ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ12ຂອງພັກແມ່ນກອງປະຊຸມແຫ່ງປະຊາທິປະໄຕ…

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ12ຂອງພັກແມ່ນກອງປະຊຸມແຫ່ງປະຊາທິປະໄຕ… - ảnh 1
(ທ່ານ​ ເລຂາທິການ​ໃຫຍ່ ຫງວຽນ​ຟູ່ຈ້ອງ​ ເປັນ​ປະທານ​
ການ​ປະຊຸມ​ຂ່າວ​ສາກົນ​ຢູ່​ສູນ​ສື່​ມວນ​ຊົນ​ຂອງ​ກອງ​ປະຊຸມ)

(vovworld) - ພາຍຫຼັງ​ອັດ​ກອງ​ປະຊຸມ​ໃຫຍ່​ພັກ​ຄັ້ງ​ທີ 12, ທ່ານ​ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ​ຊຸດ​ທີ 12 ຫງວຽນ​ຟູ່ຈ້ອງ​ ໄດ້​ເປັນ​ປະທານ​ການ​ປະຊຸມ​ຂ່າວ​ສາກົນ​ຢູ່​ສູນ​ສື່​ມວນ​ຊົນ​ຂອງ​ກອງ​ປະຊຸມ.

        ມີ​ນັກ​ຂ່າວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຫຼາຍ​ຄົນ ​ໄດ້​ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ແຜນການ​ຂອງ​ທ່ານ​ເລຂາທິການ​ໃຫຍ່ໃນ​ໄລຍະ​ຈະ​ມາ​ເຖິງ ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ປະຊາທິປະ​ໄຕ​ໃນ​ພັກ, ພິ​ເສດ​ແມ່ນ​ການ​ເຄື່ອນ​ໄຫວ​ຊັກ​ຖາມ​ໃນ​ພັກ, ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳລັບ​ບັນດາ​ຕຳ​ແໜ່​ງການ​ນຳ​ທີ່​ຫຼັກ​ແຫຼ່ງ. ທ່ານເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃຫ້​ຮູ້​ວ່າ, ບັນດາ​ເນື້ອ​ໃນ​ນີ້​ລ້ວນ​ແຕ່​ຍົກ​ອອກ​ມາ​ໃນ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ ​ແລະ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​​ເປັນ​ປະຈຳ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ໃໝ່​​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4, ​ໃນ​ນັ້ນ​ສຸມ​ໃສ່​ເຂົ້າ​ວຽກ​ງານ​ພະນັກງານ, ການ​ເສີມ​ຂະຫຍາຍ​ຄວາມ​ຮັບຜິດຊອບ​ຂອງ​ຜູ້​ທີ່​ເປັນ​ຫົວໜ້າ, ຕິດຕາມ​ກວດກາ​ສິດ​ອຳນາດ ​ເພື່ອ​ກວດກາ, ຈຳ​ກັດ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ. ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຂັ້ນ​ຕອນ, ​ແຜນການ​ຊອກ​ຫາ, ບຳລຸງ​ພະນັກງານ​ສືບ​ທອດ, ທ່ານ ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ  ຢືນຢັນ​ວ່າ, ວຽກ​ງານ​ກໍ່ສ້າງ​ພະນັກງານ​ໜຸ່ມ​ແມ່ນ​ໜ້າ​ທີ່​ຍຸດ​ທະ​ສາດ, ຍາວ​ນານ; ອັດຕາ​ພະນັກງານ​ໜຸ່ມ​ໃນ​ບັນດາ​ອົງການ​ນຳພາ​ຍັງ​ໜ້ອຍ​ຢູ່, ຮຽກຮ້ອງ​ຕ້ອງ​ມີ​ແຜນການ, ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ເຖິງ​ລຸ້ນໜຸ່ມ. ທ່ານ ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ກໍ່​ໃຫ້​ຮູ້​ວ່າ, ຫຼັກການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແມ່ນ​ໝູ່​ຄະນະ​ນຳພາ, ບຸກຄົນ​ຮັບຜິດຊອບ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຜູ້​ທີ່​ເປັນ​ຫົວໜ້າ​ ​ແຕ່​ກໍ່​ຕ້ອງ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ.

        ກ່ຽວ​ກັບ​ວຽກ​ງານ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມຊຸດ​ທີ 12, ທ່ານເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢືນຢັນ​ວ່າ: ໝາກຜົນ​ແຫ່ງ​ການ​ເລືອກ​ຕັ້ງ “​ແມ່ນ​ຖືກ​ກັບ​ທິດ​ທາງ​ວຽກ​ງານ​ບຸກຄະລາ​ກອນ“ ​ແລະ ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​ແມ່ນ “ກອງ​ປະຊຸມ​ໃຫຍ່​ແຫ່ງ​ ປະຊາທິປະ​ໄຕ, ສາມັກຄີ, ​ເປັນ​ລະບຽບ, ພູມ​ປັນຍາ“.ທ່ານ ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ເລືອກ​ຕັ້ງ​ກຳມະການ​ກົມ​ການ​ເມືອງ 19 ທ່ານ ​ແລະ ກອງ​ປະຊຸມ​ໃຫຍ່​ເລືອກ​ຕັ້ງ​ກຳມະການ​ສູນ​ກາງ​ສົມບູນ 180 ທ່ານ ​ແລະ ກຳມະການ​ສຳຮອງ 20 ທ່ານພຽງ​ເທື່ອ​ດຽວ​, ດ້ວຍ​ຈຳນວນ​ບັດ​ມີ​ລັກສະນະ​ລວມສຸນ​ທີ່​ສຸດ. ພິ​ເສດ, ​ໃນ​ຈຳນວນກຳມະການ​ກົມ​ການ​ເມືອງ 19 ທ່ານ​ນັ້ນ, ມີ​ພຽງ 7 ທ່ານ​ແມ່ນ​ກຳມະການ​ກົມ​ການ​ເມືອງ​ຊຸດ​ທີ 11, ສ່ວນ​ຫຼາຍ​ແມ່ນ​ຄົນ​ໜຸ່ມ, ​ໃນ​ນັ້ນ​ຜູ້​ໜຸ່ມ​ກວ່າ​ໝູ່​ແມ່ນ​ເກີດ​ເມື່ອ​ປີ 1970, ຜູ້ຍິງ​ມີ 3 ຄົນ, ​ແລະ ມີ​ຄົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ອີກ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ, ປະຊາທິປະ​ໄຕ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຖິງ​ຖອງ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12.

        ທ່ານ ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ຄຳ​ຂວັນ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ ອາຍຸ​ການ 12 ນີ້​ແມ່ນ, ພັດທະນາ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ສີວິ​ໄລ. ສູ້​ຊົນ​ເຮັດ​ໃຫ້​ປະ​ເທດ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ.

ຂ່າວ/ບົດ​ອື່ນ