ມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນແນວທາງຍຸດທະສາດຂອງການປະຕິວັດຫວຽດນາມ

ບົດ​ລາຍ​ງານ​ການ​ເມືອງ​ຢູ່​ທີ່ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ທີ່​ພວມ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ ໄດ້​ຢືນ​ຢັນ​ວ່າ : ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດແມ່ນ​ແນວ​ທາງ​ຍຸດ​ທະ​ສາດ​ຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ, ແມ່ນ​ກຳ​ລັງ​ໜູນ ແລະ ແຫຼ່ງ​ກຳ​ລັງ​ອັນ​ໃຫຍ່ຫຼວງ​ໃນ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ແລະ ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ມີ​ຄວາມ​ຫວັງ​ຢາກ​ໃຫ້​ພັກ​ຍາມ​ໃດ​ກໍ​ສືບ​ທອດ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ບົດ​ຮຽນ​ກ່ຽວ​ກັບ ມະ​ຫາ​ສາ​ມັກ​ຄີ​, ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ແກ່ນ​ສານ​ຂອງ​ກຸ່ມ​ກ້ອນ ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃນ​ສະ​ພາບ​ການ​ໃໝ່. 

ມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນແນວທາງຍຸດທະສາດຂອງການປະຕິວັດຫວຽດນາມ - ảnh 1
ທ່ານ ຝ້າມ​ເທ້ຢ​ວຽດ ອະ​ດີດ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ

   ນັບ​ຕັ້ງ​ແຕ່ເວ​ລາມີ​ພັກ​ກອ​ມມູ​ນິດຫວຽດ​ນາມນຳ​ພາ​ການ​ປະ​ຕິ​ວັດ​ຫວຽດ​ນາມມາ​ຮອດ​ປະ​ຈຸ​ບັນ, ກຳ​ລັງ​ແຮງມະ​ຫາ​ສາ​ມັກ​ຄີ​ຂອງ​ຊາດໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ນັບ​ມື້​ນັບ​ສູງ​ຂຶ້ນ ຍ້ອນ​ມີ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ມູນ​ເຊື້ອ​ທີ່​ປະ​ເສີດ​ຂອງ​ຊາດ ແລະ ການ​ກຳ​ນົດ​ທິດ​ຢ່າງ​ມີ​ວິ​ທະ​ຍາ​ສາດຂອງ​ລັດ​ທິ​ມາກ​ເລ​ນິນ, ແນວ​ຄິດ​ໂຮ່​ຈິ​ມິນ​ກ່ຽວ​ກັບ ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ທ່ານ ຝ້າມ​ເທ້ຢ​ວຽດ ອະ​ດີດ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຖື​ວ່າ ພັກ​ກອ​ມມູ​ນິດຫວຽດ​ນາມ ແລະ ປະ​ທານ​ໂຮ່​ຈິ​ມິນ​ໄດ້​ເຕົ້າ​ໂຮມ​ສາ​ມັກ​ຄີ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ, ສ້າງ​ກຳ​ລັງ​ແຮງ​ສັງ​ລ​ວມ​ເພື່ອ​ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ຕໍ່​ຕ້ານ​ຕ້ານ​ຝະ​ລັ່ງ ແລະ ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ. ກິດ​ຈະ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດ​ສາ​ຫະ​ກຳ, ທັນ​ສະ​ໄໝ ແລະ ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ໃນ​ປະ​ຈຸ​ບັນ ໄດ້​ວາງ​ອອກ​ຄວາມ​ຮຽກ​ຮ້ອງໃໝ່​ທີ່​ມີ​ຕໍ່​ການ​ສ້າງ​ກຸ່ມ​ກ້ອນມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ດັ່ງ​ນັ້ນ ພັກ​ຄວນ​ສືບ​ຕໍ່​ເຊີດ​ຊູ​ຄັນ​ທຸງ​ແຫ່ງມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ທ່ານ ຝ້າມ​ເທ້ຢ​ວຽດ ອະ​ດີດ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຢືນ​ຢັນ​ວ່າ :

   “ ຂ້າ​ພະ​ເຈົ້າ​ຄິດ​ວ່າ ຖ້າ​ຫາກ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃຫ້ໄດ້​ນັ້ນ, ພັກ​ຕ້ອງສາ​ມັກ​ຄີ, ສູນ​ກາງ​ພັກ​ຕ້ອງສາ​ມັກ​ຄີ, ຕ້ອງ​ເປັນ​ແບບ​ຢ່າງ​ເພື່ອ​ໃຫ້​ມະ​ຫາ​ຊົນ​ປະ​ຕິ​ບັດ​ຕາມ. ປະ​ຊາ​ຊົນ​ຮຽກ​ຮ້ອງ​ໃຫ້ພັກ​ກອ​ມມູ​ນິດຫວຽດ​ນາມ​ຕ້ອງ​ປະ​ຕິ​ບັດ​ແນວ​ທາງ, ມະ​ຕິ​ທີ່​ໄດ້​ວາງ​ອອກ​ໃຫ້​ໄດ້. ເຮັດ​ສິ່ງນັ້ນ​ເປັນ​ຢ່າງ​ດີນັ້ນ, ພວກ​ເຮົາ​ຈຶ່ງ​ສາ​ມາດ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງມະ​ຫາ​ສາ​ມັກ​ຄີ​ເພື່ອ​ປະ​ຕິ​ບັດ ກິດ​ຈະ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດ​ສາ​ຫະ​ກຳ, ທັນ​ສະ​ໄໝ ແລະ ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາ​ກົນ​​ຢ່າງ​ສຳ​ເລັດ​ຜົນ”

       ປັບ​ປຸງ ແລະ ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ແມ່ນ​ເນື້ອ​ໃນ​ປະ​ການ​ໜຶ່ງ​ທີ່​ສຳ​ຄັນໃນ​ແນວ​ທາງ​ການ​ປະ​ຕິ​ວັດ​ຂອງ​ພັກ​ໃນ​ກວ່າ 85 ປີ​ທີ່​ຜ່ານ​ມາ. ບົດ​ລາຍ​ງານ​ການ​ເມືອງ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຍັງ​ຢືນ​ຢັນ​ວ່າ : “ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດແມ່ນ​ແນວ​ທາງ​ຍຸດ​ທະ​ສາດ​ຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ, ແມ່ນ​ກຳ​ລັງ​ໜູນ ແລະ ແຫຼ່ງ​ກຳ​ລັງ​ອັນ​ໃຫຍ່ຫຼວງ​ໃນ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ”. ທ່ານ​ຮອງ​ສາດ​ສະ​ດາ​ຈານ ດ​ຣ ຝ້າມ​ຊວນ​ຮັ່ງ ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ສັງ​ຄົມ ແລະ ມະ​ນຸດ​ສາດ ທີ່​ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລແຫ່ງ​ຊາດຮ່າ​ໂນ້ຍ ຖື​ວ່າ: ພາ​ລະ​ກິດ​ການ​ປະ​ຕິ​ວັດ​ຫວຽດ​ນາມ​ໂດຍ​ພັກ​ກອ​ມມູ​ນິດຫວຽດ​ນາມນຳ​ພາ ແມ່ນ​ພາ​ລະ​ກິດ​ທີ່ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ການ​ສະ​ໜັບ​ສະ​ໜູນ​ ປະ​ກອບ​ສ່ວນຂອງ​ປະ​ຊາ​ຊົນ​ໄດ້. ທ່ານ​ຮອງ​ສາດ​ສະ​ດາ​ຈານ ດ​ຣ ຝ້າມ​ຊວນ​ຮັ່ງ ເວົ້າວ່າ: 

    “ ​ເພື່ອປຸກ​ລະ​ດົມ​ກຳ​ລັງ​ແຮງ​ທົ່ວ​ທັງ​ຊາດ​ໃນ​ໄລ​ຍະ​ປະ​ຈຸ​ບັນໃຫ້​ໄດ້​ນັ້ນ, ພັກ​ຕ້ອງ​ລົງ​ເລິກ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ຄື ໃນ​ບັນ​ດາ​ໄລ​ຍະ​ຕໍ່​ສູ້​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ເພື່ອ​ເປັນ​ແກ່ນ​ສານ​ຂອງ​ກຸ່ມ​ກ້ອນມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ກຳ​ລັງ​ແຮງ​ຂອງ ກຸ່ມ​ກ້ອນມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຈະ​ສາ​ມາດ​ສ້າງ​ໃຫ້​ມີ​ກຳ​ລັງ​ພາຍ​ໃນ​ແຫ່ງ​ຊາດ​ໄດ້. ໃນ​ຈຸດ​ເວ​ລານີ້, ພັກ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ຂອງ​ຕົນ, ຕ້ອງ​ສາ​ມັກ​ຄີ, ກ່ອນ​ອື່ນ​ໝົດ​ຕ້ອງ​ແມ່ນ​ແກ່ນ​ສານ​ຂອງ ກຸ່ມ​ກ້ອນມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ”

    ບົດ​ລາຍ​ງານ​ການ​ເມືອງ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຍັງ​ຊີ້​ແຈ້​ວ່າ: ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ແມ່ນ​ຕ້ອງ​ອີງ​ໃສ່​ພື້ນ​ຖານ​ການ​ແກ້​ໄຂ​ຢ່າງ​ກົມ​ກ່ຽວ​ລະ​ຫວ່າງບັນ​ດາ​ສະ​ມາ​ຊິກ​ໃນ​ສັງ​ຄົມ; ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ, ຍົກ​ສູງ​ຊີ​ວິດ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ປະ​ຊາ​ຊົນ. ທຸກ​ໆແຜນນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ ລ້ວນ​ແຕ່​ແມ່ນ​ເພື່ອ ຜົນ​ປະ​ໂຫຍດຂອງ​ປະ​ຊາ​ຊົນ. ນັກ​ທະ​ນາຍ​ຄວາມ ບຸຍ​ຊວນ​ດຶກ ຢືນ​ຢັນ​ວ່າ :

   “ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ແມ່ນ​ຕ້ອງ​ອີງ​ໃສ່​ພື້ນ​ຖານ​ການ​ແກ້​ໄຂ​ຢ່າງ​ກົມ​ກ່ຽວ​ລະ​ຫວ່າງບັນ​ດາ​ສະ​ມາ​ຊິກ​ໃນ​ສັງ​ຄົມ. ມະ​ຫາ​ສາ​ມັກ​ຄີ​ແມ່ນ ມະ​ຫາ​ສາ​ມັກ​ຄີ​ໃນ​ການ​ເມືອງ, ໃນ​ພາ​ລະ​ກິດ​ການ​ປະ​ຕິ​ວັດ. ໂດຍແມ່ນກຳ​ລັງ​ກຳ​ອຳ​ນາດ, ພັກ​ຕ້ອງ​ສາ​ມັກ​ຄີ​ລະ​ຫວ່າງ​ບັນ​ດາ​ກຳ​ລັງ​ຕາມ​ເນື້ອ​ໃນ​ຈິດ​ໃຈ ມະ​ຫາ​ສາ​ມັກ​ຄີ​ ”

    ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ປ່ຽນ​ແປງ​ໃໝ່ ແລະ ການ​ນຳ​ພາ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ, ຕໍ່​ອະ​ນາ​ຄົດ​ຂອງ​ປະ​ເທດ​ຊາດ, ປະ​ຊາ​ຊົນ​ຫວຽດ​ນາມ​ທຸກ​ຊັ້ນ​ຄົນ ມີ​ຄວາມ​ຫວັງ​ວ່າ ຜ່ານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ກຳ​ລັງ​ແຮງ ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຈະ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ ແລະ ເສີມ​ຂະ​ຫຍາຍ. ເຮັດ​ໄດ້​ເຊັ່ນ​ນັ້ນ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ຫວຽດ​ນາມ ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ພັກ, ລັດ, ເສີມ​ຂະ​ຫຍາຍກຳ​ລັງ​ແຮງ​ພາຍ​ໃນ​ໃນ​ລະ​ດັບ​ສູງ​ສຸດ, ຍາດ​ແຍ່ງ​ກາ​ລະ​ໂອ​ກາດ, ຜ່ານຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ, ປະ​ຕ​ິບັດບັນ​ດາ​ໜ້າ​ທີ່ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຫວຽດ​ນາມ​ໃຫ້​ຮັ່ງ​ມີ, ໝັ້ນ​ຄົງ​ເຂັ້ມ​ແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ