11 ເດືອນຕົ້ນປີ ການສົ່ງອອກຜະລິດຕະພັນກະເສດ ເຄື່ອງປ່າຂອງດົງ ສິນໃນນ້ຳບັນລຸ 49 ຕື້ກວ່າ USD ເພີ່ມຂຶ້ນເກືອບ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

(VOVWORLD) -ອາເມລິກາ ຈີນ ແລະ ຍີ່ປຸ່ນ ສືບຕໍ່ແມ່ນສາມຕະຫຼາດນຳເຂົ້າບັນດາປະເພດສິນຄ້າດັ່ງກ່າວຂອງ ຫວຽດນາມ ຫຼາຍກວ່າໝູ່ໃນໂລກ  ຕາມນັ້ນແລ້ວ ຕະຫຼາດອາເມລິກາ ກວມເອົາ 25% ອັດຕາຕະຫຼາດ; ຕະຫຼາດ ຈີນ ບັນລຸເກືອບ 18 % ແລະ ຍີ່ປຸ່ນ ກວມ 8%. 
11 ເດືອນຕົ້ນປີ ການສົ່ງອອກຜະລິດຕະພັນກະເສດ ເຄື່ອງປ່າຂອງດົງ ສິນໃນນ້ຳບັນລຸ 49 ຕື້ກວ່າ USD ເພີ່ມຂຶ້ນເກືອບ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ - ảnh 1ພາບປະກອບ

    ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ ວົງເງິນສົ່ງອອກຜະລິດຕະພັນກຳເສດເຄື່ອງປ່າຂອງດົງສິນໃນນ້ຳໃນ 11 ເດືອນຕົ້ນປີນີ້ ບັນລຸ 49 ຕື້ກວ່າUSD ເພີ່ມຂຶ້ນເກືອບ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ໃນນັ້ນມູນຄ່າການສົ່ງອອກບັນດາປປະເພດສິນຄ້າຜະລິດຕະພັນກະເສດ ບັນລຸ 20 ຕື້ກວ່າ USD; ການສົ່ງອອກສິນໃນນ້ຳບັນລຸ 10 ຕື້ກວ່າ USD; ເຄື່ອງປ່າຂອງດົງບັນລຸ 15 ຕື້ກວ່າ USD.

    ອາເມລິກາ ຈີນ ແລະ ຍີ່ປຸ່ນ ສືບຕໍ່ແມ່ນສາມຕະຫຼາດນຳເຂົ້າບັນດາປະເພດສິນຄ້າດັ່ງກ່າວຂອງ ຫວຽດນາມ ຫຼາຍກວ່າໝູ່ໃນໂລກ  ຕາມນັ້ນແລ້ວ ຕະຫຼາດອາເມລິກາ ກວມເອົາ 25% ອັດຕາຕະຫຼາດ; ຕະຫຼາດ ຈີນ ບັນລຸເກືອບ 18 % ແລະ ຍີ່ປຸ່ນ ກວມ 8%.

ຕອບກັບ

ຂ່າວ/ບົດ​ອື່ນ