ສານອວຍພອນ86ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ

 ສານອວຍພອນ86ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ - ảnh 1

ພິທີສະ​ເຫຼີ​ມສະຫຼອງ 86 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມຈັດຕັ້ງຢູ່ ຮ່າໂນ້ຍ
(ພາບ:tapchicongsan )

(vovworld) - ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 86 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ (3/2/1930-3/2/2016), ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ ປະຕິວັດ​ລາວ ​ແລະ ຄະນະ​ບໍລິຫານ​ງານ​ສູນ​ກາງພັກ ປະຊາຊົນ ກຳປູ​ເຈຍ ​ໄດ້​ສົ່ງ​ສານ​ພວຍພອນ​ເຖິງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ. ​ເນື້ອ​ໃນ​ສານ​ອວຍພອນ​ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ ປະຕິວັດ​ລາວ ມີ​ຕອນ​ຂຽນ​ວ່າ: ພັກ, ​ລັດ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພ້ອມ​ກັບ​ຫວຽດນາມ ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ໝັ້ນຄົງ​ຂະໜົງ​ແກ່ນ​ໄປ​ຊົ່ວ​ກາລະ​ນານ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ ກໍ່​ຄື​ເພື່ອ​ສັນຕິພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ສ່ວນ​ໃນ​ສານ​ອວຍພອນ​ຂອງຄະນະ​ບໍລິຫານ​ງານ​ສູນ​ກາງພັກ ປະຊາຊົນ ກຳປູ​ເຈຍ ​ໄດ້​ເນັ້ນ​ໜັກ​ວ່າ, ພັກປະຊາຊົນ ກຳປູ​ເຈຍຕັດສິນ​ໃຈ​ມານະ​ພະຍາຍາມ​ເພີ່ມ​ພູນ​ຄູນ​ສ້າງ, ປັບປຸງ ​ແລະ ​ເພີ່ມ​ທະວີສາຍພົວພັນ​ສາມັກ​ຄີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ໝັ້ນຄົງ ​ເພື່ອ​ຜົນ​ປະ​ໂຫຍ​ດອັນ​ສູງ​ສົ່ງ​ຂອງ​ສອງ​ຊາດ ​ແລະ ປະຊາຊົນ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ