັບແຕ່ລະວາດຟ້ອນ ແມ່ນເທວະດາ 80 ພະນາງ ຕາມການເຫຼື້ອມໃສຂອງເຜົ່າຈຳ. ວາດຟ້ອນເກືອບທັງໝົດກໍ່ລ້ວນແຕ່ມີສີສັນສາສະໜາ ການເຫຼື້ອມໃສ ແລະ ວາດຟ້ອນໃນລາດຊະວັງ. ບັນດາວາດຟ້ອນໄດ້ສະແດງໃຫ້ເຫັນໃນບັນຮູບແບບຂັບຮ້ອງໄຫວ້ບູຊາ, ພິທີກຳ, ດົນຕີໃນພິທີໄຫວ້ບູຊາເທວະດາຟ້າແຖນ ເຊິ່ງຖືກຈັດຂຶ້ນຢູ່ຕາມວິຫານ ຫຼື ໃນບັນດາງານບຸນໃຫຍ່ຂອງຊຸມຊົນ. ບັນດາວາດຟ້ອນຂອງເທວະດາຊີວາ, ເທວະດາອູມາ, ເທວະດາອັບສະລາ ກໍ່ລ້ວນແຕ່ແມ່ນບັນດາວາດຟ້ອນທີ່ຄຸ້ນເຄີຍ ຖືກສະແດງໂດຍສ່ວນບຸກຄົນ ຫຼື ລວມໝູ່. ທ່ານ ດ໋າງຈິງກວຽດ ຢູ່ຄຸ້ມຖະໜົນ ເບົ່າຈຸກ ເທດສະບານ ເຟືອກເຢິນ ເມືອງ ນິງເຟືອກ ແຂວງ ນິງທ້ວນ ໃຫ້ຮູ້ວ່າ:

“ວາດຟ້ອນພື້ນເມືອງຂອງຊາວເຜົ່າຈຳ ຖືກຖ່າຍທອດຈາກຄົນລຸ້ນນີ້ສູ່ຄົນລຸ້ນອື່ນ. ແຕ່ລະວາດຟ້ອນກໍ່ລ້ວນແຕ່ເໝາະກັບເທວະດາພະນາງໜຶ່ງ, ຈັງຫວະສຽງກອງໃດໜຶ່ງ. ຊາວເຜົ່າຈຳ ອີງໃສ່ເຄື່ອງດົນຕີພື້ນເມືງ ເພື່ອຟ້ອນຂັບຮ້ອງ. ແມ່ຍິງເຜົ່າຈຳສ່ວນຫຼາຍກໍ່ລ້ວນແຕ່ສາມາດຟ້ອນໄດ້. ນັບແຕ່ຄາວຍັງນ້ອຍພວກເດັກກໍ່ໄດ້ໄປຊົມຟ້ອນ ແລະ ໄດ້ຮຽນຟ້ອນຕາມ”.

ຟ້ອນພື້ນເມືອງເຜົ່າຈຳໄດ້ສ່ອງແສງເຖິງຂະບວນວິວັດແຫ່ງການຮ່ວມຊີວິດອອກແຮງງານທຳການຜະລິດຂອງເຜົ່າຈຳ. ຟ້ອນພື້ນເມືອງເຜົ່າຈຳມີ 4 ວາດຟ້ອນຫຼັກ ນັ້ນແມ່ນ ຟ້ອນນົກຍຸງ, ຟ້ອນທູນໄຫນ້ຳ, ຟ້ອນແຜ່ນແພ… ຕາມຄວາມສຳນຶກຂອງຊາວເຜົ່າຈຳແລ້ວ ນົກຍຸງແມ່ນສັນຍາລັກຂອງຄວາມເບີກບານມ່ວນຊື່ນ ຄວາມໂຊກດີ. ເພາະສະນັ້ນຟ້ອນນົກຍຸງຍາມໃດກໍ່ປະຕິບັດໃນບັນດາງານບຸນ ແລະມື້ເບີກບານມ່ວນຊື່ນຂອງຊຸມຊົນ. ຟ້ອນນົກຍຸງກໍ່ຕ້ອງໃຊ້ວີ ແລະ ຟ້ອນວີກໍ່ແມ່ນວາດຟ້ອນທົ່ວໄປ ເຊິ່ງແມ່ຍິງເຜົ່າຈຳທຸກໆຕ່າງກໍ່ສາມາດຟ້ອນໄດ້

ສຳລັບວາດຟ້ອນທຸນໄຫນ້ຳກໍ່ມີຕົ້ນກຳເນີດມາຈາກຊີວິດປະຈຳວັນ, ແມ່ຍິງເຜົ່າຈຳ ເຄີຍທູນໄຫນ້ຳພາໃສ່ໝາກໄມ້ ຫຼື ທຸນກະບຸງເຂົ້າເປືອກ. ຕາມຄວາມສຳນຶກຂອງຊາວເຜົ່າຈຳແລ້ວ ແຜ່ນແພເປັນສັນຍາລັກໃຫ້ແກ່ຄວາມບໍລິສຸດຜຸດຜ່ອງ ແລະ ໃຈດີຂອງພວກຍຸວະນາລີ. ແຕ່ເຖິງຢ່າງໃດກໍ່ຕາມຟ້ອນແຜ່ນແພ ບໍ່ພຽງແຕ່ສະຫງວນໃຫ້ແກ່ແມ່ຍິງເທົ່ານັ້ນ ເພດຊາຍກໍ່ຍັງເຂົ້າຮ່ວມອີກດ້ວຍ

ສິລະປະຟ້ອນເຜົ່າຈຳ ກໍ່ໄດ້ຄົງຕົວ ແລະ ຂະຫຍາຍຕົວພ້ອມກັບດົນຕີ ແລະ ການຂັບລຳທຳເພງ. ເປັນໜ້າສົນໃຈວາດຟ້ອນເຜົ່າຈຳ ຍິ່ງມີຄວາມດູດດື່ມຂະນະທີ່ມີການປະສົມປະສານກັບສຽງດົນຕີພື້ນເມືອງປະເພດຕ່າງໆ. ອ້າຍ ກາມຣີ ຊາວເຜົ່າຈຳ ຢູ່ແຂວງ ນິງທ້ວນ ໃຫ້ຮູ້ວ່າ:

“ໃນບັນດາເຄື່ອງດົນຕີຂອງເຜົ່າຈຳ ມີສາມປະເພດຫຼັກ ນັ້ນແມ່ນກອງກີນັງ, ກອງປະຣານຶງ, ແລະ ແຄນຊາຣານາຍ. ກອງກີນັງ ແມ່ນກອງຍາວສອງໜ່ວຍເປັນສັນຍາລັກໃຫ້ແກ່ຂາທັງຄູ່ຂອງມະນຸດ, ສ່ວນກອງປະຣານຶງ ເປັນສັນຍາລັກໃຫ້ແກ່ຄີງຄົນ, ສ່ວນແຄນຊາຣານາຍ ກໍ່ມີ 7 ຮູ ເປັນສັນຍາລັກໃຫ້ແກ່ຕາທັງຄູ່ ແລະ ຫຸສອງເບື້ອງ, ດັ່ງສອງຮູ ແລະ ປາກ”.

ວິທີຕີກອງໃນວາດຟ້ອນຂອງຊາວເຜົ່າຈຳກໍ່ພິເສດພໍສົມຄວນ. ອ້າຍກາຟິວຊາວເຜົ່າຈຳ ຢູ່ແຂວງ ນິງທ້ວນ ໃຫ້ຮູ້ວ່າ:

“ໄມ້ຕີກອງສອງອັນເປັນສັນຍາລັກໃຫ້ແກ່ແຂນທັງຄູ່ຂອງມະນຸດ. ສຽງກອງຕ້ອງຮັກສາຈັງຫວະ ໝາຍຄວາມວ່າ ຜູ້ໜຶ່ງຕີກອງສຽງຕ່ຳ ແລະ ຜູ້ໜຶ່ງຕີກອງສຽງສູງ. ສຳລັບສຽງຕ່ຳຜູ້ຕີກອງ ແມ່ນໃຊ້ມື ສ່ວນສຽງສູງຜູ້ຕີກອງໃຊ້ໄມ້ຕີ”.

ສິລະປະຟ້ອນເຜົ່າຈຳແມ່ນສາງສິລະປະອັນປະເສີດເລີດລ້ຳຂອງເຜົ່າຈຳ. ແຕ່ລະວາດຟ້ອນກໍ່ຊ້ອນແຝງປະຫວັດສາດທາງດ້ານວັດທະນະທຳ, ໂລກກະທັດ ແລະ ຊີວະທັດຂອງພໍ່ແມ່ພີ່ນ້ອງເຜົ່າຈຳ. ສຳຄັນກວ່ານັ້ນມັນໄດ້ປະກອບສ່ວນເຂົ້າໃນຄວາມຫຼາກຫຼາຍສີສັນທາງດ້ານວັດວັດທະນະທຳຂອງ 54 ຊົນເຜົ່າ ຫວຽດນາມ.