ປ່ຽນໃໝ່ລະບອບເສດຖະກິດແມ່ນຄວາມຮຽກຮ້ອງຢ່າງຮີບດ່ວນ

ປ່ຽນໃໝ່ລະບອບເສດຖະກິດແມ່ນຄວາມຮຽກຮ້ອງຢ່າງຮີບດ່ວນ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ
ບູ່​ຍກວາງ​ວິ​ງ

(vovworld) - ​ໃນ​ວາລະ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ບັນດາ​ເອກະສານ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ບູ່​ຍກວາງ​ວິ​ງ ມີ​ບົດ​ກ່າວ​ປາ​ໄສ​ດ້ວຍ​ເນື້ອ​ໃນ “ກໍ່ສ້າງ​ປະ​ເທດ ​ຫວຽດນາມ​ໃຫ້​ວັດທະນາ​ຖາວອນ“. ​ໃນ​ນັ້ນ, ທ່ານ​ລັດຖະມົນຕີ​ ບູ່​ຍກວາງ​ວິ​ງ ​ເນັ້ນ​ໜັກ​ວ່າ, ການ​ປ່ຽນ​ໃໝ່​ລະບອບ​ເສດຖະກິດ​ແມ່ນ​ຄວາມ​ຮຽກຮ້ອງ​ຢ່າງຮີບ​ດ່ວນ​ທີ່​ສຸດ​ໃນ​ໄລຍະ​ຈະ​ມາ​ເຖິງ, ທັງ​ແມ່ນ​ບັນຫາ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ບັນດາ​ນັກ​ຊ່ຽວຊານ​ດ້ານ​ເສດຖະກິດ.

        ດຣ. ລື​ວບິ​ກ​ໂຮ່, ອະດີດ​ຫົວໜ້າ​ສະ​ຖາ​ບັນ​ຍຸດ​ທະ​ສາດ​ພັດທະນາ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ໃຫ້​ຂໍ້​ສັງ​ເກດ​ວ່າ, ການ​ປ່ຽນ​ໃໝ່ລະບອບ​ເສດຖະກິດ​ໃນ​​ໄລຍະ​ຜ່ານ​ມາ ບັນລຸ​ໄດ້ຜົນ​ງານ​ບາງ​ຢ່າງ, ​ແຕ່​ບໍ່​ທັນ​​ເທົ່າທີ່​ຄວນ. ດຣ. ລື​ວບິ​ກ​ໂຮ່, ຊີ້​ໃຫ້​ເຫັນ​ວ່າ:

        “ສິ່ງ​ສຳຄັນ​ແມ່ນ​ຕ້ອງ​ສ້າງ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ, ​​ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ​ສິດ​ກຳມະສິດຊັບ​ສົມບັດ, ຕ້ອງ​ຖື​ເປັນ​ສຳຄັນ​ເສດຖະກິດ​ເອກະ​ຊົນ​ກວ່າ, ພັດທະນາ​ເສດຖະກິດ​ເອກະ​ຊົນ​ກວ່າ. ​ໃນ​ເສດຖະກິດ​ການ​ຕະຫຼາດ, ບັນຫາ​ພື້ນຖານ​ແມ່ນ​ກຳມະ​ສິດ“.

        ຈາກ​ການ​ໄຈ້​ແຍກ​ຄື​ດັ່ງກ່າວ, ບັນດາ​ນັກ​ຊ່ຽວຊານ​ດ້ານ​ເສດຖະກິດ​ຫວັງ​ວ່າ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ຈະ​ຍົກ​ອອກ​ແຜນ​ນະ​ໂຍບາຍ, ກຳນົດ​ທິດ​ທາງ​ໃຫຍ່​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ລະບອບ​ເສດຖະກິດ​ຕາມ​ທິດ​ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຈາກ​ນັ້ນ​ສ້າງ​ລະບອບ​ເສດຖະກິດ​ທີ່​ເໝາະ​ສົມ​ກັບ​ພື້ນຖານ​ເສດຖະກິດ​ເຊື່ອມ​ໂຍງ​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງຂວາງ, ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ​ເພື່ອ​ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ.

ຂ່າວ/ບົດ​ອື່ນ