20 ປີແຫ່ງ “ຕົວເມືອງເກົ່າໂຮ້ຍອານ ແລະ ເຂດທາດເຈີດ ມີ້ເຊີນ ເຊິ່ງ UNESCO ຮັບຮອງວ່າ ແມ່ນມໍລະດົກໂລກ”

(VOVWORLD) -ຕອນບ່າຍວັນທີ 07 ກັນຍາ, ລາຍການສະແດງເຄື່ອງດົນຕີພື້ນເມືອງ ແລະ ລົດບູຮານ ໄດ້ດຳເນີນຢູ່ໂຮ້ຍອານ ເພື່ອສະເຫີຼມສະຫຼອງ 20 ປີແຫ່ງ “ຕົວເມືອງເກົ່າໂຮ້ຍອານ ແລະ ເຂດທາດເຈດີ ມີ້ເຊີນ ເຊິ່ງ UNESCO ຮັບຮອງວ່າ ແມ່ນມໍລະດົກໂລກ”.

20 ປີແຫ່ງ “ຕົວເມືອງເກົ່າໂຮ້ຍອານ ແລະ ເຂດທາດເຈີດ ມີ້ເຊີນ ເຊິ່ງ UNESCO ຮັບຮອງວ່າ ແມ່ນມໍລະດົກໂລກ” - ảnh 1 ເມືອງເກົ່າໂຮ້ຍອານ

(ພາບປະກອບ: truyenhinhdulich.vn)

ບັນດາສະຖານທີ່ສະແດງຕົ້ນຕໍລວມມີ: ຄຸ້ມເມືອງເກົ່າໂຮ້ຍອານ, ເຂດທາດເຈດີ ມີ້ເຊີນ ແລະ ເດີນຂະບວນໄປຜ່ານບັນດາຖະໜົນຕົ້ນຕໍສາຍຕ່າງໆຂອງຕົວເມືອງເກົ່າ ໂຮ້ຍອານ, ສ້າງເປັນການເຄື່ອນໄຫວວັດທະນະທຳສິລະປະຖະໜົນທີ່ໜ້າປະທັບໃຈ. ທ່ານ ໂງຮົ່ງກວາງ, ຜູ້ກຳກັບ ລາຍການດັ່ງກ່າວ, ໃຫ້ຮູ້ວ່າ.

        “ນີ້ແມ່ນວຽກງານວັດທະນະທຳມະນຸດ, ສ້າງໃຫ້ທຸກຄົນມີໂອກາດເພື່ອພົບປະ ແລະ ສະແດງເຄື່ອງດົນຕີຫຼາຍປະເພດ. ເຂົ້າເຈົ້າຈະເສບບັນດາບົດເພງທີ່ເປັນເອກະລັກສະເພາະຂອງແຕ່ລະຊົນເຜົ່າ, ປະສົມປະສານເຂົ້າກັນ. ເຄື່ອງດົນຕີທີ່ນຳເຂົ້າໃນງານນີ້ມີປະມານ 125 ປະເພດ.”

        ໃນຂະນະນັ້ນ, ການເດີນຂະບວນລົດບູຮານ ຈາກໂຮ້ຍອານ ໄປ ມີ້ເຊີນ ກໍ່ໄດ້ເຕົ້າໂຮມເອົາບັນດາລົດແຕ່ກີແຕ່ກ່ອນທີ່ໄດ້ເກັບຮັກສາໄວ້ ແລະ ສ້ອມແປງຕາມການເວລາ. ທ່ານ ດິງຮ່າຍ, ອະດີດຫົວໜ້າພະແນກວັດທະນະທຳ - ກິລາ ແລະ ທ່ອງທ່ຽວແຂວງ ກວ໋າງນາມ, ໃຫ້ຮູ້ວ່າ.

        “ເຊີດຊູເຄື່ອງດົນຕີພື້ນເມືອງຜ່ານຫຼາຍລຸ້ນຄົນ ນັ້ນແມ່ນການເຊີດຊູບັນດາຄຸນຄ່າມໍລະດົກບໍ່ເປັນວັດຖຸຂອງຊາວຫວຽດນາມ. ສ່ວນລົດບູຮານ ໄດ້ສ້າງເປັນຂະບວນເດີນທາງຈາກໂຮ້ຍອານ ໄປ ມີ້ເຊີນ ແມ່ນເພື່ອເຈືອຈານເຂົ້າກັບບັນຍາກາດລວມຂອງໂຮ້ຍອານ ແລະ ມີ້ເຊີນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນ UNESCO ຮັບຮອງແມ່ນເຂດມໍລະດົກວັດະນະທຳໂລກ, ກໍ່ເປັນການຕັກເຕືອນໃຫ້ພວກເຮົາຕ້ອງອະນຸລັກຮັກສາບັນດາສິ່ງທີ່ມີຄຸນຄ່າທີ່ສຸດໃນຊີວິດ”.

        ຕາມແຜນການ, ພິທີສະເຫຼີມສະຫຼອງດັ່ງກ່າວຈະດຳເນີນໃນຕອນຄ່ຳວັນທີ 08 ກັນຍາ, ຢູ່ເຂດທາດເຈດີ ມີ້ເຊີນ.

ຕອບກັບ

ຂ່າວ/ບົດ​ອື່ນ