ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ: ເອົາໃຈໃສ່ວຽກງານກໍ່ສ້າງພັກ

“ ເພີ່ມ​ທະ​ວີ​ການກໍ່​ສ້າງ​ພັກ​ໃຫ້​ໂປ່ງ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ” ນີ້​ແມ່ນ​ເນື້ອ​ໃນ​ທຳ​ອິດ​ຖືກ​ເນັ້ນ​ໜັກ​ໃນ​ຫົວ​ເລື່ອງ​ຂອງ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຊຶ່ງ​ໄຂ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ແຕ່​ວັນ​ທີ 20 ຫາ​ວັນ​ທີ 28/1. ນີ້​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ອັນ​ໃຫຍ່ຫຼວງ ແລະ ຮອບ​ດ້ານເມື່ອ​ທຽບ​ໃສ່ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ວາງ​ອອກ​ທີ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​​ຂອງ​ພັກຄັ້ງກ່ອນໆ, ແມ່ນ​ເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂາດ​ເພື່ອ​ໃຫ້​ພັກ​ກຳ​ອຳ​ນາດ​ມີ​ຄວາມ ໝັ້ນ​ຄົງ​ເຂັ້ມ​ແຂງ, ຍືນ​ຍົງ​ຄົງ​ຕົວ ແລະ​ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນ​ຈາກ​ປະ​ຊາ​ຊົນ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ: ເອົາໃຈໃສ່ວຽກງານກໍ່ສ້າງພັກ - ảnh 1
(ພາບ​ປະ​ກອບ)

     ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຂອງ​ພັກ​ຄັ້ງມໍ່ໆມານີ້​ ລ້ວນ​ແຕ່ຖື​ວຽກການ ກໍ່​ສ້າງ​ພັກແມ່ນ​ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​ຂອງ​ບົດ​ລາຍ​ງານ​ການ​ເມືອງ. ໃນ​ນັ້ນ, ຢູ່​ທີ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10, ​ພັກ​ກອມ​ມູ​ນິດ​ຫວຽດ​ນາມໄດ້​ເນັ້ນ​ໜັກ​ເຖິງ​ການ “ຍົກ​ສູງ​ຄວາມ​ສາ​ມາດ​ນຳ​ພາ ແລະ ກຳ​ລັງ​ຕໍ່​ສູ້​ຂອງ​ພັກ”; ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ໄດ້​ຊີ້​ແຈ້ງເຖິງການ “ສືບ​ຕໍ່ຍົກ​ສູງ​ຄວາມ​ສາ​ມາດ​ນຳ​ພາ ແລະ ກຳ​ລັງ​ຕໍ່​ສູ້​ຂອງ​ພັກ  ”. ໃນ​ຮ່າງ​ບົດ​ລາຍງານ​ການ​ເມືອງທີ່​ຍື່ນ​ສະ​ເໜີ​ຕໍ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ ແມ່ນ​ໄດ້​ເຕື້ອງ​ເຖິງ​ຢ່າງ​ຮອບ​ດ້ານ​ກ່ຽວ​ກັບ​ວຽກ​ງານກໍ່​ສ້າງ​ພັກ ນັບທັງ​ທາງ​ດ້ານ​ຄຸນ​ສົມ​ບັດ ແລະ ຄວາມ​ສາ​ມາດ​ນຳ​ພາ.

    ​ວຽກ​ງານກໍ່​ສ້າງ​ພັກແມ່ນ​ໜ້າ​ທີ່ປະ​ຕິ​ບັດເປັນ​ປະ​ຈຳ ແລະ ຕໍ່​ເນື່ອງ

   ​ວຽກ​ງານກໍ່​ສ້າງ​ພັກໄດ້​ຖືກ​ເຕື້ອງ​ເຖິງ​ໃນ​ຮ່າງ​ບົດ​ລາຍ​ງານ​ການ​ເມືອງທີ່​ຍື່ນ​ສະ​ເໜີ​ຕໍ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ແມ່ນ​ການ​ສືບ​ທອດ​ການ​ປະ​ຕິ​ບັດ​ມະ​ຕິ​ວ່າ​ດ້ວຍ “ບາງ​ບັນ​ຫາ​ຮີບ​ດ່ວນ​ກ່ຽວ​ກັບການກໍ່​ສ້າງ​ພັກໃນ​ປະ​ຈຸ​ບັນ”

   ພາຍຫຼັງ​ປະ​ຕິ​ບັດ​ມາ​ເປັນ​ເວ​ລາ 4 ປີ, ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 ໄດ້​ບັນ​ລຸບັນ​ດາ​ໝາກ​ຜົນ​ໃນ​ເບື້ອງ​ຕົ້ນ​ທີ່​ສຳ​ຄັນ, ປະ​ກອບ​ສ່ວນ​ເພີີ່ມ​ທະ​ວີ​ລະບຽບ​ວິ​ໄນ, ກົດ​ລະ​ບຽບ​ຂໍ້​ບັງ​ຄັບ, ມີ​ຄຸນ​ປະ​ໂຫຍດ​ກ່າວ​ເຕືອນ ແລະ ສະ​ກັດ​ກັ້ນ​ບັນ​ດາ​ປະ​ກົດ​ການ​ຫຍໍ້​ທໍ້, ສ້າງ​ປະ​ຖົມ​ປັດ​ໄຈ​ເພື່ອ​ຍູ້​ແຮງ​ວຽກ​ງານກໍ່​ສ້າງ​ພັກ. ບັນ​ດາ​ປະ​ກົດ​ການ​ຊຸດ​ໂຊມ​ທາງດ້ານ​ແນວ​ຄິດ​ການ​ເມືອງ, ຄຸນ​ສົມ​ບັດ, ວິ​ຖີ​ຊີ​ວິດ​ໃນ​ໝູ່​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ໄດ້​ຖືກ​ສະ​ກັດ​ກັ້ນ​ເທື່ອ​ລະ​ກ້າວ, ສາ​ມາດ​ຈຳ​ກັດ​ສະ​ພາບ​ສໍ້​ລາດ​ບັງຫຼວງ, ການ​ຟຸມ​ເຟືອຍ​ໃນ​ເບື້ອງ​ຕົ້ນ. ວຽກ​ງານ​ວາງ​ແຜນ​ກຳ​ນົດ, ກໍ່​ສ້າງ, ບຳ​ລຸງ, ສັບ​ຊ້ອນ​ພະ​ນັກ​ງານ​ໄດ້​ຮັບ​ການ​ຍູ້​ແຮງກວ່າ​ເກົ່າ. ຂະ​ບວນ​ວິ​ວັດ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4, ເບິ່ງ​ລວມ​ແລ້ວ ໄດ້​ມີ​ຜົນ​ກະ​ທົບ​ຊຸກ​ຍູ້​ປະ​ເທດ​ຊາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ຮັກ​ສາ​ສະ​ຖຽນ​ລ​ະ​ພາບ​ທາງ​ດ້ານ​ການ​ເມືອງ​ໃຫ້​ໝັ້ນ​ຄົງ, ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ປັບ​ປຸງ​ຄວາມ​ເຊື່ອ​ໝັ້ນໃນ​ພັກ ແລະ ໃນ​ໝູ່ປະ​ຊາ​ຊົນ.

     ໂດຍ​ສືບ​ທອດ​ບັນ​ດາ​ໝາກ​ຜົນ​ທີ່​ຕັ້ງ​ໜ້ານີ້, ໃນ​ໜ້​າທີ່ຈຸດ​ສຸມ 6 ປະ​ການ​ທີ່​ຄວນ​ສຸມ​ທຸກ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ຂອງ​ອາ​ຍຸ​ການກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ 12 ຂອງ​ພັກ​, ພັກ​ກອມ​ມູ​ນິດ​ຫວຽດ​ນາມໄດ້​ນຳ​ຂຶ້ນ​ແຖວ​ໜ້າ​ສຳ​ລັບ​ໜ້າ​ທີ່ “ ເພີ່ມ​ທະ​ວີ​ການກໍ່​ສ້າງ, ປັບ​ປຸງ​ພັກ, ສະ​ກັດ​ກັ້ນ, ຍູ້​ຖອຍ​ປະ​ກົດ​ການ​ຊຸດ​ໂຊມ​ທາງດ້ານ​ແນວ​ຄິດ​ການ​ເມືອງ, ຄຸນ​ສົມ​ບັດ, ວິ​ຖີ​ຊີ​ວິດ​, ປະ​ກົດ​ການ “ຜັນ​ແປ​ໂດຍ​ຕົນ​ເອງ”, “ຫັນ​ປ່ຽນ​ໂດຍ​ຕົນ​ເອງ” ຢູ່​ພາຍ​ໃນ. ເລັ່ງ​ໃສ່​ການກໍ່​ສ້າງ​ຖັນ​ແຖວ​ພະ​ນັກ​ງານ, ເປັນ​ຕົ້ນ​ແມ່ນ​ຖັນ​ແຖວພະ​ນັກ​ງານຂັ້ນ​ຍຸດ​ທະ​ສາດ, ກຳ​ລັງ​ຄວາມ​ສາ​ມາດ, ຄຸນ​ນະ​ທາດ​ຢ່າງພຽງ​ພໍ, ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ”. ສິ່ງນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳ​ຄັນ​ຂອງ ​ວຽກ​ງານກໍ່​ສ້າງ​, ປັບ​ປຸງພັກ. ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ແຕ່​ລະ​ຄົນ, ແຕ່​ລະ​ອົງ​ການ​ຈັດ​ຕັ້ງ​ພັກ ແລະ ທົ່ວ​ພັກ ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ໜ້າ​ປະ​ຊາ​ຊົນ ແລະ ຊົນ​ຊາດ​ເພື່ອ​ຫັນ​ຄວາມ​ຕັດ​ສິນ​ໃຈ​ທາງ​ດ້ານ​ການ​ເມືອງ​ເປັນ​ການ​ກະ​ທຳ​ປະ​ຕິ​ວັດ, ສ້າງ​ການ​ປ່ຽນ​ແປງ​ທີ່​ມີ​ລັກ​ສະ​ນະ​ກະ​ໂດດ​ຂັ້ນ​ຂອງ​ກິດ​ຈະ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ເລີ່ມ​ແຕ່​ວຽກ​ງານກໍ່​ສ້າງ​, ປັບ​ປຸງພັກຊຶ່ງ​ແມ່ນ​ໜ້າ​ທີ່ແຖວ​ໜ້າ. ທ່ານ​ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ວຽດ​ທົງ, ເລ​ຂາ​ທິ​ການ​ໃຫຍ່​ສະ​ພາ​ທິດ​ສະ​ດີ​ສູນ​ກາງ, ສະ​ມາ​ຊິກ​ໃນ​ຄະ​ນະ​ຮຽບ​ຮຽງຮ່າງ​ບົດ​ລາຍງານ​ການ​ເມືອງທີ່​ຍື່ນ​ສະ​ເໜີ​ຕໍ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ ໃຫ້​ຮູ້​ວ່າ : 

       “ ບັນ​ດາ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ມໍ່ໆ​ມານີ້, ຫົວ​ເລື່ອງກອງ​ປະ​ຊຸມ​ໃຫຍ່ ( ຫົວ​ຂໍ້​ຂອງ​ບົດ​ລາຍ​ງານ​ການ​ເມືອງ) ລ້ວນ​ແຕ່​ມີ​ປັດ​ໄຈ​ທຳ​ອິດ​ເວົ້າ​ເຖິງ​ພັກ. ແຕ່​ໃນ​ຄັ້ງ​ນີ້, ​ຮ່າງ​ບົດ​ລາຍ​ການ​ເມືອງໄດ້​ຊີ້​ແຈ້ງ​ເຖິງ​ການ​ເພີ່ມ​ທະ​ວີ​ວຽກ​ງານກໍ່​ສ້າງ​ພັກ​ໃຫ້​ໂປ່ງ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ, ນັ້ນ​ແມ່ນ​ການ​ເຕື້ອງ​ເຖິງ​ວຽກ​ງານກໍ່​ສ້າງ​ພັກ​ຢ່າງ​ຮອບ​ດ້ານ ຕາມ​ຈິດ​ໃຈ​ຂອງ​ໂຄງ​ການ​ການ​ເມືອງ​ເພີ່ມ​ເຕີມພັດ​ທະ​ນາປີ 2011. ການ​ນຳ​ພາ​ອັນ​ຖືກ​ຕ້ອງ​ຂອງ​ພັກ​ແມ່ານ​ປັດ​ໄຈ​ອັນ​ດັບ​ໜຶ່ງ ຕັດ​ສິນ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ”

    ກໍ່​ສ້າງ​ພັກ​ໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງເພື່ອ​ປະ​ຕິ​ບັດ​ບົດ​ບາດ​ນຳ​ພາ​ຢ່າງ​ຮອບ​ດ້ານ

  ​ຮ່າງ​ບົດ​ລາຍ​ການ​ເມືອງຢືນ​ຢັນ​ການ​ຍູ້​ແຮງ​ວຽກ​ງານກໍ່​ສ້າງ​ພັກໃຫ້​ດີກວ່າ​ອີກ ຊຶ່ງ​ຈຸດ​ສຸມ​ແມ່ນ​ເດັດ​ດຽວ, ຍຶດ​ໝັ້ນ​ສືບ​ຕໍ່​ປະ​ຕິ​ບັດມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 . ຕາມນັ້ນ​ແລ້ວ, ຕ້ອງ​ປະ​ຕິ​ບັດ​ຢ່າງ​ຄົບ​ຊຸດ, ຮອບ​ດ້ານ, ຈາກ​ທິດ​ສະ​ດີ​ຕະຫຼອດ​ຮອດ​ພຶດ​ຕິ​ກຳ​ຕົວ​ຈິງ. ທາງ​ດ້ານ​ການ​ເມືອງ, ພັກຍຶດ​ໝັ້ນເດີນ​ຕາມ​ລັດ​ທິ​ມາກ-ເລ​ນິນ, ແນວ​ຄິດ​ໂຮ່​ຈິ​ມິນ, ໝູນ​ໃຊ້​ຢ່າງ​ມີຫົວ​ຄິດ​ປະ​ດິດ​ສ້າງ ແລະ ພັດ​ທະ​ນາ​ຢ່າງ​ສອດ​ຄ່ອງ​ກັບ​ພຶດ​ຕິ​ກຳ​ຢູ່​ຫວຽດ​ນາມ; ຍຶດ​ໝັ້​ນ​ຈຸດ​ໝາຍ​ເອ​ກະ​ລາດ​ແຫ່ງ​ຊ​າດ ແລະ ລັດ​ທິ​ສັງ​ຄົມ​ນິ​ຍົມ; ຍຶດ​ໝັ້ນ​ແນວ​ທາງ​ປ່ຽນ​ແປງ​ໃໝ່. ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ວຽກ​ງານ​ແນວ​ຄິດ, ທິດ​ສະ​ດີ, ພັກ​ສືບ​ຕໍ່​ຕໍ່​ສູ້, ສະ​ກັດ​ກັ້ນ, ຍູ້​ຖອຍ​ປະ​ກົດ​ການ​ຊຸດ​ໂຊມ​ທາງດ້ານ​ແນວ​ຄິດ​ການ​ເມືອງ, ຄຸນ​ສົມ​ບັດ, ວິ​ຖີ​ຊີ​ວິດ​, ປະ​ກົດ​ການ “ຜັນ​ແປ​ໂດຍ​ຕົນ​ເອງ”, “ຫັນ​ປ່ຽນ​ໂດຍ​ຕົນ​ເອງ”. ໄປ​ຄຽງ​ຄູ່​ກັນ​ນັ້ນ, ແມ່ນ​ການ​ຕ້ານ​ລັດ​ທິ​ສ່ວນ​ຕົວ, ສວຍ​ໂອ​ກາດ, ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ, ກໍ່​ສ້າງ​ຖັນ​ແຖວ​ສະ​ມາ​ຊິກ​ພັກ​ນຳ​ໜ້າ, ເປັນ​ແບບ​ຢ່າງ, ໃກ້​ຊິດ​ຕິດ​ແທດ​ກັບ​ປະ​ຊາ​ຊົນ, ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ​ໃນ​ວຽກ​ງານ, ມີ​ຄວາມ​ສາ​ມາດ​ເພື່ອ​ສຳ​ເລັດ​ວຽກ​ງານ. ໂດຍ​ໄດ້​ກຳ​ນົດ​ການ​ຕໍ່​ສູ້, ປ້ອງ​ກັນ ແລະ ຕ້ານ​ໄພ​ສໍ້​ລາ​ດ​ບັງຫຼວງ, ການ​ຟຸມ​ຟືອຍ ແມ່ນ​ໜ້າ​ທີ່​ຫຍຸ້ງ​ຍາກ, ສັບ​ສົນ ແລະ ຍາວ​ນານ. ​ຮ່າງ​ບົດ​ລາຍ​ການ​ເມືອງ ກໍ​ໄດ້​ຊີ້​ແຈ້ງ​ເຖິງ​ການ​ເດັດ​ດຽວປ້ອງ​ກັນ ແລະ ຕ້ານ​ໄພ​ສໍ້​ລາ​ດ​ບັງຫຼວງ, ການ​ຟຸມ​ຟືອຍ.    ທ່ານ​ຝ້າມ​ເທ້ຢ​ວຽດ ອະ​ດີດ​ກຳ​ມະ​ການ​ກົມ​ການ​ເມືອງ, ອະ​ດີດ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຖື​ວ່າ :

    “ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ​ກ່ຽວ​ກັບວຽກ​ງານກໍ່​ສ້າງ, ປັບ​ປຸງ​ພັກຕ້ອງ​ພະ​ຍາ​ຍາມ​ສືບ​ຕໍ່​ປະ​ຕິ​ບັດ​ໃຫ້​ດີ. ຢາກ​ເຮັດ​ໃຫ້​ດີນັ້ນ, ແມ່ນ​ພຽງ​ແຕ່​ອີງ​ຕາມ​ບົດ​ຮຽນ​ຂອງ​ຕົນ​ເອງ. ພະ​ນັກ​ງານ​ຂັ້ນ​ສູງ​ຍິ່ງ​ມີ​ຄວາມ​ເປັນ​ແບບ​ຢ່າງ​ເທົ່າ​ໃດ, ກໍ​ຍິ່ງ​ສາ​ມາດ​ເກ້ຍກ່ອມ ແລະ ສົ່ງ​ຜົນ​ກະ​ທົບ​ຕໍ່​ຂັ້ນ​ລຸ່ມ​ເທົ່າ​ນັ້ນ. ພັກ​ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ ມີ​ຄວາມ​ເປັນ​ຫ່​ວງ​ເປັນ​ໄຍໃຫ້​ປະ​ຊາ​ຊົນ​ນັ້ນ, ກຸ່ມ​ກ້ອມ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ເຂັ້ມ​ແຂງ​ທີ່​ສຸດ. ດ້ວຍ​ທັງ​ຂະ​ບວນ​ວິ​ວັດ​ແຫ່ງ​ປະ​ຕິ​ວັດ, ໄລ​ຍະ​ທີ່​ຈະ​ມາ​ເຖິງ , ຫວຽດ​ນາມ​ເຊື່ອມ​ໂຍງ​ຢ່າງ​ກ້​ວາງ​ເລິກ​ເຂົ້າ​ກັບ​ສາ​ກົນ, ຫວຽດ​ນາມ​ຍິ່ງ​ພັດ​ທະ​ນາ​ໄວ ”

     ເພີ່ມ​ທະ​ວີ​ການກໍ່​ສ້າງ​ພັກ​ໃຫ້​ໂປ່ງ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ ແມ່ນ​ການ​ເຕື້ອງ​ເຖິງ​ຢ່າງ​ຮອບ​ດ້ານ​ກ່ຽວ​ກັບ​ວຽກ​ງານກໍ່​ສ້າງ​ພັກນັບ​ທັງ​ທາງ​ດ້ານ​ຄຸນ​ສົມ​ບັດ ແລະ ກຳ​ລັງ​ຄວາມ​ສາ​ມາດ​ນຳ​ພາ. ​ພັກ​ມີ​ຄວາມ​ໂປ່ງ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງຢ່າງ​ແທ້​ຈິງນັ້ນ, ຈຶ່ງ​ຈະ​ຊ່ວຍ​ໃຫ້​ພັກ​ເຮັດຫຼ້ອນ​ໜ້າ​ທີ່ປະ​ຫວັດ​ສາດຂອງ​ພັກ​ກຳ​ອຳ​ນາດ, ນຳ​ພາ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່ ແລະ ກໍ່​ສ້າງ​ສັງ​ຄົມ​ນິ​ຍົມ​ຢ່າງ​ສຳ​ເລັດ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ