ໄວໜຸ່ມຫວຽດນາມກ້າວຂຶ້ນຢ່າງໝັ້ນຄົງພາຍໃຕ້ທຸງພັກ

ໄວໜຸ່ມຫວຽດນາມກ້າວຂຶ້ນຢ່າງໝັ້ນຄົງພາຍໃຕ້ທຸງພັກ - ảnh 1
ພາບປະກອບ

(vovworld) – “ໄວ​ໜຸ່ມ ​ຫວຽດນາມ​ກ້າວ​ຂຶ້ນ​ຢ່າງ​ໝັ້ນຄົງພາຍ​ໃຕ້​ທຸງ​​ພັກ“ ​ແມ່ນ​ຫົວ​ຂໍ້​ຂອງ​ການ​ເຈລະຈາ, ​ເຊິ່ງດຳ​ເນີນ​ໃນ​ວັນ​ທີ 19/1 ຢູ່ ຮ່າ​ໂນ້ຍ, ​ໂດຍ​ໜັງສື​ພິມ​ກອງທັບ​ປະຊາຊົນ ​ຫວຽດນາມ, ສູນ​ກະຈາຍ​ສຽງ - ​ໂທລະພາບ​ກອງທັບ ​ແລະ ຄະນະ​ຊາວ​ໜຸ່ມ​ກອງທັບ​ສົມທົບ​ກັນ​ຈັດ​ຕັ້ງ.

        ທີ່​ການ​ເຈລະຈາ, ບັນດາ​ຜູ້​ແທນ​ໄດ້​ຊີ້​ແຈ້ງ​ບົດບາດ ​ແລະ ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ຊາວ​ໜຸ່ມ​ໃນ​ຂະ​ບວນການ​ປະຕິວັດ​ຂອງ​ຫວຽດນາມ. ມີ​ຜູ້​ແທນ​ຫຼາຍ​ຄົນ​​ໄດ້​ຍົກ​ອອກ​ຄຳ​ເຫັນ, ຂໍ້​ສະ​ເໜີ​ກ່ຽວ​ກັບ​ມາດ​ຕະການ​ຕ່າງໆ ​ເພື່ອ​ໃຫ້​ໄວ​ໜຸ່ມ​ຝຶກ​ຝົນ​ຫຼໍ່ຫຼອມ, ສູ້​ຊົນ, ອຸທິດ​ສ່ວນ, ​ໃຫ້​ສົມ​ກັບ​ຄຸນງາມຄວາມດີ​ອັນ​ໃຫຍ່​ຫຼວງ​ຂອງ​ພັກ​ກອມ​ມູນິດ​ ຫວຽດນາມ. ​ເອື້ອຍ ​ເລ​ແອ໋ງງວຽດ, ນັກ​ສຶກສາ, ສາ​ຖາ​ບັນ​ເສນາ​ຮັກ, ​ແບ່ງປັນ​ວ່າ:

        “​ໃນ​ແຕ່​ລະ​ຖານະ​ຕຳ​ແໜ່​ງ, ​ແຕ່ລະ​ໜ້າ​ທີ່​ວຽກ​ງານ, ຂ້າພະ​ເຈົ້າ​ຄິດ​ວ່າ​ພວກ​ເຮົາ​ຕ້ອງ​ສູ້​ຊົນ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ, ຮັກສາ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ບັນດາ​ທ່ານໝໍ​ເວົ້າ​ລວມ ​ແລະ ກອງທັບ​ເວົ້າ​ສະ​ເພາະ, ຈາກ​ນັ້ນ​ຮັກສາ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ພັກ, ລະບອບ​ຂອງ ​ຫວຽດນາມ ​ໃນ​ປະຈຸ​ບັນ“.


ຂ່າວ/ບົດ​ອື່ນ