14 ປະເທດ ໄດ້ຈົດທະບຽນເຂົ້າຮ່ວມ Festival ເຫ້ວ 2012
ທ່ານ ຫງວຽນຢູຍຮ່ຽນ ຫົວຫນ້າສູນ Festival ເຫ້ວ ໃຫ້ຮູ້ວ່າ: ມາຮອດຈຸດເວລານີ້ ມີ 24 ກອງສິລະປະກອນ ຂອງ 14 ປະເທດ ໄດ້ຈົດທະບຽນເຂົ້າຮ່ວມ Festival ເຫ້ວ 2012. ພາຍໃຕ້ຫົວຂໍ້ວ່າ: ມໍລະດົກວັດທະນະທຳ ກັບການເຊື່ອມໂຍງ ແລະ ພັດທະນາ - ສະຖານທີ່ພົບປະຂອງບັນດານະຄອນແຫ່ງປະຫວັດສາດ” ຊຶ່ງຈະດຳເນີນໄປແຕ່ວັນທີ 7 - 15/4, Festival ເຫ້ວ 2012 ຍັງແມ່ນເຫດການວັດທະນະທຳການຕ່າງປະເທດທີ່ສຳຄັນຂອງປະເທດຊາດໃນຂອບເຂດເວທີປາໄສວັດທະນະທຳ ອາຊີຕາເວັນອອກ - ອາເມລິກາລາຕີນ. ພິເສດ ຍັງຈັດໃຫ້ມີກອງປະຊຸມປະຈຳປີຄັ້ງທີ 13 ສະຫະພັນບັນດານະຄອນແຫ່ງປະຫວັດສາດ ຊຶ່ງລວມມີ 80 ນະຄອນ ຂອງ 55 ປະເທດ ຈະຖືກຈັດຂຶ້ນຢູ່ ເຫ້ວ ໃນເວລາ 3 ວັນ ເຊື່ອມຕໍ່ກັບ Festival ເຫ້ວ 2012.