2 ພາກເກົາຫຼີ ຕັ້ງໜ້າກະກຽມໃຫ້ການພົບປະຂັ້ນສຸດຍອດຄັ້ງທີ 3

(VOVWORLD) - ໃນວັນທີ 5 ເມສາ ,ໂຄສົກສຳນັກງານປະທານາທິບໍດີ ສ.ເກົາຫຼີ ທ່ານ Kwun Hyuk-ki ໃຫ້ຮູ້ວ່າ:
 

ບັນດາເຈົ້າໜ້າທີ່ຂອງປະເທດນີ້ ແລະ ສປປ.ເກົາຫຼີ ໄດ້ດຳເນີນບັນດາການປຶກສາຫາລືຢ່າງ “ເຂັ້ມງວດ ແລະ ລະອຽດ” ຢູ່ດິນແດນຂອງ ສ.ເກົາຫຼີ ໃນບ້ານຢຸດຮົບ Panmunjom ເພື່ອກະກຽມໃຫ້ການພົບປະຂັ້ນສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄາດວ່າ ຈະດຳເນີນໃນທ້າຍເດືອນນີ້.

        ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Kwun Hyuk-ki ເນັ້ນໜັກວ່າ “2 ຝ່າຍໄດ້ດຳເນີນການປຶກສາຫາລືຢ່າງເຂັ້ມງວດ ແລະ ລະອຽດ” ເພື່ອແນໃສ່ຈັດຕັ້ງ ການພົບປະຂັ້ນສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃຫ້ສຳເລັດໃນວັນທີ 27 ເມສາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ